Tag: technology

2 ຍັກໃຫຍ່ໃນໂລກເທັກໂນໂລຢີ ຈະເປີດໃຫ້ຊໍາລະຄ່າບໍລິການ Cloud ດ້ວຍເງິນດິຈິຕອນ.

Google ໄດ້ປະກາດໃນງານ Cloud Next Conference ວ່າ: ໃນປີໜ້າ 2023 ກຳລັງຈະເລີ່ມຮັບຊຳລະຄ່າບໍລິການ Cloud ດ້ວຍສະກຸນເງິນດິຈິຕອລ ຫຼື Cryptocurrency ເຊິ່ງຈະຮ່ວມມືກັບ Coinbase ແພັດຟອມຊື້ຂາຍ ສະກຸນເງິນດິຈິຕອລ ຊັ້ນນຳຂອງໂລກ.

ຊໍາຊຸງລາວຈັດສະແດງນະວັດຕະກໍາຄັ້ງສໍາຄັນ ເນັ້ນໜັກເປົ້າໝາຍພັດທະນາເຕັກໂນໂລຊີລະດັບໂລກຢ່າງຍືນຍົງ

ຊໍາຊຸງລາວໄດ້ຮັບກຽດຈາກຜູ້ບໍລິຫານໃນຫຼາຍພາກສ່ວນຮ່ວມເປັນແຂກເຂົ້າຮັບຊົມນະວັດຕະກໍາຫຼ້າສຸດ ໃນງານ The Unveiling of The Next Galaxy ເຊິ່ງຈັດຂຶ້ນເປັນຄັ້ງທໍາອິດໃນ ສ ປປ ລາວ ເພື່ອນໍາສະເໜີນະວັດຕະກໍາໂທລະສັບມືຖືຈໍພັບຮຸ່ນໃໝ່ຫຼ້າສຸດ Galaxy Z Fold4 ແລະ Galaxy Z Flip4 ໃຫ້ຜູ້ເຂົ້າຮ່ວມງານໄດ້ສໍາຜັດກັບຜະລິດຕະພັນຕົວຈິງຢ່າງໃກ້ຊິດກ່ອນໃຜ.

ວິໄສທັດ ແລະ ແນວຄວາມຄິດ ຂອງ Meta ຕໍ່ກັບ VR

Meta ກຳລັງເປັນທີ່ຈັບຕາຂອງຄົນລາວລຸ້ນໃຫມ່ ເພາະການພັດທະນາຢ່າງບໍ່ຢຸດຍັ້ງຂອງເທັກໂນໂລຢີ ທີ່ຈະຊ່ວຍໃຫ້ເຂົາໃຊ້ຊີວິດງ່າຍຂຶ້ນ ແລະ ສະດວກສະບາຍ ໃນອະນາຄົດ, Meta ໄດ້ສະແດງແນວຄວາມຄິດ ແລະ ວິໄສທັດ ຂອງ The Metaverse ລວມໄປເຖິງການອອກແບບ VR ແຫ່ງອະນາຄົດ ແລະ ອະປຸກອນປ້ອນຂໍ້ມູນດ້ວຍປາຍນິ້ວມື ອອກສູ່ສາທາລະນະເພື່ອໃຫ້ຮູ້ເຖິງຄວາມເປັນໄປໄດ້ທີ່ຈະສາມາດໃຊ້ງານໃນຊີວິດຈິງ

ກວດສອບເບິ່ງ! ຄອມເຈົ້າສາມາດອັບເດດ Windows 11 ໄດ້ຫຼືບໍ່

Microsoft ໄດ້ປະກາດເປີດໂຕ Windows 11 ຢ່າງເປັນທາງການເປັນທີ່ຮຽບຮ້ອຍ ເຮົາເຫັນແລ້ວເຮົາກໍ່ຢາກຮູ້ເລີຍວ່າຄອມເຮົາສາມາດອັບເດດໄດ້ຫຼືບໍ່ ເຊິ່ງທາງ Microsoft ໄດ້ໃຫ້ເຄື່ອງມືທີ່ເປັນປະໂຫຍດໃນການກວດສອບຄື "PC Health Check" ທີ່ສາມາດບອກໄດ້ວ່າ ຄອມຂອງເຈົ້າຕົງກັບສະເປັກທີ່ຈະສາມາດໃຊ້ Windown 11 ໄດ້ຫຼືບໍ່