Friday, April 18, 2025

26 ຕຸລາ ນີ້ ກຳນົດພິທີສ້າງເມມ ພຣະອາຈານໃຫຍ່ ມະຫາບົວຄຳ ສາຣິບຸດ ທີ່ເດີ່ນ ພຣະທາດຫຼວງ.

ໃນວັນທີ 26 ຕຸລາ 2022 ນີ້ ຈະມີພິທີສ້າງເມມ ພຣະອາຈານໃຫຍ່ ມະຫາບົວຄຳ ສາຣິບຸດ, ອະດີດຮອງປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແລະ ອະດີດເຈົ້າອະທິການ ວັດຂົວຫຼວງ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ເຊິ່ງຈະຈັດເປັນກໍລະນີພິເສດທີ່ເດີ່ນພຣະທາດຫຼວງ ແລະ ມີກຳນົດວັນຖວາຍພະເພີງ ໃນວັນເສົາທີ 26 ພະຈິກ 2022.

ສຳລັບປະຫວັດຫຍໍ້ຂອງ ພຣະອາຈານໃຫຍ່ ມະຫາບົວຄຳ ສາຣິບຸດ ເກີດເມື່ອວັນທີ 15 ກຸມພາ ພສ 2476, ຄສ 1933 ວັນພຸດ ແຮມ 6 ຄໍ່າ ເດືອນ 3 ປີວອກ ທີ່ບ້ານ ຍາງສາວ, ເມືອງ ສຸຂຸມາ ແຂວງຈຳປາສັກ. ໄດ້ບັນພະຊາ (ບວດເປັນຈົວ) ໃນປີ 1949 ຕອນອາຍຸໄດ້ 16 ປີ ແລະ ໄດ້ອຸປະສົມບົດ (ບວດເປັນພຣະ) ໃນປີ 1953.

ພຣະອາຈານໃຫຍ່ ມະຫາບົວຄຳ ສາຣິບຸດ ເປັນຜູ້ທີ່ເຮັດວຽກໃກ້ຊິດກັບ ພຣະອາຈານໃຫຍ່ ດຣ. ພຣະມະຫາຜ່ອງ ສະມາເລີກ, ອະດີດປະທານສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ອະດີດພຣະອາຈານທີ່ປຶກສາ ສະຖາບັນໂພທິຄະຍາວິຊາໄລ ກ່ອນທີ່ເພິ່ນຈະລະສັງຂານ, ໂດຍຍາທ່ານບົວຄຳ ໄດ້ພັດທະນາບຸກເບີກ ແລະ ປະກອບສ່ວນຊ່ວຍສ້າງໃນວົງການສຶກສາສົງຂອງລາວຫຼາຍຢ່າງ ເປັນຕົ້ນແມ່ນ ການລິເລີ່ມໃຫ້ທຸກແຂວງໃນ ສປປ ລາວ ຕັ້ງໂຮງຮຽນສົງຂຶ້ນມາ ແລະ ເປີດການຮຽນ-ການສອນພາສາບາລີ ເປັນຕົ້ນ…

ພຣະອາຈານໃຫຍ່ ມະຫາບົວຄຳ ສາຣິບຸດ, ອະດີດຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ອະດີດເຈົ້າອະທິການ ວັດຂົວຫຼວງ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ໄດ້ມໍລະນະພາບໃນຕອນເຊົ້າຂອງວັນທີ 22 ກັນຍາ 2022 ດ້ວຍຄວາມຊະລາພາບ, ບວດໄດ້ 69 ພັນສາ, ລວມອາຍຸໄດ້ 92 ປີ.

ເຂົ້າຮ່ວມພິທີໄຫວ້ອາໄລໂດຍ ພຣະອາຈານໃຫຍ່ມະຫາບຸນມາ ສິມມາພົມ, ປະທານສູນກາງ ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແລະ ພຣະອາຈານໃຫຍ່ມະຫາເຫວດ ມະເສໄນ, ຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ຮ່ວມງານບຳເພັນກຸສົນ ສວດພຣະອະພິທຳ ພຣະອາຈານໃຫຍ່ ມະຫາບົວຄຳ ສາຣິບຸດ ໂດຍມີ ທ່ານນາງ ນາລີ ສີສຸລິດ, ພັນລະຍາທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເປັນປະທານຝ່າຍຄາຣາວາດໃນພິທີບຳເພັນກຸສົນ.

ນອກຈາກນີ້ ຍັງມີ ດຣ. ສຸພະໄຊ ວີຣະພຸຊົງ, ເລຂາທິການສະຖາບັນໂພທິຄະຍາວິຊາໄລ 980 ແລະ ປະທານຈັດໂຄງການທຳມະຍາດຕຣາ 5 ແຜ່ນດິນ ຕົວແທນຄະນະກຳມະການຝ່າຍປະເທດໄທ ກໍໄດ້ເດີນທາງມາຮ່ວມຖວາຍຄວາມອາໄລໃນພິທີບຳເພັນກຸສົນໃນຄັ້ງນີ້ດ້ວຍ.        

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.