Thursday, March 20, 2025

ຫາ​ລື​​ແຜນການຮ່ວມມື ເພື່ອ​ການ​ພັດ​ທະ​ນາ ລາວ-ໄທ ຄັ້ງທີ 24.

ເພື່ອເປັນການທົບທວນຜົນການດຳເນີນງານຕາມມະຕິການຕົກລົງຂອງກອງປະຊຸມຮ່ວມມືທາງວິຊາການ ລາວ-ໄທ ຄັ້ງທີ 23 ແລະ ແຜນຄວາມຮ່ວມມືເພື່ອການພັດທະນາ ລາວ-ໄທ ໄລຍະ 3 ປີ (2020-2022) ເຊິ່ງໄດ້ດຳເນີນການແລ້ວ 12 ໂຄງການ ໂດຍໃຫ້ທຶນການສຶກສາລະດັບປະລິນຍາໂທ ລວມ 51 ທຶນ ແລະ ຈັດຫຼັກສູດຝຶກອົບຮົມໄລຍະສັ້ນຈຳນວນ 6 ຫຼັກສູດ.

ສະນັ້ນ, ໃນລະຫວ່າງວັນທີ 22-24 ສິງຫາ 2022 ຈຶ່ງໄດ້ມີການຈັດກອງປະຊຸມຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 24 ຂຶ້ນ ທີ່ ນະຄອນ ຫຼວງພະບາງ, ເຊິ່ງມີຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ວິໂຣດ ສູນດາຣາ, ຫົວໜ້າກົມ ອາຊີ-ປາຊີຟິກ ແລະ ອາຟຣິກາ, ເລຂາທິການຄະນະກຳມາທິການຮ່ວມມື ລາວ-ໄທ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຝ່າຍໄທ ນຳໂດຍ ທ່ານ ນາງ ອຸຣິຣັດ ຈະເລີນໂຕ,  ອະທິບໍດີ ກົມຄວາມຮ່ວມມື ລະຫວ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ທ່ານ ເຈດສະດາ ກະຕະເວທິນ, ເອກອັກຄະລັດຖະທູດໄທ ປະຈຳ ສປປ ລາວ ໂດຍມີບັນດາຜູ້ແທນຈາກພາກສ່ວນຕ່າງໆ ຂອງທັງສອງປະເທດ ລາວ-ໄທ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານຜົນຂອງ ກອງປະຊຸມກອງເລຂາ ລາວ-ໄທ ຈາກຫົວໜ້າກອງເລຂາຝ່າຍ ລາວ ແລະ ໄທ ທີ່ຈັດຂຶ້ນໃນວັນທີ 23 ສິງຫາ 2022, ໂດຍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຜົນຂອງການຈັດຕັ້ງປະຕິບັດໂຄງການເພື່ອການພັດທະນາດ້ານວິຊາການ (2020-2022) ໃນໄລຍະຜ່ານມາ ຕາມທີ່ໄດ້ຕົກລົງກັນ ຂອງກອງປະຊຸມຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ່ 23 ທີ່ ເພັດສະບູລີ ຣາຊະອານາຈັກໄທ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ພ້ອມກັນນີ້, ກອງປະຊຸມຍັງໄດ້ຮັບຮອງເອົາບົດບັນທຶກກອງປະຊຸມວິຊາການ ລາວ-ໄທ ຄັ້ງທີ 24 ແລະ ແຜນການຮ່ວມມືເພື່ອການພັດທະນາ ລາວ – ໄທ ໄລຍະ 3 ປີ (2023-2025) ຊຶ່ງກວມເອົາ 7 ຂົງເຂດ, 21 ແຜນງານ, 35 ໂຄງການ ທີ່ສອດຄອງກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ທີ່ລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດໄວ້ ແລະ ຍັງເປັນການປະກອບສ່ວນເຂົ້າໃນການຜັນຂະຫຍາຍ ແຜນປະຕິບັດງານ ວ່າດ້ວຍ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃຫ້ໄດ້ຮັບໝາກຜົນເປັນຮູບປະທໍາ.

ທ່ານ ນາງ ອຸຣິຣັດ ຈະເລີນໂຕ, ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍລາວ ແລະ ສະແດງຄວາມຍິນດີທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ກໍຄືການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ໄທ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.

ດ້ານ ທ່ານ ວິໂຣດ ສູນດາຣາ, ກໍໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ທີ່ໄດ້ໃຫ້ການຮ່ວມມືສະໜັບສະໜູນດ້ານວິຊາການແກ່ ສປປ ລາວ ຕະຫຼອດໄລຍະ 30 ປີ ທີ່ຜ່ານມາ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງຊັບພະຍາກອນມະນຸດ ແລະ ສົ່ງເສີມການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຕໍ່ເນື່ອງ ໂດຍສະເພາະໃນໄລຍະທີ່ມີການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.