Thursday, March 20, 2025

ສະພາທຸລະກິດ ໄທ-ລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຈັດກິດຈະກໍາ Business Visit Laos 2022.

ທ່ານ ດຣ. ຈະຕຸລົງ ບຸນນາກ, ປະທານສະພາທຸລະກິດໄທ-ລາວ, ທ່ານ ທໍານອງ ພົນທອງມາກ,  ນາຍົກສະມາຄົມທຸລະກິດໄທ ໃນ ສປປ ລາວ ຮ່ວມກັບ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ຄະນະລາວ-ໄທ ໄດ້ຮ່ວມຈັດກິດຈະກໍາ Business Visit Laos 2022 ໃນລະຫວ່າງ ວັນທີ 11-14 ສິງຫາ 2022 ໂດຍມີພາກທຸລະກິດໄທເຂົ້າຮ່ວມໂຄງການທັງໝົດ 30 ພາກສ່ວນຈາກ 5 ກຸ່ມທຸລະກິດ.

ສຳລັບກິດຈະກໍາ ໄດ້ເລີ່ມຂຶ້ນຈາກ ການເຂົ້າຢ້ຽມຢາມ ທ່ານ ມະໄລທອງ ກົມມະສິດ,  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ເຊິ່ງໄດ້ລາຍງານໃຫ້ຮູ້ເຖິງ ກິດຈະກໍາ Business Visit Laos 2022 ແລະ ແຜນງານທີ່ຈະດໍາເນີນການຕໍ່ໄປ.

ຫຼັງຈາກນັ້ນ, ຄະນະໄດ້ເດີນທາງໄປກາບໄຫວ້ເພື່ອສັກກາລະບູຊາ ພຣະຫຼັກແກ້ວ ມະຫາເຫວດ ມະເສໄນ, ຮອງປະທານສົງ ແຫ່ງ ສປປ ລາວ ທີ່ ວັດສີສະເກດ, ນະຄອນຫຼວງວຽງຈັນ,  ແລ້ວເດີນທາງໄປຮັບຟັງການ ບັນຍາຍສະຫຼຸບສະພາບເສດຖະກິດ-ການຄ້າ ແລະ ການລົງທຶນຈາກ ອັກຄະຣາຊະທູດທີ່ປຶກສາຝ່າຍການຄ້າ ທີ່ ນະຄອນຫຼວງ ວຽງຈັນ ແລະ ຮັບຟັງຄໍາບັນຍາຍແຜນການພັດທະນາພະລັງງານໄຟຟ້າຂອງ ສປປ ລາວ ຈາກທ່ານ ວັນແສງ ວັນນະວົງ, ຜູ້ອໍານວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ (EDL-Gen).

ໃນຕອນຄໍ່າ ກໍໄດ້ມີກິດຈະກໍາ Business Matching ໂດຍທ່ານ ກິແກ້ວ ຈັນທະບູລີ,  ຮອງປະທານສະຖາບັນ ວິທະຍາສາດ ເສດຖະກິດ ແລະ ສັງຄົມ ແຫ່ງຊາດລາວ ມາກ່າວ ປາຖະຄະຖາພິເສດ ໃຫ້ກັບຄະນະນັກທຸລະ ກິດລາວ ແລະ ໄທ ທີ່ເຂົ້າຮ່ວມກິດຈະກໍາ.

ສຳລັບ ການພົບປະກັນໃນຄັ້ງນີ້ ມີນັກທຸລະກິດຈາກລາວ 5 ກຸ່ມທຸລະກິດຈໍານວນ 15 ພາກສ່ວນ ນໍາໂດຍ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ໄດ້ມີການໂອ້ລົມປຶກສາຫາລືການຮ່ວມ ທຸລະກິດເຊິ່ງກັນ ແລະ ກັນ.

ໃນວັນທີ 13 ສິງຫາ 2022 ທາງຄະນະໄດ້ເດີນທາງໄປແຂວງ ຫຼວງພະບາງ ດ້ວຍລົດໄຟ ລາວ-ຈີນ ແລະ ໄດ້ຮັບຟັງການບັນຍາຍຈາກຜູ້ແທນ ເຂດເສດຖະກິດ ຫຼວງພະບາງ; ຈາກນັ້ນ,  ໃນຕອນຄໍ່າຄະນະກໍໄດ້ ພົບປະກັບນັກທຸລະກິດຈາກ ຫຼວງພະບາງ, ອຸດົມໄຊ ແລະ ໄຊຍະບູລີ ຈາກ 5 ກຸ່ມທຸລະກິດ ຈໍານວນ 15 ພາກສ່ວນ ນໍາໂດຍທ່ານ ບຸນທ່ຽງ ສຸລິວັນ, ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ ຫຼວງພະບາງ ເປັນຜູ້ນໍາຄະນະທຸລະກິດຝ່າຍລາວ ແລະ ໄດ້ມີການຫາລືເລື່ອງທຸລະກິດຮ່ວມກັນ.

ສຳລັບກິດຈະກໍາຄັ້ງນີ້ ສະພາທຸລະກິດ ໄທ-ລາວ ແລະ ສະມາຄົມນັກທຸລະກິດໄທ ໃນ ສປປ ລາວ ໄດ້ມີພິ ທີລົງນາມ MOU ຮ່ວມກັບ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊ້ອນ-ຫ້ວຍຊົ້ວ ແລະ ມະຫາວິທະຍາໄລແມ່ໂຈ້ ເພື່ອສະໜັບສະໜູນ ນະວັດຕະກໍາການກະສິກໍາ ແລະ ຈະໄດ້ລົງນາມ MOU ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ ຫຼວງພະບາງ ກ່ຽວກັບການຮ່ວມມືກັນໃນຄັ້ງຕໍ່ໄປ ອີກດ້ວຍ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.