ລົດເມ ຟຣີ! ຈະມີໃຫ້ນໍາໃຊ້ໃນງານບຸນທາດຫຼວງ

ໃນຊ່ວງບຸນນະມັດສະການພຣະທາດຫຼວງວຽງຈັນ ທາງອົງການຊີ້ນໍາໄດ້ ຕົກລົງໃຫ້ບໍລິການລົດເມຟຣີ ເຊິ່ງເອກະພາບກໍານົດເອົາຈຸດຮັບສົ່ງມວນຊົນມາທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນໃນຂອບເຂດ 5 ຕົວເມືອງຄື: ສີໂຄດຕະບອງ, ຈັນທະບູລີ, ສີສັດຕະນາກ, ໄຊເສດຖາ ແລະ ໄຊທານີ.

ຈະມີໃຫ້ບໍລິການເລີ່ມແຕ່ເວລາ 18.00-23:30 ໂມງ ຂອງວັນທີ 4-8 ພະຈິກ 2022 ໂດຍມີ 10 ຖ້ຽວຕໍ່ວັນ ແລະ ຈະໃຫ້ບໍລິການທຸກໆ 25-30 ນາທີ ນອກຈາກເວລາທີ່ໄດ້ກໍານົດນີ້ ແມ່ນຈະໄດ້ເສຍຄ່າບໍລິການ.

ທ່ານພັນໂທ ວິລະວົງ ສະເໜ່ຫາ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນວ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມທິດຊີ້ນໍາຂອງທ່ານເຈົ້າຄອງ ນວ ກ່ຽວກັບແກ້ໄຂການສັນຈອນແອອັດໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໂດຍລັດວິສາຫະກິດລົດເມ ນວ ໄດ້ມີສ່ວນຮ່ວມໃນແຜນການແກ້ໄຂ ເຊິ່ງນໍາໃຊ້ລົດເມສາທາລະນະ 25 ຄັນ, ໃນນີ້ ມີລົດເມໄຟຟ້າ 10 ຄັນ ເພື່ອອໍານວຍຄວາມສະດວກໃນຈຸດຕ່າງໆຂອງ 5 ເມືອງ.

ຈຸດ ຮັບ-ສົ່ງ ມວນຊົນເຂດຮອບນອກຄື:

  • ເຂດເມືອງສີສັຕະນາກ ກໍານົດເຂດແຄມຂອງ ຂ້າງໂຮງໝໍມະໂຫສົດເບື້ອງທ່າທີ່ເປັນດິນເປົ່າຫວ່າງຂອງບໍລິສັດກິດຕິພົງ.
  • ເມືອງຈັນທະບູລີໃຊ້ຮ່ວມກັນກັບເມືອງສີສັດຕະນາກ ກໍານົດຢູ່ຈຸດປະຕູໄຊ ແລະ ຕຶກກະຊວງຍຸຕິທໍາຫຼັງເກົ່າ.
  • ເມືອງໄຊເສດຖາ ກໍານົດຢູ່ຫໍປະຊຸມແຫ່ງຊາດຫຼັກ 6 ໜ້າຫໍພິພິທະພັນໄກສອນພົມວິຫານ ເຂດເສດຖະກິດບຶງທາດຫຼວງ ແລະ ຕະຫຼາດເກົ່າຫົວຂົວ.
  • ເມືອງໄຊທານີ ກໍານົດເຂດມະຫາວິທະຍາໄລແຫ່ງຊາດ ວົງວຽນດອນໜູນ.
  • ເມືອງສີໂຄດຕະບອງ ໄດ້ກໍານົດເປັນຈຸດແລ່ນຜ່ານ.

ແຕ່ລະຈຸດຂຶ້ນລົດຈະມີໃຫ້ບໍລິການຝາກລົດຄື: ລົດຈັກລາຄາ 5.000 ກີບຕໍ່ຄັນ ແລະ ລົດໃຫຍ່ ລາຄາ 10.000 ກີບຕໍ່ຄັນ.

ສ່ວນຈຸດ ຮັບ-ສົ່ງ ມວນຊົນມາທ່ຽວງານບຸນໃກ້ທີ່ສຸດເຂົ້າເຖິງງານຮອບໃນ ໄດ້ອະນຸຍາດດັ່ງນີ້:

  • ມາແຕ່ເມືອງໄຊເສດຖາ ຈະຈອດຢູ່ໄຟແດງທາດຫຼວງ.
  • ມາແຕ່ເຂດເມືອງສີສັດຕະນາກ ຈອດຢູ່ຂ້າງໄຟແດງໂພນສະອາດ.
  • ມາແຕ່ເສັ້ນທາງເລກທີ 13 ໃຕ້ ຈອດຢູ່ວົງວຽນ 450 ປີ (ວົງວຽນໂພນເຄັງ) ເຊິ່ງລົດເມຈະໃຫ້ບໍລິການສົ່ງ ແລະ ບໍລິການຮັບຢູ່ໃນຈຸດທີ່ກ່າວມານັ້ນ.

ສ່ວນຈຸດສົ່ງ-ຮັບມວນຊົນມາທ່ຽວງານບຸນໃກ້ທີ່ສຸດເຂົ້າເຖິງງານຮອບໃນ ໄດ້ອະນຸຍາດດັ່ງນີ້ ມາແຕ່ເມືອງໄຊເສດຖາ ຈະຈອດຢູ່ໄຟແດງທາດຫຼວງ ມາແຕ່ເຂດເມືອງສີສັດຕະນາກ ຈອດຢູ່ຂ້າງໄຟແດງໂພນສະອາດ ແລະ ມາແຕ່ເສັ້ນທາງເລກທີ 13 ໃຕ້ ຈອດຢູ່ວົງວຽນ 450 ປີ (ວົງວຽນໂພນເຄັງ) ເຊິ່ງລົດເມຈະໃຫ້ບໍລິການສົ່ງ ແລະ ບໍລິການຮັບຢູ່ໃນຈຸດທີ່ກ່າວມານັ້ນ ດັ່ງນັ້ນ ຮຽກຮ້ອງມາຍັງມວນຊົນທີ່ມາທ່ຽວງານບຸນໃຫ້ມີສະຕິຮັກສາວັດຖຸສິ່ງຂອງຕົນເອງໃຫ້ດີ ພ້ອມກັນປະຕິບັດລະບຽບກົດໝາຍ ກໍຄືແຈ້ງການຕ່າງໆຂອງຄະນະຮັບຜິດຊອບຢ່າງເຂັ້ມງວດ ຖ້າບໍ່ເຂົ້າໃຈໃຫ້ສອບຖາມເຈົ້າໜ້າທີ່ປະຈໍາຢູ່ແຕ່ລະຈຸດ ເພື່ອຈະໄດ້ຮັບການອໍານວຍຄວາມສະດວກ.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: