Thursday, March 20, 2025

ຮູ້ຈັກກັບ ອານຸສອນ ໄຊຍະລາດ ໜຶ່ງໃນຜູ້ເຂົ້າຮອບ 12 ຄົນ ສຸດທ້າຍ MISTER GOBAL LAOS 2022.

ການປະກວດ ເປັນງານທີ່ຕ້ອງໄດ້ຄວາມສາມາດ ຂອງບຸກຄົນທີ່ເຂົ້າປະກວດ ບໍ່ວ່າຈະເປັນ ດ້ານການສະແດງອອກ, ຄວາມສາມາດສະເພາະຕົວ ນອກຈາກນີ້ ການກຽມຄວາມພ້ອມໃຫ້ມີສຸຂະພາບດີ ຖືວ່າເປັນສິ່ງສຳຄັນສຳລັບ ຜູ້ເຂົ້າປະກວດ MISTER GOBAL LAOS .

ທ້າວ ອານຸສອນ ໄຊຍະລາດ (ຕ່າຍ), 20 ປີ ສຶກສາຢູ່ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ສາຂາກວດສອບ ປີ 2, ມະຫາວິທະຍາໄລແຫ່ງຊາດ ກ່າວວ່າ: ການເຂົ້າປະກວດ MISTER GOBAL LAOS 2022 ຖືວ່າເປັນຄັ້ງທຳອິດຂອງເຂົາ ແລະ ເຮັດໃຫ້ໄດ້ຮູ້ເຖິງ ການເຂົ້າສັງຄົມ ບໍ່ວ່າຈະເປັນການປາກເວົ້າ, ການສະແດງກິລິຍາມາລະຍາດ, ອີກຢ່າງກໍເຮັດໃຫ້ມີຄົນຮູ້ຈັກຫຼາຍຂຶ້ນ ໃນນາມທີ່ເປັນຜູ້ຊາຍຄົນໜຶ່ງ ເວົ້າໄດ້ເລີຍວ່າ ນີ້ເປັນປະສົບການທຳອິດທີ່ລ້ຳຄ່າທີ່ສຸດ.

ສິ່ງທີ່ຕ້ອງມີ ຫຼື ຕ້ອງເຮັດໃນການປະກວດ ແມ່ນຕ້ອງເບິ່ງແຍງສຸຂະພາບຕົນເອງ ເປັນອັນດັບທຳອິດ, ກຽມຮ່າງກາຍໃຫ້ພ້ອມ, ເຝິກເວົ້າຈາ, ເຂົ້າຫາຜູ້ໃຫຍ່ ແລະ ອີກສິ່ງໜຶ່ງທີ່ສຳຄັນຫຼາຍ ກໍຄືຮອຍຍິ້ມ.

ການເຮັດກິດຈະກຳຕ່າງໆ ໃນກອງປະກວດ ເປັນອີ່ຫຍັງທີ່ໜ້າຕື່ນເຕັ້ນ ແລະ ທ້າທາຍຢູ່ສະເໝີ ເປັນຕົ້ນແມ່ນການສ້າງຮອຍຍິ້ມໃຫ້ກັບໝູ່ເພື່ອນ, ສ້າງຄວາມມີຊີວິດຊີວາໃຫ້ບຸກຄົນທີ່ເຂົ້າປະກວດ ແລະ ຜູ້ຊົມໄດ້ປະທັບໃຈ.

ຖ້າຖາມວ່າຄາດຫວັງບໍ່? ຕອນທຳອິດທີ່ເຂົ້າມາປະກວດ ກໍບໍ່ໄດ້ຄາດຫວັງ ເພາະເວທີນີ້ ເປັນເວທີທຳອິດ ເພື່ອການຫາປະສົບການໃນເບື້ອງຕົ້ນ, ຄວາມຢາກຮູ້, ຢາກລອງສິ່ງໃໝ່ໆ ແຕ່ພໍມາຮອດຈຸດນີ້ ທີ່ໄດ້ຜ່ານເຂົ້າ Top 12 ຄົນ ກໍເລີ່ມມີຄວາມຄາດຫວັງເລັກນ້ອຍ ເພາະການທີ່ໄດ້ຜ່ານເຂົ້າມາຮອດຮອບນີ້ ກໍຖືວ່າເປັນການທ້າທາຍໃນຄວາມສາມາດຂອງເຮົາ ເຮັດໃຫ້ຕ້ອງມີຄວາມກະຕືລືລົ້ນ ແລະເຝິກຊ້ອມຫຼາຍຂຶ້ນ.

ຖ້າອານະຄົດ ມີການປະກວດອີກຄັ້ງ ກໍຂໍຝາກນ້ອງໆ ທີ່ຈະເຂົ້າປະກວດ ຕ້ອງກຽມຄວາມພ້ອມ ບໍ່ວ່າຈະເປັນຮ່າງກາຍ ຫຼື ຈິດໃຈ ທີ່ສຳຄັນຕ້ອງກ້າສະແດງອອກ, ກ້າສູ້ກ້ອງ ແລະ ແບ່ງເວລາໃຫ້ເປັນລະຫວ່າງ ການຮຽນ ແລະ ການເຮັດກິດຈະກຳອື່ນໆ.

ທຸກຄົນສາມາດໂຫວດໄດ້ທາງ https://mistergloballaos.onelive.la/login

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່