ກຽມຮັບມື! ພາຍຸດີເປຼ່ຊັ່ນ ຈະເຮັດໃຫ້ຝົນຕົກໜັກ ໃນລະຫວ່າງ ວັນທີ 14-15 ຕຸລາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ໃຫ້ຮູ້ວ່າ: ພາຍຸດີເປຼ່ຊັ່ນຢູ່ເຂດທະເລຈີນໃຕ້ຕອນກາງ, ກຳລັງເຄື່ອນທີ່ໄປທາງທິດຕາເວັນຕົກ ດ້ວຍຄວາມໄວ 10 ກິໂລແມັດຕໍ່ຊົ່ວໂມງ, ຈະສືບຕໍ່ມີກໍາລັງແຮງເພີ່ມຂື້ນ ກາຍເປັນພາຍຸໝຸນເຂດຮ້ອນໃນໄລຍະຕອນທ່ຽງວັນທີ 14 ຕຸລາ 2022 ຊຶ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະພາກໃຕ້.

ພາກເໜືອດ້ານຕາເວັນອອກ

(ຜົ້ງສາລີ, ວຽງໄຊ, ຊຳເໜືອ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນໃນຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ.ອຸນຫະພູມໃນລະຫວ່າງ 16-25 ອົງສາ.

ພາກເໜືອດ້ານຕາເວັນຕົກ

(ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 19-32 ອົງສາ.

ນະຄອນຫຼວງວຽງຈັນ

ອາກາດຍັງເຢັນໃນຕອນເຊົ້າ, ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 23-32 ອົງສາ.

ພາກກາງ

(ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 19-29 ອົງສາ.

ພາກໃຕ້

ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 20-28 ອົງສາ.

ເຂດພູພຽງບໍລະເວນ

ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80%. ອຸນຫະພູມໃນລະຫວ່າງ 15-23 ອົງສາ

ສຳລັບຜູ້ທີ່ອາໄສຢູ່ບັນດາແຂວງພາກກາງ ແລະ​ ພາກໃຕ້ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ເກີດມີ ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊູ, ພ້ອມທັງຂໍໃຫ້ກະກຽມເກັບມ້ຽນວັດຖຸສິ່ງຂອງມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງໃນໄລຍະວັນທີ 14 ຫາ 15 ຕຸລາ 2022.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...