Friday, April 18, 2025

ໜັງເຄັມລາວ ດັງໄກເຖິງຕ່າງແດນ 

ໜັງເຄັມ ຫຼື ໜັງຄວາຍຕາກແຫ້ງ ທີ່ເປັນອາຫານເອກະລັກ ພື້ນເມືອງລາວ ທີ່ຄົນລາວນິຍົມກິນມາແຕ່ອະດີດຈົນຮອດປັດຈຸບັນ ແລະ ຍັງເປັນຂອງແກ້ມຊັ້ນດີ ທີ່ສາມາດນຳມາປະກອບໃສ່ກັບອາຫານປະເພດຕ່າງໆເຊັ່ນ ອ່ອມໜັງ, ເອາະຫຼາມ ແລະ ອື່ນໆ ຕາມຄວາມມັກຂອງແຕ່ລະຄົນ ເຊິ່ງປັດຈຸບັນ ໄດ້ກາຍເປັນຜິດຕະພັນທີ່ໄດ້ຮັບຄວາມນິຍົມທັງພາຍໃນ ແລະ ຕ່າງປະເທດ ເຊິ່ງມີຍອດຈຳໜ່າຍຫຼາຍກວ່າ 2.000 ກິໂລຕໍ່ມື້.

ນາງ ໂບນິຕາ ວົງມີໄຊ, ຜູ້ສ້າງຜະລິດຕະພັນ ໂບນິຕາໜັງເຄັມ ບ້ານຫ້ອມ, ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ ກ່າວວ່າ: ກ່ອນຈະມາເຮັດອາຊີບນີ້ ແມ່ນຂາຍເຄື່ອງອອນລາຍທົ່ວໄປກໍໄດ້ດີ ແຕ່ຍ້ອນການລະບາດຂອງພະຍາດ ໂຄວິດ-19 ເຮັດໃຫ້ຂາຍ ເຄື່ອງບໍ່ໄດ້ດີ ຈຶ່ງເປັນຈຸດເລີ່ມຕົ້ນ ໃນການຫາອາຊີບໃໝ່ ແລະ ໄດ້ເລືອກເອົາເຄັມມາເປັນຜະລິດຕະພັນຫຼັກໃນການປະກອບອາຊີບ.

ສາເຫດທີ່ເລືອກເອົາໜັງເຄັມ ສ່ວນໜຶ່ງກໍເນື່ອງຈາກມີຍາດຕິພີ່ນ້ອງ ທີ່ເພິ່ນເຮັດທຸລະກິດກ່ຽວກັບຄ້າຂາຍຊີ້ນຢູ່ທາງພາກໃຕ້ ຂອງລາວ ຈຶ່ງມີວັດຖຸດິບສະໜອງໃຫ້ ໂດຍເບື້ອງຕົ້ນທີ່ເຮັດກໍລອງຜິດລອງຖືກມາຫຼາຍ ກວ່າຈະໄດ້ໜັງເຄັມທີ່ແຊບ ທັງເປັນທີ່ ຍອມຮັບຈາກລູກຄ້າ ທັງພາຍໃນ ແລະ ປະເທດຕ່າງປະເທດ ໂດຍສະເພາະແມ່ນປະເທດເພື່ອນບ້ານໃກ້ຄຽງທີ່ຜົນຕອບຮັບດີຫຼາຍ  ຈົນເຮັດໃຫ້ມີຍອດຂາຍມື້ໜຶ່ງຫຼາຍກວ່າ 2.000 ກິໂລ ແລະ ຍັງມີຕົວແທນຈໍາໜ່າຍເກືອບທຸກແຂວງທົ່ວປະເທດ.

“ສຳລັບໜັງທີ່ໃຊ້ເປັນຜະລິດຕະພັນ ແມ່ນເປັນໜັງຄວາຍດຳ ຈະມີຄວາມໜາຫຼາຍກວ່າ ແລະ ເຮົາຈະບໍ່ໃຊ້ໜັງງົວ ເພາະມີຄວາມບາງເກີນໄປ” ໂບນິຕາ ກ່າວ.

ສິ່ງທີ່ສາມາດເຮັດໃຫ້ຜະລິດຕະພັນຂອງຕົນມີຍອດຂາຍສູງ ນອກຈາກຄວາມແຊບທີ່ເປັນເອກະລັກແລ້ວ ແມ່ນຍ້ອນການໂຄສະນາ ໂດຍໃຊ້ສື່ອອນລາຍເປັນຫຼັກ ບໍ່ວ່າຈະເປັນທາງແອັບຕິກຕ໋ອກ, ເຟສບຸກ ຈຶ່ງສາມາດເຂົ້າເຖິງລູກຄ້າຢ່າງກວ້າງຂວາງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມັກກິນອາຫານພື້ນບ້ານຂອງລາວແທ້ໆ ໂດຍສະເພາະແມ່ນຈີ່ໜັງຈໍ້າແຈ່ວປາແດກ ກັບເຂົ້າໜຽວຮ້ອນໆ ເມື່ອໄດ້ກິນແລ້ວຈົນບໍ່ຢາກເຊົາ.

ຈຸດພິເສດຂອງໜັງເຄັມໂບນິຕາ ແມ່ນມີຄວາມແຕກຕ່າງຈາກໜັງເຄັມທົ່ວໄປຄື: ເວລາຈີ່ອອກມາແລ້ວຈະມີຊີ້ນດ້ານໃນ ເຮັດໃຫ້ໜັງເຄັມ ມີຄວາມໜຽວ ແລະ ອ່ອນ ເຖິງຈະຈີ່ແຕ່ຕອນເຊົ້າ ກໍສາມາດເກັບຮັກ ສາໄວ້ກິນຕອນແລງໄດ້ ແຕ່ຕ້ອງ ບໍ່ໃຫ້ຖືກລົມ ແລະ ປະໄວ້ໃນອຸນຫະພູມປົກກະຕິ.

ສຳລັບວິທີຈີ່ໜັງເຄັມໃຫ້ກິນແຊບ ແລະ ນຸ້ມແຂ້ວ ໂບນິຕາ ບອກວ່າ: ຕ້ອງໃຊ້ໄຟແຮງຕະຫຼອດເວລາທີ່ຈີ່ໜັງ, ຈີ່ບໍ່ຕ້ອງດົນປານໃດ ພິກໄປ-ພິກມາໃຫ້ໄໝ້ພໍເໝີກັນ, ໃຊ້ມີດຂູດຮອຍໄໝ້ສີດຳອອກ ຫຼັງຈາກນັ້ນໃຊ້ເຫຼັກທີ່ໝັກໆທຸບ ເພື່ອໃຫ້ໜັງທີ່ເຮົາຈີ່ນັ້ນມີຄວາມ ອ່ອນນຸ້ມ ແລະ ແຊບ, ແຕ່ຖ້າຢາກເກັບໄວ້ກິນດົນຮອດຕອນແລງ ແນະນຳໃຫ້ໃສ່ຖ້ວຍ ຫຼື ຈານ ແລ້ວແພັກໄວ້ບໍ່ໃຫ້ລົມເຂົ້າກໍສາມາດ ຄົງຄວາມແຊບຂອງໜັງທີ່ເຮົາຈີ່ໄວ້ແລ້ວ.

ເພື່ອສ້າງຄວາມສະດວກສະບາຍໃຫ້ກັບລູກຄ້າ ໃນອະນາຄົດ ມີແຜນຈະເຮັດ “ຈີ່ໜັງສໍາເລັດຮູບ” ທີ່ສາມາດກິນໄດ້ເລີຍ ຄາດວ່າ ຕົ້ນປີໜ້າຈະຈໍາໜ່າຍໃຫ້ລູກຄ້າໄດ້ຮັບປະທານແລ້ວ.

ທ່ານໃດທີ່ຕ້ອງການກິນໜັງເຄັມແຊບໆ ສາມາດຕິດຕໍ່ສອບຖາມໄດ້ທີ່ ເຟສບຸກ Bonita ໂບນິຕາ ຂາຍງານແບນລິດຂະສິດ ໃນລາຄາກິໂລໜຶ່ງ 65.000 ກີບ, ຖ້າເອົາຫຼາຍກວ່ານັ້ນລາຄາກໍຈະຖືກລົງ.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.