Thursday, October 30, 2025
Kbank Laos โอน รับ จ่าย

ກະຊວງພານິດໄທ – DITP ເຊີນຊວນຜູ້ປະກອບການລາວ ຮ່ວມງານ “TILOG Virtual Exhibition 2022” ງານໃຫຍ່ຂອງພາກພື້ນອາຊຽນ.

ກົມສົ່ງເສີມການຄ້າລະຫວ່າງປະເທດ (DITP) ກະຊວງພານິດໄທ ນໍາທີມຈັດງານສະແດງສິນຄ້າສະເໝືອນຈິງ (Virtual Exhibition) ແລະ ການເຈລະຈາທຸລະກິດອອນລາຍ “TILOG VE 2022” ຕໍ່ເນື່ອງເປັນປີທີ 2 ພາຍໃຕ້ແນວຄວາມຄິດ Connecting ASEAN to the World ໂດຍເນັ້ນຢໍ້າເພື່ອສ້າງໂອກາດທາງການຄ້າໃຫ້ກັບຜູ້ປະກອບການໃນທຸລະກິດການຂົນສົ່ງລະຫວ່າງປະເທດຂອງໄທ ແລະ ເປີດປະຕູສູ່ການເປັນຜູ້ໃຫ້ບໍລິການຂົນສົ່ງ (ໂລຈິສຕິກ) ໃນພາກພື້ນອາຊຽນ ເທິງແພັດຟອມ www.tilog-ve.com ລະຫວ່າງວັນທີ 24-26 ສິງຫາ 2022.

ທ່ານ ພູສິດ ລັດຕະນາກຸນ ເສລີເລິງລິດ ອາທິການບໍດີ ກົມສົ່ງເສີມການຄ້າລະຫວ່າງປະເທດ ໄດ້ກ່າວວ່າ ກົມສົ່ງເສີມການຄ້າລະຫວ່າງປະເທດ ໄດ້ດໍາເນີນການຕາມນະໂຍບາຍຂອງຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງພານິດໄທ (ທ່ານ ຈຸລິນ ລັກສະນະວິສິດ) ທີ່ເນັ້ນໜັກການສົ່ງເສີມທຸລະກິດພາກບໍລິການ ໂດຍສະເພາະໃນກຸ່ມທຸລະກິດການຂົນສົ່ງ ຈຶ່ງໄດ້ຈັດງານສະແດງສິນຄ້າໂລຈິສຕິກ ແລະ ເຈລະຈາທຸລະກິດອອນລາຍ (TILOG Virtual Exhibition : TILOG VE 2022) ນີ້ຂຶ້ນ ເພື່ອສ້າງໂອກາດໃຫ້ກັບຜູ້ປະກອບການໂລຈິສຕິກໄທ ເຊິ່ງໃນປີນີ້ໄດ້ຮວບຮວມຜູ້ປະກອບການໂລຈິສຕິກຊັ້ນນໍາຂອງໄທ ກວ່າ 50 ບໍລິສັດ ໃນ 5 ກຸ່ມສິນຄ້າ/ບໍລິການ ລວມມີ ກຸ່ມຂົນຍ້າຍວັດສະດຸ, ກຸ່ມບັນຈຸພັນ, ກຸ່ມຄັງສິນຄ້າ, ກຸ່ມເຕັກໂນໂລຊີ ແລະ ນະວັດຕະກໍາໂລຈິສຕິກ ແລະ ກຸ່ມບໍລິການຂົນສົ່ງສິນຄ້າ ທີ່ສາມາດຕອບໂຈດໄດ້ທຸກຄວາມຕ້ອງການ.

ຜູ້ປະກອບການທີ່ເຂົ້າຮ່ວມຈະໄດ້ພົບກັບກິດຈະກໍາພາຍໃນງານ ເຊັ່ນ: ການຈັບຄູ່ເຈລະຈາທຸລະກິດອອນລາຍກັບຜູ້ປະກອບການໂລຈິສຕິກໄທ ເພື່ອສ້າງເຄືອຂ່າຍພັນທະມິດທັງໃນໄທ ແລະ ຕ່າງປະເທດແບບໃນເວລາຈິງ ແລະ ທ່ຽວຊົມບູດແບບຄືຕົວຈິງ.

ໂອກາດຄັ້ງໃໝ່ສູ່ຕະຫຼາດໂລຈິສຕິກແບບບໍ່ມີຊາຍແດນພ້ອມແລ້ວ ມາຮ່ວມສ້າງໂອກາດໃນຕະຫຼາດໂລຈິສຕິກ ເພື່ອກ້າວສູ່ການເຕີບໂຕທາງທຸລະກິດໄປພ້ອມກັນກັບງານ TILOG VE 2022. ກົມສົ່ງເສີມການຄ້າລະຫວ່າງປະເທດກະຊວງພານິດໄທ ຂໍເຊີນຊວນຜູ້ຜະລິດ, ຜູ້ໃຊ້ບໍລິການ, ຜູ້ປະກອບການທຸລະກິດນໍາເຂົ້າ-ສົ່ງອອກ ແລະ ຜູ້ປະກອບການຂົນສົ່ງລະຫວ່າງປະເທດທີ່ສົນໃຈ ຮັບຊົມພິທີເປີດງານໄດ້ໃນວັນທີ 24 ສິງຫາ 2022 ຕັ້ງແຕ່ 10:00 ໂມງເປັນຕົ້ນໄປ ເທິງແພັດຟອມ www.tilog-ve.com ແລະ ລົງທະບຽນເຂົ້າຮ່ວມຊົມງານໄດ້ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ໂດຍບໍ່ເສຍຄ່າໃຊ້ຈ່າຍ.

More from author

Related posts

Latest posts

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.

ສາຍການບິນ Vietjet ໄດ້ສ່ອງແສງໃນຖານະທີເປັນສາຍການບິນຊັ້ນນໍາຂອງອາຊີດ້ານປະສົບການລູກຄ້າ ໃນງານ World Travel Awards 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ຕຸລາ 2025) – Vietjet ໄດ້ຢືນຢັນຕໍາແໜ່ງຂອງຕົນອີກເທື່ອໜຶ່ງ ໃນຖານະສາຍການບິນຄື້ນລູກໃໝ່ຊັ້ນນຳຂອງອາຊີ, ຄວ້າລາງວັນອັນຊົງກຽດ “ສາຍການບິນຊັ້ນນຳຂອງອາຊີ - ປະສົບການລູກຄ້າ 2025” ທີ່ພິທີມອບລາງວັນ World Travel Awards (WTA) ອັນມີຊື່ສຽງ ຈັດຂຶ້ນທີ່ຮ່ອງກົງ.