Friday, April 25, 2025
Kbank Laos โอน รับ จ่าย

ບໍ່ຕ້ອງຖິ້ມ! ຈອກກິນໄດ້ ທີ່ຜະລິດຈາກສີມືຄົນລາວ.

ປັດຈຸບັນ ຮ້ານກາເຟຫຼາຍໆຮ້ານ ກຳລັງປັບປຸງຈອກກາເຟໃໝ່ ໂດຍການໃຊ້ເຈ້ຍເຮັດຈອກກາເຟ ເພື່ອຫຼຸດຜ່ອນການໃຊ້ຈອກກາເຟ ທີ່ຜະລິດຈາກພລາສຕິກ ແລະ ເພື່ອເປັນການຊ່ວຍຫຼຸດພາວະໂລກຮ້ອນນຳອີກ.

ແຕ່ສຳລັບນ້ອງ ລັດດາວັນ ແກ້ວດາລາ ຫຼື ມາຣິນາ ສາວນ້ອຍໄວ 18 ປີ ຈາກແຂວງ ສາລະວັນ ໄດ້ມີແນວຄວາມຄິດໃນການຜະລິດຈອກກາເຟແບບໃໝ່ອອກມາ ເຊິ່ງບໍ່ພຽງແຕ່ຊ່ວຍຫຼຸດພາວະໂລກຮ້ອນໄດ້ ແຕ່ຈອກທີ່ເຂົາຜະລິດຂຶ້ນມາ ສາມາດກິນໄດ້ນຳອີກ.

ເຊິ່ງແນວຄວາມຄິດໃນການເຮັດຈອກກາເຟກິນໄດ້ຂອງ ມາຣິນາ ເກີດຂຶ້ນໄດ້ແນວໃດ ແລະ ເຮັດຂຶ້ນມາເພື່ອຫຍັງ ໄປຟັງຄຳຕອບຈາກເຂົາກັນເລີຍ

ອິນໄຊລາວ: ຈອກກາເຟກິນໄດ້ນີ້ ແມ່ນຜະລິດຈາກຫຍັງ? ໄດ້ແນວຄວາມຄິດນີ້ມາຈາກໄສ?

ມາຣິນາ: “ຈອກກາເຟນີ້ ຫຼັກໆເເມ່ນເຮັດມາຈາກເເປ້ງສາລີ ເຊິ່ງໄດ້ຄວາມຄິດຢາກເຮັດຕັ້ງເເຕ່ສະໄໜຮຽນຢູ່ມັດທະຍົມຕອນປາຍ ເນື່ອງຈາກມີຄວາມຝັນທີ່ຈະເປັນຜູ້ປະກອບການເພື່ອສັງຄົມ ເຊິ່ງປະສົບການເປັນອາສາສະໝັກຕ່າງໆ ເເລະ ສ່ວນໂຕເປັນຄົນມັກດື່ມກາເຟ ເຮັດໃຫ້ເຮົາເຫັນຊ່ອງວ່າງຂອງບັນຫາທີ່ຢາກເຫັນມັນຖືກເເກ້ໄຂ”.

ອິນໄຊລາວ: ຈຸດປະສົງທີ່ຜະລິດຈອກນີ້ຂຶ້ນມາແມ່ນເພື່ອຫຍັງ?

ມາຣິນາ: “ຜະລິດຕະພັນທີ່ນ້ອງໄດ້ຄິດຄົ້ນ ເເລະ ສ້າງຂຶ້ນມາ ເເມ່ນ “ຈອກກິນໄດ້” ເຊິ່ງເປັນ ຈອກຄຸກກີ້ຊັອກໂກແລັດ ເເລະ ຊາຂຽວ ທີ່ເປັນ plant-based ໂດຍບໍ່ນຳໃຊ້ໄຂ່ ຫຼື ເນີຍ ເເລະ ທຸກຄົນສາມາດກິນໄດ້ ບໍ່ວ່າຈະເປັນ vegan ຫຼື ເປັນພູມເເພ້. ຈອກຄຸກກີ້ກິນໄດ້ ເເມ່ນສາມາດຮັບນໍ້າທີ່ມີຄວາມຮ້ອນໄດ້ເຖີ່ງ 100 ອົງສາ ເເລະ ຄວາມເຢັນໄດ້ເຖີ່ງ -20c ເປັນໄລຍະເວລາບໍ່ຕໍ່າກ່ອນຊົ່ວໂມງໜື່ງ ເຊິ່ງຈຸດດີຂອງການໃຊ້ ຈອກກິນໄດ້ ກໍຄືທ່ານສາມາດດື່ມເຄື່ອງດື່ມຂອງຫວານທີ່ທ່ານມັກ ເເລ້ວຍັງສາມາດກິນຄຸກກີ້ພາຍຫຼັງ ນອກຈາກມັນຈະເຮັດໃຫ້ທ່ານອີ່ມເເລ້ວ ມັນກໍຍັງຊ່ວຍລົດຈຳນວນຂີ້ເຫຍື້ອທີ່ເປັນຈອກເຈ້ຍ ຫຼື ພລາສຕິກ ເຊິ່ງມັນກໍຍັງດີສໍາລັບການຍ່ອຍສະລາຍອີກດ້ວຍ”.

ອິນໄຊລາວ: ມີໃຜ ຫຼື ໂຄງການໃດບໍ່ ທີ່ໃຫ້ການສະໜັບສະໜຸນແນວຄວາມຄິດນີ້ຂອງນ້ອງ?

ມາຣິນາ: “ຊ່ວງເເລກໆທີ່ເລີ່ມຕົ້ນເເມ່ນທາງຄອບຄົວໄດ້ລົງທຶນໃຫ້ນ້ອງໜົດ ເເຕ່ໄດ້ຮັບຄຳປຶກສານຳ ຜູ້ກໍຕັ້ງ Zero Waste Laos ເເລະ ອ້າຍກົກຢູ່ຍີ່ປຸ່ນ ເຊີ່ງເດືອນທີ່ຜ່ານມານ້ອງໄດ້ຮັບທືນການສະໜັບສະໜູນຈາກ ບໍລິສັດ Toyota ພ້ອມກັບທີ່ປຶກສາຈາກ Econoxlaos ເເລະ ໜື່ງໃນທີມງານທີ່ເຮັດວຽກກ່ຽວກັບການພັດທະນາເເຫ່ງອົງການສະຫະປະຊາຊາດ”.

ອິນໄຊລາວ: ໃນການເຮັດທົດລອງອອກມາທຳອິດ ໄດ້ຮັບຄວາມສົນໃຈ ຫຼື ຜົນຕອບຮັບແນວໃດແດ່?

ມາຣິນາ: “ຕອນນ້ອງເຮັດລົງໃນ Facebook ຊ່ວງນີ້ມັນເປັນຈອກກທີ່ບໍ່ສົມບູນ ເເຕ່ກໍຍັງໄດ້ຮັບຫຼາຍກຳລັງໃຈ ເຊິ່ງຕອນປ່ອຍສີນຄ້າຫຼ້າສຸດອອກມາ ເເມ່ນມີຫຼາຍຄົນໃຫ້ຄວາມສົນໃຈ ເເລະ ຕິດຕໍ່ມາຫຼາຍ”.

ອິນໄຊລາວ: ໄດ້ມີການຕິດຕໍ່ພົວພັນກັບບັນດາຮ້ານກາເຟຕ່າງໆ ບໍ່ ເພື່ອຜະລິດສົ່ງຂາຍໃຫ້ເຂົາເຈົ້າ?.

ມາຣິນາ: “ນ້ອງກຳລັງຢູ່ໃນຊ່ວງເຈລະຈາ ເເລະ ທົດລອງພົວພັນນຳຮ້ານ Café ທີ່ເຂົ້າຮ່ວມ Plastic Free Laos”.

ອິນໄຊລາວ: ຖ້າເຮັດອອກມາຂາຍ ແມ່ນຈະຂາຍໃນລາຄາ ຈອກ 1 ເທົ່າໃດ? ຜະລິດອອກມາຈັກຣົດຊາດ?

ມາຣິນາ: “ນ້ອງພາຍາຍາມເຕັມທີ່ເພື່ອໃຫ້ຈອກມີລາຄາທີ່ເໜາະສົມ ເເລະ ບໍ່ເເພງເກີນໄປເພື່ອໃຫ້ທຸກເພດທຸກໄວໄດ້ເຂົ້າເຖິງ ເຊິ່ງລາຄາທີ່ນ້ອງກະໄວ້ເເມ່ນຈະປະມານ 6.000-7.000 ກີບ ຕໍ່ຈອກ ເຊິ່ງຣົດຊາດປັດຈຸບັນໃນຊ່ວງທົດລອງເເມ່ນມີ ໂກ້ໂກ້ ເເລະ ຊາຂຽວ“.

ອິນໄຊລາວ: ແຜນໃນອະນາຄົດແມ່ນຢາກຕໍ່ຍອດສິ່ງນີ້ແນວໃດ?

ມາຣິນາ: “ນ້ອງຢາກພັດທະນາທາງດ້ານລົດຊາດໃຫ້ມີຫຼາຍຂື້ນ ພ້ອມກັບການກໍຕັ້ງບໍລິສັດຈອກກີນໄດ້ ນອກຈາກນີ້ເເລ້ວນ້ອງຍັງຕ້ອງການເເບ່ງທຸກ 10 ເປີເຊັນຂອງກຳລັງເຂົ້າໃນໂຄງການພັດທະນາໄວໜຸ່ມ ໂດຍສະເພາະໃນດ້ານການອ່ານ, ຜູ້ປະກອບການ ເເລະ ການເປັນຜູ້ນຳ”.

ອິນໄຊລາວ: ແລ້ວປັດຈຸບັນນີ້ເດ້ ແມ່ນກຳລັງສຶກສາ ຫຼື ປັບປຸງຫຍັງແດ່ ເພື່ອໃຫ້ໄດ້ຈອກທີ່ມີຄຸນນະພາບຕື່ມ?

ມາຣິນາ: “ປັດຈຸບັນ ເເມ່ນມິີວິທີ່ຮັກສາຈອກເພື່ອໃຫ້ເກັບໄວ້ໄດ້ດົນ, ເພາະຈອກກິນໄດ້ ທີ່ເຮັດອອກມາເເມ່ນບໍ່ຄວນປະໄວ້​ໃນຕູ້ freezer ຫຼື ​ຈຸດ​ທີ່​ມີ​ຄວາມ​ຊຸ່ມ​ຊື່ນ​, ແຕ່​ວ່າ​ໃນ​ອຸນ​ຫະ​ພູມ​ປົກ​ກະ​ຕິ​ ຖ້າທ່ານບໍ່ກິນມັນທັນທີ ເມື່ອທ່ານໄດ້ຮັບຈອກ ກໍຄວນ​ເອົາ​ໃສ່ໄວ້​ໃນ​ກ່ອງໃສ ຫຼື ກ່ອງທີ່​ອາ​ກາດ​ບໍ່​ສາ​ມາດ​ເຂົ້າ​ໄປ​ໄດ້, ​ເພາະ​ວ່າ​ມັນຈະເຮັດໃຫ້ texture ຂອງຈອກ chewier ແທນ​ທີ່​ຈະ​ເປັນ crispy​ ທ່ານສາມາດຮັກສາຄຸນນະພາບຂອງຈອກໄດ້ເຖິງໜຶ່ງອາທິດຖ້າຮັກສາໄວ້ໃນກ່ອງທີ່ລົມເຂົ້າໄປບໍ່ໄດ້”.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.