ຢູ່ລາວ ຈະໃຊ້ວິທີໃດດີ ປ້ອງກັນການກ່າຍ?

ກາຍເປັນກະແສກັບມາໃນໂລກອອນລາຍອີກຄັ້ງ ເມື່ອມະຫາວິທະຍາໄລແຫ່ງໜຶ່ງໃນ ຟິລິປິນ ໄດ້ນໍາແນວຄິດໝວກປ້ອງກັນການກ່າຍ ມາໃຊ້ໃນການສອບເສັງ ໂດຍໃຫ້ນັກສຶກສາເປັນຜູ້ຄິດຂຶ້ນມາເອງ ຈົນເປັນຂ່າວດັງໄປທົ່ວໂລກ.

ໂດຍຫຼັງຈາກທີ່ສຳນັກຂ່າວ BBC ນໍາເອົາພາບຈາກເພຈ Mary Joy Mandane-Ortiz ເຊິ່ງເປັນສາສະດາຈານວິສະວະກຳເຄື່ອງກົນ ທີ່ມະຫາວິທະຍາໄລດ້ານວິສະວະກຳ Bicol University College of Engineering ໃນເມືອງ Legazpi City ປະເທດຟິລິປິນ ມາເຜີຍແຜ່ ກໍໄດ້ຮັບການແຊຣ໌ ແລະ ນໍາໄປເຜີຍແຜ່ອີກຈຳນວນຫຼາຍ.

Mandane-Ortiz ກ່າວວ່າ ໂຕລາວເອງໄດ້ແຮງບັນດານໃຈມາຈາກມະຫາວິທະຍາໄລໃນປະເທດໄທ ເມື່ອປີ 2013 ເຊິ່ງສ້າງກະແສທັງດ້ານບວກ ແລະ ດ້ານລົບມາແລ້ວ ໂດຍໃນຄັ້ງນີ້ ລາວໄດ້ໃຫ້ນັກສຶກສາອອກແບບໝວກປ້ອງກັນການກ່າຍ ໃນແບບຂອງໂຕເອງ ເຊິ່ງກໍມີທັງໜ້າຕາທີ່ສວຍງາມ ແລະ ແປກປະຫຼາດ ອອກມາດັ່ງໃນພາບ ຈົນເປັນຂ່າວດັ່ງກ່າວ.

ຈາກແນວຄວາມຄິດນີ້ ນອກຈາກນັກສຶກສາຈະໄດ້ຄວາມມ່ວນ ແລະ ໄດ້ໃຊ້ຄວາມຄິດສ້າງສັນ Mandane-Ortiz ກ່າວວ່າ ນັກສຶກສາຍັງເຮັດບົດສອບເສັງໄວຂຶ້ນ ໂດຍບໍ່ມີການກ່າຍອີກດ້ວຍ.

ແນວຄວາມຄິດການປ້ອງກັນການກ່າຍນັ້ນ ຖືເປັນອີກໜຶ່ງເລື່ອງທີ່ທຸກໂຮງຮຽນພະຍາຍາມຫາແນວທາງໃໝ່ໆ ມາປັບໃຊ້ ບໍ່ວ່າຈະເປັນການອອກແບບບົດເສັງຫຼາຍຊຸດ ການຈັດໂຕະແບບສະຫຼັບແຂ້ວປາໃນຈີນ ຫຼື ລວມໄປເຖິງການນໍາເອົານັກສຶກສາອອກມາຕັ້ງກາງແຈ້ງຄືໃນ ກຳປູເຈຍ ແລະ ຫວຽດນາມ ເປັນຕົ້ນ.

ເຖິງຢ່າງໃດກໍຕາມ ການກ່າຍບົດສອບເສັງ ຈະເປັນເຄື່ອງວັກແທກດ້ານຈັນຍາບັນ ແລະ ສິນລະທຳຢ່າງໜຶ່ງຂອງສັງຄົມ ທີ່ເຖິງວ່າຈະມີການສອນດ້ານນີ້ຢູ່ແລ້ວ ແຕ່ກໍຍັງມີອີກຫຼາຍປັດໄຈທີ່ເຮັດໃຫ້ຈຳເປັນຕ້ອງນໍາແນວທາງປະຕິບັດອື່ນໆ ມາໃຊ້ປະກອບກັນ.

ສຳລັບໃນປະເທດລາວ ຖ້າໂຮງຮຽນໃດມີໄອເດຍປ້ອງກັນການກ່າຍບົດສອບເສັງທີ່ສ້າງສັນກວ່ານີ້ ກໍສາມາດເອົາມາແບ່ງປັນໃຫ້ເບິ່ງແນ່ເດີ້.

ຂໍ້ມູນຈາກ: BBC ແລະ Philippine Star

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...