ເມືອງນໍ້າບາກ ຈະຈັດງານເທດສະການໝາກກ້ຽງ ປະຈຳປີ 2022

ອົງການປົກຄອງເມືອງນ້ຳບາກ ຈະຈັດເທດສະການໝາກກ້ຽງປະຈຳປີ 2022 ທ້າຍເດືອນຕຸລາ ນີ້ ແລະ ໄດ້ແຕ່ງຕັ້ງຄະນະຊີ້ນຳ-ອານຸກຳມະການຕ່າງໆ, ຜ່ານແຜນດຳເນີນງານເທດສະການໝາກກ້ຽງນ້ຳບາກໂດຍກຳນົດໄລຍະເວລາຈັດງານ 2 ວັນ.

ທ່ານ ວັນແພງ ອຸດທະວີສັກ ຫົວໜ້າຫ້ອງວ່າການເມືອງ ຍັງໄດ້ໃຫ້ຮູ້ອີກວ່າ ສຳລັບງານໃນປິນີ້ຈະມີງານວາງສະແດງຂາຍຜົນຜະລິດຂອງຫມາກກ້ຽງ, ການປະ ກວດລົດຊາດໝາກກ້ຽງ, ປະກວດນາງສາວໝາກກ້ຽງ, ງານວາງສະແດງສິນຄ້າຫັດຖະກຳແຜ່ນແພ ຍອມສີທຳມະຊາດ ທີ່ເປັນເອກະລັກ, ອາຫານພື້ນບ້ານ, ຜະລິດ ຕະພັນໄຄແຜ່ນ, ສະແດງສີລະປະວັນນະ ຄະດີ, ການເດີນຂະບວນກ້ອນກໍາລັງຂອງຊາວບ້ານ ທີ່ຕິດພັນກັບການປູກໝາກກ້ຽງ ຈຳນວນ 14 ຂະບວນ, ຂະບວນບ້ານທ່ອງທ່ຽວ ແບບປະຊາຊົນມີສ່ວນ ຮ່ວມ ບ້ານນາຍາງໃຕ້ ແລະອື່ນໆ.

ການຈັດງານຄັ້ງນີ້ ກໍເພື່ອເປັນການພື້ນຟູ ແລະ ສົ່ງເສີມການທ່ອງທ່ຽວພາຍໃນ ສົ່ງເສີມການອານຸລັກຮັກສາ ແລະ ສົ່ງເສີມມູນເຊື້ອຄວາມດຸໝັ່ນຂອງຊາວກະສິກອນ ສວນໝາກກ້ຽງ ອີກດ້ວຍ.

ທີ່ມາ: ພອນສັກ ສິງດາລັກ (ນັກຂ່າວເມືອງນ້ຳບາກ)

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...