ຂໍຂອບໃຈນຳຜູ້ສະໜັບສະໜູນ

ເຄື່ອງດື່ມຂອງ ສະຕາບັກຊ໌ ນັ້ນ ບໍ່ໄດ້ຂຶ້ນຊື່ແຕ່ພຽງຣົດຊາດພຽງແຕ່ຢ່າງດຽວ, ແຕ່ຍັງຂຶ້ນຊື່ເລື່ອງລາຄາທີ່ຢືນໜຶ່ງຈົນຫຼາຍຄົນບໍ່ກ້າທີ່ຈະໄປອຸດໜຸນ, ແຕ່ທ່ານຮູ້ບໍ່ວ່າ! ເຄື່ອງດື່ມຂອງ ສະຕາບັກຊ໌ ທີ່ຫາກໍເປີດໂຕສາຂາທຳອິດໃນ ສປປ ລາວ ນັ້ນ ມີລາຄາຖືກກວ່າທີ່ ປະເທດໄທ ຫຼາຍ, ໂດຍບາງລາຍການຖືກຫຼາຍກວ່າເຄິ່ງໜຶ່ງ.

ຢ່າງໃດກໍຕາມ ຕ້ອງຂໍບອກໄວ້ກ່ອນວ່າ ອິນໄຊລາວ ບໍ່ໄດ້ເຊຍ ຫຼື ຄັດຄ້ານການບໍລິໂພກກາເຟຍີ່ຫໍ້ນີ້ເດີ້! ເພາະເລື່ອງຄວາມນິຍົມ ແລະ ລາຍໄດ້ຂອງແຕ່ລະຄົນບໍ່ຄືກັນ ເຮົາພຽງແຕ່ຢາກປຽບທຽບກັນໃຫ້ເຫັນແຈ້ງໆວ່າ ອັດຕາແລກປ່ຽນ 1 ບາດ ຕໍ່ 500 ກີບໃນປັດຈຸບັນ (ຕົວເລກສີເຫຼືອງໃນພາບ) ອາດເຮັດໃຫ້ ສະຕາບັກຊ໌ ລາວ ກາຍເປັນຮ້ານກາເຟອີກແຫ່ງໜຶ່ງ ທີ່ນັກທ່ອງທ່ຽວຈາກປະເທດອ້ອມຂ້າງ ຢາກແວ່ມາອຸດໜຸນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໃຜທີ່ເດີນທາງໄປທີ່ສູນການຄ້າ Pakson ຊ່ວງນີ້ ຈະເຫັນຮ້ານ ສະຕາບັກຊ໌ ແລະ ລາຍການເຄື່ອງດື່ມ ພ້ອມລາຄາທີ່ຊັດເຈນ ຕັ້ງແຕ່ແວ່ນແກ້ວດ້ານນອກເລີຍລະ!

ໃນລາຍການກາເຟຄລາສສິກນີ້ ລາຄາຖືກກວ່າໄທ 10.000 ກີບ ເປັນຢ່າງໜ້ອຍ, ໂດຍທີ່ໜ້າຕື່ນເຕັ້ນທີ່ສຸດຄື ກາເຟດຳຊົງແບບສົດໆ ທີ່ຖືກກວ່າໄທເຖິງເຄິ່ງໜຶ່ງເລີຍລະ!
ສ່ວນກາເຟຍອດນິຍົມຢ່າງ ຄາຣາເມວ ມັກຄີອາໂຕ ກໍຖືກກວ່າ 15.000 – 20.000 ກີບ.
ສິ່ງທີ່ສັງເກດໄດ້ຄື ເຄື່ອງດື່ມຂະໜາດ Tall ສ່ວນໃຫຍ່ຈະລາຄາຖືກກວ່າຢູ່ໄທຂ້ອນຂ້າງຫຼາຍ ເຖິງວ່າຄົນສ່ວນໃຫຍ່ຈະມັກປະລິມານຂອງ Grande ເຊິ່ງພໍດີສຳລັບການດື່ມແຕ່ລະຄັ້ງຫຼາຍກວ່າ ໂດຍສະເພາະ ໂຄລໂຟມ ໄອຊ໌ເອສເປຣສໂຊ ຖືກກວ່າຢູ່ໄທເຖິງ 25.000 ກີບ.
ເມນູຊາ ກໍຖືກກວ່າແບບໂຫດໆ ໂດຍຂະໜາດ Tall ຍັງໂດດເດັ່ນທີ່ລາຄາຖືກກວ່າໄທ ເຖິງ 25.000 ກີບ ເຊັ່ນກັນ.
ສຳລັບກາເຟປັ່ນ ແລະ ເອສເປຣສໂຊປັ່ນ ໃນລາວ ຂາຍລາຄາດຽວກັນ ແຕ່ຢູ່ໄທຂາຍແຍກເປັນ 2 ລາຄາ ໂດຍ ເອສເປຣສໂຊປັ່ນຂອງໄທ ຈະລາຄາແພງກວ່າ.
ໃນເມນູປັ່ນ ຕັ້ງແຕ່ ຈາວາຊິບ ເປັນຕົ້ນມາ ຈົນເຖິງລາຍການໃນໜ້ານີ້ທັງໝົດ ຈະເຫັນໄດ້ວ່າ ຂະໜາດ Grande ຈະຄຸ້ມກວ່າ ຕ່າງຈາກກຸ່ມກາເຟ ທີ່ມີຄວາມແຕກຕ່າງຂອງລາຄາຢູ່ທີ່ຂະໜາດ Tall ເກືອບໝົດ.
ແຕ່ບໍ່ວ່າໃຜຈະມັກອັນໃດ ກໍຄວນບໍລິໂພກຢ່າງເໝາະສົມກັບສະພາບເສດຖະກິດກັນເດີ້!!!

ສຳລັບໃຜທີ່ຄຸ້ຍເຄີຍກັບຣົດຊາດອິນເຕີເປັນຢ່າງດີ ເມື່ອໄດ້ມາໃຊ້ບໍລິການທີ່ລາວແລ້ວເປັນແນວໃດ ຂໍຄວາມຄິດເຫັນກັນມາໃນຄອມເມັ້ນເດີ້!!

Hits: 75

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້