Thursday, March 20, 2025

ເຂົ້າລາວ ເຂົ້າດີ! ປະເທດຝຣັ່ງເຊັນສັນຍາ ຊື້-ຂາຍ ເຂົ້າກາຈໍາປາ ເບື້ອງຕົ້ນ 1 ພັນໂຕນຕໍ່ປີ

ບໍລິສັດຈໍາປາຫອມການຄ້າ ຂາອອກ-ຂາເຂົ້າຈໍາກັດຜູ້ດຽວ ບ້ານດອນໜູນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ຮ່ວມມືກັບ ບໍລິສັດ WECH GROS import-export ໄດ້ລົງນາມເຊັນສັນຍາຮ່ວມມື ຊື້-ຂາຍ ເຂົ້າເພື່ອ ສົ່ງເຂົ້າໄປຂາຍຢູ່ປະເທດຝຣັ່ງ ໃນເບື້ອງຕົ້ນຄາດວ່າຈະໃຫ້ສາມາດສົ່ງອອກໄປ 1 ພັນໂຕນ ມູນຄ່າ 1,2 ລ້ານໂດລາ.

ຕາມຂໍ້ມູນທີ່ທ່ານ ທ່ານ ນາງ ບຸນຮຽງ ພົມມີໄຊ ປະທານບໍລິສັດຈໍາປາຫອມການຄ້າ ໄດ້ໃຫ້ມາວ່າ: ໄລຍະຜ່ານມາກໍໄດ້ມີການສົ່ງເຂົ້າໄປປະເທດແບນຊິກ (ເບວຢ້ຽມ) ຈຳນວນ 2 ຄັ້ງ, ຄັ້ງທໍາອິດ 50 ໂຕນ ແລະ ຄັ້ງທີ 2 ປະມານ 200 ໂຕນ ແລະ ຈະມີຄັ້ງທີ 3 ໃນໄວໆນີ້ ເນື່ອງຈາກຄວາມຕ້ອງການມີເພີ່ມຂຶ້ນ ຄາດຄະເນປະມານ 200 ໂຕນ.

ປະເທດຝຣັ່ງ ມີຄວາມຕ້ອງການໃນການບໍລິໂພກເຂົ້າໜຽວຫຼາຍຂຶ້ນ ເລີຍເຮັດໃຫ້ເຂົ້່າຂອງລາວເຮົາ ເປັນອີກໜຶ່ງທາງເລືອກໜຶ່ງໃນການສົ່ງອອກໄປຈໍາໜ່າຍຢູ່ຫ້າງຊັບພະສິນຄ້າຢູ່ປະເທດຝຮັ່ງ ຄາດວ່າໃນທ້າຍປີ 2022 ຫຼື ຕົ້ນປີ 2023 ແລະ ຄາດວ່າຈະໃຫ້ສາມາດສົ່ງອອກເຂົ້າໜຽວ ສະເລ່ຍ 1 ພັນໂຕນ ມູນຄ່າ 1,2 ລ້ານໂດລາສະຫະລັດ.

ນອກຈາກນັ້ນ, ທາງບໍລິສັດຈໍາປາຫອມການຄ້າ ມີເນື້ອທີ່ໃນການປູກເຂົ້າ 600 ກວ່າເຮັກຕາ ແລະ ມີປະຊາຊົນເຂົ້າຮ່ວມໃນການປູກເຂົ້າ 600 ກວ່າຄອບຄົວ ພ້ອມໃນການຮັກສາມາດຕະຖານ ໃນການຜະລິດເຂົ້ານັບແຕ່ການປູກຈົນຮອດຂອດການປຸງແຕ່ງ ເພື່ອສົ່ງອອກໄປຕ່າງປະເທດ.

ທີ່ມາ: Lao Economic Daily

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່