2 ຍັກໃຫຍ່ໃນໂລກເທັກໂນໂລຢີ ຈະເປີດໃຫ້ຊໍາລະຄ່າບໍລິການ Cloud ດ້ວຍເງິນດິຈິຕອນ.

Google ໄດ້ປະກາດໃນງານ Cloud Next Conference ວ່າ: ໃນປີໜ້າ 2023 ກຳລັງຈະເລີ່ມຮັບຊຳລະຄ່າບໍລິການ Cloud ດ້ວຍສະກຸນເງິນດິຈິຕອລ ຫຼື Cryptocurrency ເຊິ່ງຈະຮ່ວມມືກັບ Coinbase ແພັດຟອມຊື້ຂາຍ ສະກຸນເງິນດິຈິຕອລ ຊັ້ນນຳຂອງໂລກ.

Brian Armstrong, co-founder and CEO of Coinbase

ໄບອັນ ອາມສຕອງ ຜູ້ບໍລິຫານຂອງ Coinbase ໄດ້ໃຫ້ຮູ້ອີກວ່າ ບໍ່ມີຄູ່ຮ່ວມມືຄົນໃດເໝາະສົມໄປກວ່ານີ້ອີກແລ້ວ (Google) ທີ່ຈະເຂົ້າມາເປັນຂົວເຊື່ອມໄປຫາລະບົບນິເວດ Web 3.0.

ຈາກການຮ່ວມມືດັ່ງກ່າວເຮັດໃຫ້ຮຸ້ນຂອງບໍລິສັດ Coinbase ປັບຕົວຂຶ້ນປະມານ 5% ໄປເຄື່ອນໄຫວຢູ່ທີ່ປະມານ 70,16 ໂດລາຕໍ່ຮຸ້ນ.

ຂະນະດຽວກັນ ທາງ Google ເອງກໍຈະໃຊ້ບໍລິການອື່ນໆຂອງ Coinbase ຄືກັນ ເຊັ່ນການບໍລິການດ້ານ Coinbase Custody ລວມໄປເຖິງ Coinbase Prime ໂດຍ Google ເບິ່ງວ່າການຮັບບໍລິການຊຳລະດ້ວຍສະກຸນເງິນດິຈິຕອລນີ້ຈະຕອບໂຈດໃຫ້ກັບບໍລິສັດທີ່ເຮັດກ່ຽວຂ້ອງກັບດ້ານ Web 3.0 ຈຳນວນຫຼາຍ.

ເຊິ່ງສິ່ງທີ່ໜ້າສົນໃຈກໍຄື ການເຄື່ອນໄຫວຄັ້ງນີ້ຂອງທັງ Google ແລະ Coinbase ຈະຊ່ວຍກະຕຸ້ນຕະຫຼາດ Cryptocurrency ທີ່ກຳລັງຂາລົງໃນປັດຈຸບັນນີ້.

ຂໍ້ມູນຈາກ: coindesk

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...