Sunday, May 25, 2025
Kbank Laos โอน รับ จ่าย

ຊໍາຊຸງລາວຈັດສະແດງນະວັດຕະກໍາຄັ້ງສໍາຄັນ ເນັ້ນໜັກເປົ້າໝາຍພັດທະນາເຕັກໂນໂລຊີລະດັບໂລກຢ່າງຍືນຍົງ

ຊໍາຊຸງລາວໄດ້ຮັບກຽດຈາກຜູ້ບໍລິຫານໃນຫຼາຍພາກສ່ວນຮ່ວມເປັນແຂກເຂົ້າຮັບຊົມນະວັດຕະກໍາຫຼ້າສຸດ ໃນງານ The Unveiling of The Next Galaxy ເຊິ່ງຈັດຂຶ້ນເປັນຄັ້ງທໍາອິດໃນ ສ ປປ ລາວ ເພື່ອນໍາສະເໜີນະວັດຕະກໍາໂທລະສັບມືຖືຈໍພັບຮຸ່ນໃໝ່ຫຼ້າສຸດ Galaxy Z Fold4 ແລະ Galaxy Z Flip4 ໃຫ້ຜູ້ເຂົ້າຮ່ວມງານໄດ້ສໍາຜັດກັບຜະລິດຕະພັນຕົວຈິງຢ່າງໃກ້ຊິດກ່ອນໃຜ.

ງານສະແດງນະວັດຕະກໍາຄັ້ງນີ້ແມ່ນສືບເນື່ອງມາຈາກງານ Samsung Global Unpacked 2022 ໃນວັນທີ 10 ສິງຫາ 2022 ແລະ ໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກຈໍານວນຫຼາຍໃນການສັ່ງຈອງສິນຄ້າລ່ວງໜ້າເຮັດໃຫ້ງານ The Unveiling of The Next Galaxy ຄັ້ງນີ້ ເປັນອີກໜຶ່ງຊ່ອງທາງທີີ່ຈະຊ່ວຍໃຫ້ຜູ້ບໍລິໂພກເຂົ້າໃຈເຖິງນະວັດຕະກໍາລະດັບໂລກຂອງຊໍາຊຸງທີ່ບໍ່ພຽງສ້າງຄວາມກ້າວໜ້າທາງເຕັກໂນໂລຊີແກ່ສັງຄົມ ແຕ່ຍັງມີເປົ້າໝາຍໃນການພັດທະນາທີ່ສອດຄ່ອງກັບຄວາມຍືນຍົງທັງໃນດ້ານສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມອີກດ້ວຍ.

ສຈ ດຣ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊິ່ງໃຫ້ກຽດເປັນປະທານຮ່ວມກ່າວເປີດງານໃນຄັ້ງນີ້ ໄດ້ໃຫ້ຄໍາເຫັນວ່າ: ໂດຍລວມແລ້ວ ງານເປີດຕົວຜະລິດຕະພັນສິນຄ້າຂອງ Samsung ຄັ້ງນີ້ ມີສ່ວນຮ່ວມໃນການຊ່ວຍເຫຼືອ ​ແລະ ​ສົ່ງເສີມການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນໃນ​ທຸກ​ຂະແໜງການ ເພື່ອຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ ໃຫ້ເປັນອຸດສາຫະກໍາທີ່ທັນສະໄໝ ແລະ ຖືໄດ້ວ່າເປັນສ່ວນໜຶ່ງໃນການສົ່ງເສີມການຂະຫຍາຍຄວາມຮູ້, ຄວາມ​ສາ​ມາດ​ໃນ​ດ້ານຕ່າງໆ​ສໍາລັບຜູ້ໃຊ້ໃນລາວ ພ້ອມ​ທັງ​ເປັນການຍົກລະດັບຄວາມເຂັ້ມແຂງໃຫ້ກັບໂຄງ​ສ້າງດ້ານ​ເຕັກ​ໂນ​ໂລ​ຊີ ແລະ ການສື່ສານຂອງບ້ານເຮົາ ເຊິ່ງຈະເປັນປະໂຫຍດສໍາລັບການເຮັດວຽກໃນຂະແໜງການຕ່າງໆ. ບໍ່ວ່າຈະເປັນດ້ານເຕັກໂນໂລຊີ ແລະ ການສື່ສານທັງພາກລັດ ແລະ ເອກະຊົນ ລວມໄປເຖິງສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ພາກທຸລະກິດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ຊອງກຶນລີ (Hyun Geun Lee), ຜູ້ບໍລິຫານສາຂາກຳປູເຈຍ ແລະ ລາວ ຂອງບໍລິສັດໄທຊໍາຊຸງອີເລັກໂທຣນິກ ຍັງ​ໃຫ້​ຮູ້​ຕື່ມ​ວ່າ:  ດັ່ງທີ່ຫຼາຍຄົນຮູ້ດີວ່າ ຊໍາຊຸງເປັນຜູ້ນໍາດ້ານເຕັກໂນໂລຊີເຄື່ອງໃຊ້ເອເລັກໂຕຣນິກ. ເຊິ່ງແມ່ນໜຶ່ງໃນຈຸດປະສົງສຳຄັນຂອງພວກເຮົາ ກໍຄືການນຳສະເໜີນະວັດຕະກໍາສູ່ຜູ້ບໍລິໂພກ. ເຊັ່ນດຽວກັນກັບ Galaxy Z Flip4 ແລະ Galaxy Z Fold4 ທີ່ເປັນນະວັດຕະກໍາຫຼ້າສຸດຂອງພວກເຮົາທີ່ພັດທະນາມາເພື່ອຜູ້ບໍລິໂພກສໍາລັບການເຮັດວຽກ ແລະ ການພັກຜ່ອນ. ແຕ່ນອກຈາກນັ້ນຊໍາຊຸງຍັງ​ໄດ້​ເອົາ​ໃຈ​ໃສ່​ໃນ​ດ້ານການພັດທະນາແບບຍືນຍົງໃນດ້ານອື່ນໆ ໂດຍສະເພາະດ້ານສິ່ງແວດລ້ອມ ເຊິ່ງເຮັດໃຫ້ພວກເຮົາຄິດຄົ້ນການນໍາເອົາວັດຖຸທີ່ນໍາໃຊ້ແລ້ວນຳກັບມາໃຊ້ໃໝ່ເພີ່ມເຂົ້າມາປະກອບໃນຜະລິດຕະພັນໃຫ້ຫຼາຍຂຶ້ນ. ທີ່ນອກເໜືອຈາກການນໍາໃຊ້ສໍາລັບການເຮັດກ່ອງຫຸ້ມຫໍ່ ເຊິ່ງພວກເຮົາດໍາເນີນການມາກ່ອນໜ້ານີ້ແລ້ວ ພ້ອມນັ້ນພວກເຮົາຍັງເປັນສ່ວນໜຶ່ງຂອງໂຄງການ “ເປົ້າໝາຍການພັດທະນາແບບຍືນຍົງ” (SDGs: Sustainable Development Goals) ຂອງ UNDP ອີກດ້ວຍ.

ຍິ່ງໄປກວ່ານັ້ນ, ງານໃນຄັ້ງນີ້ຍັງສະແດງໃຫ້ເຫັນວ່າໂທລະສັບມືຖືມີຄວາມຫຼາກຫຼາຍໃນຄຸນສົມບັດການສື່ສານຫຼັກແນວໃດ ເພື່ອຍົກລະດັບວິຖີຊີວິດຂອງຜູ້ຊົມໃຊ້ໃນຍຸກປະຈຸບັນ, ເຊິ່ງຊໍາຊຸງເປັນຜູ້ບຸກເບີກ ແລະ ຍອມຮັບໃນຄຸນຄ່ານີ້ມາໂດຍຕະຫຼອດ. ຄວາມກະຕືລືລົ້ນທີ່ບໍ່ມີຈຸດສິ້ນສຸດໃນການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີຂັ້ນສູງນີ້ ຈະເປັນໜຶ່ງໃນຫຼາຍໆເຄື່ອງມືທີ່ຊໍາຊຸງຈະນຳມາສະໜັບສະໜຸນການຈັດງານ World Expo 2030 ທີ່ເມືອງປູຊານ, ສາທາລະນະລັດເກົາຫຼີ. ເຊິ່ງຜູ້ຄົນຈະໄດ້ສຳຜັດກັບເຕັກໂນໂລຊີ 6G ຫຼ້າສຸດ ພ້ອມກັບຜະລິດຕະພັນໃໝ່ທີ່ໜ້າຕື່ນເຕັ້ນອີກຫຼາກຫຼາຍຢ່າງຈາກຊໍາຊຸງ. ມັນເປັນສິ່ງທີ່ລືມບໍ່ໄດ້ເລີຍວ່າ ປູຊານ ເປັນເມືອງທີ່ມີສັກກະຍະພາບໃນການຈັດງານຕ່າງໆລະດັບໂລກ ແລະ ເປັນໜຶ່ງໃນເມືອງທີ່ເຕີບໂຕໄວທີ່ສຸດໃນແງ່ຂອງໂຄງສ້າງພື້ນຖານ ແລະ ນະວັດຕະກຳສຳລັບປະຊາຊົນ. ແລະ ຍັງເຊື່ອວ່າມັນຈະສືບຕໍ່ເປັນສ່ວນໜຶ່ງຂອງການຈັດງານ Expo ລະດັບໂລກທີ່ຈະມອບປະສົບການທີ່ໜ້າຈົດຈຳ ແລະ ຄວາມສຳເລັດອັນຍິ່ງໃຫຍ່ໃຫ້ກັບປະເທດຕ່າງໆໃນທົ່ວໂລກ.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.