Saturday, March 22, 2025

ງານວາງສະແດງສິລະປະຮ່ວມສະໄໝ XZY ເພື່ອຍົກສູງ ແລະ ສົ່ງເສີມສິນລະປິນລາວ

ງານວາງສະແດງສິລະປະ The XYZ Contemporary Art Exhibition 2022 ຫຼື ເປັນຊື່ພາສາລາວຄື ການວາງສະແດງສິລະປະເດິເອັກວາຍແຊັດ ສຳລັບງານວາງສະແດງສິລະປະໄດ້ສຸມໃສ່ ສິນລະປີນທີ່ນອນຢູ່ໃນ 4 ຂະແໜງການຄື: ຂະແໜງການແຕ້ມຮູບ, ຂະແໜງການຖ່າຍຮູບ, ຂະແໜງການແຜ່ນຜ້າ ແລະຂະແໜງສິລະປະແຫ່ງການຕິດຕັ້ງ, ເຊິ່ງໃນປີນີ້ໄດ້ຮັບການສະໜັບສະໜູນຈາກທາງ Luxemburg Aid & Development ຮ່ວມມືກັບຫ້າງ Parkson ແລະ ທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ, ການຈັດງານຄັ້ງນີ້ ກໍເພື່ອສົ່ງເສີມສິນລະປີນລາວ.

ສຳລັບງານວາງສະແດງ ສິລະປະໃນຄັ້ງນີ້ ແມ່ນມີເປົ້າໝາຍ ເພື່ອຍົກສູງ ແລະ ສົ່ງເສີ່ມສິນລະປິນ ທີ່ອາໄສຢູ່ປະເທດລາວ ໃຫ້ມີບົດບາດພົ້ນເດັ່ນ ແລະ ສາມາດປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.

ນອກຈາກນີ້ ຍັງມີເປົ້າໝາຍ ທີ່ຈະຈັດງານວາງສະແດງສິລະປະຂຶ້ນທຸກໆປີ ເພື່ອໃຫ້ເກີດເປັນງານສັບປະດາ ສິລະປະ ຂອງສິນລະປິນທົ່ວປະເທດ ແລະ ທຸກຂະແໜງການ ເພື່ອຮ່ວມສະຫຼອງຄວາມສຳເລັດ ຂອງສິນລະປິນລາວ, ເຊິ່ງປີຕໍ່ໆໄປ ແມ່ນຈະເພີ່ມຂະແໜງການ ຂອງສິນລະປິນຂຶ້ນເລື່ອຍໆ ເພື່ອຊຸກຍູ້ ສິນລະປິນ ພາຍໃນປະເທດລາວ.

ທ່ານ ອາຈານ ສຸລິຍາ ພູມມິວົງ ສິນລະປີນ ແຫ່ງການຕິດຕັ້ງ ຍັງໄດ້ນຳຜົນງານ ທີ່ວາງສະແດງໃນຫຼາຍໆປະເທດ ມາວາງສະແດງໃນງານຄັ້ງນີ້ ແລະ ຍັງໄດ້ຮັບເຊີນ ສິນລະປີນລາວ ແລະ ຕ່າງປະເທດ ທີ່ອາໄສຢູ່ລາວ ມາຮ່ວມວາງສະແດງຜົນງານ ເພື່ອແລກປ່ຽນວັດທະນະທຳ ແລະ ຄວາມຮູ້ອີກດ້ວຍ.

ການຈັດງານວາງສະແດງຄັ້ງນີ້ ຍັງໄດ້ຮ່ວມມືກັບສະຖາບັນວິຈິດສິນແຫ່ງຊາດ ແລະ ໄດ້ນຳຜົນງານຂອງອາຈານ, ນັກສຶກສາ ແລະສິດເກົ່າ ຂອງສະຖາບັນ ມາວາງສະແດງໃນຄັ້ງນີ້ ນໍາພາໂດຍ: ທ່ານ ອາຈານ ຄຳສຸກ ແກ້ວມິ່ງເມືອງ ສິນລະປິນແຫ່ງຊາດລາວ, ທ່ານ ອາຈານ ອານຸໂລມ ສຸວັນດວນ ສິນລະປິນ ດີເດັ່ນແຫ່ງຊາດລາວ, ທ່ານ ອາຈານ ມິກ ສາຍລົມ ສິລະປະກອນ ຜູ້ມີຄວາມສາມາດ ແລະ ຜົນງານຫຼາກຫຼາຍ ໃນວົງການສິລະປະການແຕ້ມຮູບ ພ້ອມທັງຄະນະອາຈານ ອີກຫຼາຍໆທ່ານຈາກສະຖາບັນ.

ນອກຈາກນີ້ ຍັງມີຜົນງານຂອງ ອາຈານ ສອນ ທີ່ເປັນນັກແຕ້ມຮູບຍິງ ທີ່ນຳຜົນງານມາວາງສະແດງ ໃຫ້ເຫັນເຖິງມຸມມອງ ຂອງແມ່ຍິງ ທີ່ມີຄວາມເປັນເອກະລັກນຳອີກ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່