Thursday, March 20, 2025

Meta ເປີດໂຕແຄມເປນ #ເຮືອນຂອງຂ້ອຍ (Your Profile, Your Home’) ເພື່ອຊ່ວຍໃຫ້ຄົນລາວສາມາດຄວບຄຸມການຕັ້ງຄ່າຄວາມເປັນສ່ວນຕົວໄດ້

ວັນທີ 22 ກັນຍາ 2022 – Meta ໄດ້ເປີດໂຕແຄມເປນໃໝ່ຫຼ້າສຸດ “ໂປຣໄຟລ໌ຂອງທ່ານ, ເຮືອນຂອງທ່ານ” ຫຼື #ເຮືອນຂອງຂ້ອຍ, ປະສົບການຄວາມຮູ້ແບບໃໝ່ທີ່ຊ່ວຍໃຫ້ຜູ້ຄົນສາມາດຮຽນຮູ້ໄດ້ຫຼາຍຂຶ້ນຜ່ານການຫຼິ້ນ ແລະ ສຶກສາດ້ວຍຕົວເອງກ່ຽວກັບວິທີການກຳນົດຕົວຕົນເທິງໂລກອອນລາຍ ໂດຍຜ່ານການຕັ້ງຄ່າ ແລະ ຄວບຄຸມຄວາມເປັນສ່ວນຕົວ.  

ເລີ່ມແຕ່ມື້ນີ້ເປັນຕົ້ນໄປ, ແຄມເປນ #ເຮືອນຂອງຂ້ອຍ ເຊິ່ງເປັນປະສົບການທາງດິຈີຕອນທີ່ທຸກຄົນສາມາດສຳຜັດໄດ້ ຈະເປີດໃຫ້ນຳໃຊ້ໄດ້ແລ້ວ ຜ່ານເວັບໄຊທ໌ທີ່ເປັນພາສາລາວ yourhome.fb.com/Laos. ຜູ້ຊົມໃຊ້ຈະໄດ້ສຳຜັດປະສົບການດັ່ງກ່າວຜ່ານການຫຼິ້ນ, ປັບແຕ່ງເຮືອນແບບອອນລາຍຂອງຕົນເອງ ເຊິ່ງປຽບເໝືອນປະສົບການຄວາມເປັນສ່ວນຕົວຂອງພວກເຂົາ ໃນຂະນະທີ່ພວກເຂົາໄດ້ເຂົ້າມາທົດລອງຮຽນຮູ້ເວັບໄຊທ໌.  ເພື່ອນຳເອົາປະສົບການການຮຽນຮູ້ດັ່ງກ່າວໃຫ້ເກີດປະໂຫຍດ ແລະ ລະອຽດຂຶ້ນກວ່າເກົ່າ, ທ່ານສາມາດເຂົ້າມາຢ້ຽມຢາມບູດ໌ຂອງແຄມເປນ #ເຮືອນຂອງຂ້ອຍ ເພື່ອຮຽນຮູ້ເພີ່ມເຕີມກັບພວກເຮົາ ແລະ ທ່ານຍັງຈະໄດ້ຮັບຂອງທີ່ລະນຶກຈາກ Meta ອີກດ້ວຍ. (ເຄື່ອງມີຈຳນວນຈຳກັດ). ຢ່າລືມມາຢ້ຽມຢາມບູດ໌ #ເຮືອນຂອງຂ້ອຍ ທີ່ຈັດຂຶ້ນໂດຍ Meta, ເຊິ່ງຈະເປີດຕັ້ງແຕ່ວັນທີ 22-23 ກັນຍາ (ວັນພະຫັດວັນສຸກ) ນີ້ທີ່ ສູນການຄ້າ ພາກຊັນ, ຊັ້ນ 1.

ແຄມເປນສະແດງໃຫ້ເຫັນເຖິງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ Meta ເພື່ອເພີ່ມຄວາມຮູ້ທາງດ້ານດິຈີຕອນໃຫ້ຊາວລາວ ແລະ ຄໍາໝັ້ນສັນຍາທີ່ຈະສະໜັບສະໜຸນຊຸມຊົນທ້ອງຖິ່ນ, ໂດຍສະເພາະແມ່ນການສະໜອງຄວາມສາມາດໃນການຄວບຄຸມສິ່ງທີ່ພວກເຂົາແບ່ງປັນ, ຮຽນຮູ້ວິທີໃຊ້ເຄື່ອງມື ແລະ ຄຸນສົມບັດໃນການຕັ້ງຄ່າຄວາມເປັນສ່ວນຕົວ, ປັບແຕ່ງໂຄສະນາທີ່ພວກເຂົາເຫັນ, ຕະຫຼອດເຖິງການຮັກສາບັນຊີຂອງພວກເຂົາໃຫ້ປອດໄພເທິງແພັດຟອມຕ່າງໆຂອງ Meta.

ເປັນກຽດກ່າວເປີດແຄມເປນໂດຍ ທ່ານນາງ Arianne T. Jimenez, ຜູ້ຈັດການດ້ານຄວາມເປັນສ່ວນຕົວ ແລະ ນະໂຍບາຍສາທາລະນະຂອງ Meta ປະຈໍາອາຊີປາຊີຟິກ ກ່າວວ່າ: “ສ່ວນໜຶ່ງຂອງພາລະກິດຫຼັກຂອງພວກເຮົາ ແມ່ນການສ້າງຄວາມເຂັ້ມແຂງໃຫ້ຜູ້ຊົມໃຊ້ໃນລາວດ້ວຍຄວາມຮູ້ ແລະ ເຄື່ອງມືທີ່ຈຳເປັນເພື່ອຮັກສາຂໍ້ມູນອອນລາຍຂອງພວກເຂົາ, ພວກເຮົາ ຕື່ນເຕັ້ນຫຼາຍທີ່ຈະເປີດຕົວປະສົບການການຮຽນຮູ້ “ໂປຣໄຟລ໌ຂອງທ່ານ, ເຮືອນຂອງທ່ານ” ໃນມື້ນີ້. ຄວາມເຂົ້າໃຈໃນສິ່ງທີ່ພວກເຮົາແບ່ງປັນທາງອອນລາຍເປັນສິ່ງສໍາຄັນສຳລັບທຸກຄົນ ແລະ ພວກເຮົາຕ້ອງການສະໜອງວິທີການຕ່າງໆໃຫ້ແກ່ຜູ້ຊົມໃຊ້ໃນລາວໄດ້ຮຽນຮູ້ວິທີການຄວບຄຸມ ແລະ ໃຫ້ຄວາມໂປ່ງໃສໃນຂໍ້ມູນທີ່ພວກເຂົາແບ່ງປັນ.”

ນອກຈາກນີ້, ໃກ້ກຽດເຂົ້າ​ຮ່ວມ​ງານ​ດັ່ງກ່າວ​ຍັງມີ​ ທ່ານ Pheakdey Heng, ຜູ້ຈັດການດ້ານນະໂຍບາຍສາທາລະນະຂອງ​ Meta ປະຈຳປະເທດລາວ ແລະ ກຳປູເຈຍ ກ່າວ​ວ່າ: “ການ​ຊ່ວຍ​ເຫຼືອ​ຊາວລາວ​ໃນ​ການ​ສ້າງ​ປະ​ສົບ​ການ​ອອນ​ລາຍທີ່​ປອດ​ໄພ ແລະ​ເປັນ​ໄປໃນທາງ​ບວກ ແມ່ນ​ໜຶ່ງ​ໃນ​ບຸ​ລິ​ມະ​ສິດ​ຫຼັກຂອງ​ພວກ​ເຮົາ​ທີ່​ເປັນ​ຂັ້ນ​ໄດສູ່ ເປົ້າຫມາຍຂອງພວກເຮົາເພື່ອເສີມຂະຫຍາຍຄວາມຮູ້ທາງດ້ານດິຈີຕອນສໍາລັບຊຸມຊົນທ້ອງຖິ່ນ.  ພວກເຮົາມີຄວາມຊາບຊຶ້ງທີ່ສາມາດນໍາເອົາປະສົບການທີ່ດີມາສູ່ປະເທດລາວ ແລະ ເຮັດວຽກຮ່ວມກັບຄູ່ຮ່ວມງານໃນທ້ອງຖິ່ນເຊັ່ນ: ຜູ້ສ້າງເນື້ອຫາທາງດ້ານເຕັກໂນໂລຊີໃນລາວເພື່ອສົ່ງຈຸດປະສົງຂອງພວກເຮົາ. ພວກເຮົາຂໍເຊີນຊວນທ່ານມາລອງໃຊ້ເວັບໄຊທ໌ #ເຮືອນຂອງຂ້ອຍ ໄດ້ແລ້ວມື້ນີ້ ທີ່ບູດທ໌ພາກຊັນ ເພື່ອມາຮຽນຮູ້ ແລະ ຮ່ວມມ່ວນຊື່ນກັບພວກເຮົາ.”

ແຄມເປນ #ເຮືອນຂອງຂ້ອຍ ມີການຮ່ວມມືກັບຜູ້ສ້າງເນື້ອຫາທີ່ມີຊື່ສຽງໃນປະເທດ ແລະ ຜູ້ມີຊື່ສຽງດ້ານເຕັກໂນໂລຊີຊັ້ນນໍາລວມມີ Sky Thakhek, Tam Jai Fan, Info, It’s Awesome ແລະ Jipnoii ທີ່ຈະມາແບ່ງປັນປະສົບການຂອງພວກເຂົາພ້ອມເຄັດລັບໃນການນຳໃຊ້ສື່ສັງຄົມອອນລາຍຢ່າງປອດໄພ. ມາພົບກັບພວກເຂົາໄດ້ໃນຊ່ວງການສົນທະນາທີ່ຈະຈັດຂຶ້ນຕັ້ງແຕ່ເວລາ 17:00 -17:30 ໂມງແລງໃນວັນພະຫັດ ແລະ ວັນສຸກທີ່ສູນການຄ້າ ພາກຊັນ.

ທ່ານສາມາດເຂົ້າໄປທົດລອງເວັບໄຊທ໌ຂອງແຄມເປນ #ເຮືອນຂອງຂ້ອຍ ແລະ ສ້າງເຮືອນຂອງທ່ານໄດ້ທີ່ yourhome.fb.com/laos, ແລະ ຍັງສາມາດຢ້ຽມຢາມບູດ໌ ຂອງເຮົາໄດ້ທີ່ສູນການຄ້າ ພາກຊັນ ຕັ້ງແຕ່ເວລາ 12 ໂມງ, ວັນພະຫັດ ທີ 22 ກັນຍາ ຈົນຮອດ 7 ໂມງແລງ ວັນສຸກ ທີ 23 ກັນຍາ. ມາຮຽນຮູ້ກັບພວກເຮົາ ແລະ ພົບກັບນັກສ້າງເນື້ອຫາທີ່ທ່ານມັກ ເພື່ອຮັບຂອງທີ່ລະນຶກຈາກ Meta (ເຄື່ອງມີຈຳນວນຈຳກັດ). ແລ້ວພົບກັນເດີ້!

ທ່ານສາມາດຕິດຕາມກິດຈະກໍາ ແລະ ແຄມເປນພິເສດອື່ນໆໄດ້ທີ່ InsideLaos Facebook page! https://www.facebook.com/InsideLaos

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.