Thursday, November 6, 2025
Kbank Laos โอน รับ จ่าย

6 ວິທີ ຊ່ວຍຫຼຸດບັນຫາໜ້າລອກໃນຍາມໜາວ

ອາກາດເລີ່ມໜາວແລ້ວ ຫຼາຍທ່ານຄົງມີບັນຫາກ່ຽວກັບຜິວ ບໍ່ວ່າຈະເປັນ ຜິວແຫ້ງ, ຜິວແຕກ, ຜິວລອກ ໂດຍສະເພາະແມ່ນຜິວໜ້າຂອງສາວໆ ເຊິ່ງເຮັດໃຫ້ເກີດຜົນເສຍຕໍ່ຜິວ ແລະ ອາດເຮັດໃຫ້ເຮົາບໍ່ມີຄວາມໝັ້ນໃຈໃນໂຕເອງ ເວລາທີ່ອອກໄປຂ້າງນອກ ດັ່ງນັ້ນ, ເຮົາມີວິທີຊ່ວຍຫຼຸດບັນຫາ ຜິວລອກ ໃນ  ໜ້າໜາວມາຝາກກັນ ເຊິ່ງມີວິດັ່ງຕໍ່ໄປນີ້:  

ພາບປະກອບ
  • ຫວ້ານຫາງແຂ້: ຫວ້ານຫາງແຂ້ຖືເປັນສະໝຸນໄພທີ່ຊ່ວຍໃນເລື່ອງຂອງການບຳລຸງຜິວໃຫ້ນຽນນຸ່ມຊຸ່ມຊື່ນ ໄດ້ດີທີ່ສຸດ ໂດຍສະເພາະສາວໆ ທີ່ມີບັນຫາໜ້າລອກ ຈົນເຮັດໃຫ້ແສບແດງໃນຍາວໜາວແບບນີ້ ຮັບຮອງສູດນີ້ຊ່ວຍໄດ້ແນ່ນອນ. ວິທີ ກໍຄື ພຽງແຕ່ນຳເອົາຫວ້ານຫາງແຂ້ມາປອກເປືອກອອກເອົາແຕ່ວຸ້ນໃສໆ ແລ້ວນຳໄປລ້າງໃຫ້ສະອາດ, ຈາກນັ້ນນຳໄປບົດໃຫ້ລະອຽດ ແລ້ວນນຳມານວດໆ ໃສ່ໜ້າໃຫ້ທົ່ວ ພອກປະໄວ້ປະມານ 20-30 ນາທີ ແລ້ວລ້າງອອກ. ເມື່ອໝັກແລ້ວ ຈະຮູ້ສຶກໄດ້ທັນທີເລີຍວ່າ ຜິວນຽນນຸ່ມຊຸ່ມຊື່ນຂຶ້ນ ແລະ ຖ້າເຮັດເປັນປະຈຳອາທິດລະ 1-2 ຄັ້ງ ບັນຫາໜ້າລອກ ເປັນຂຸຍທີ່ແສບແດງນັ້ນຈະຫາຍໄປ.

  • ໝາກເຫຼັ່ນ+ໝາກແຕງ+ນົມສົດ: ນຳເອົາໝາກເຫຼ່ນ 1 ໜ່ວຍ, ໝາກແຕງ 1 ໜ່ວຍ ແລະນົມສົດ 1/2 ຖ້ວຍ ມາປັ່ນເຂົ້າໃສ່ກັນໃຫ້ມຸ່ນໆ ຈົນເປັນເນື້ອດຽວ, ຈາກນັ້ນໃຫ້ນຳມາໝັກໜ້າປະໄວ້ 20-30 ນາທີ ເມື່ອສຳເລັດແລ້ວ ໃຫ້ລ້າງໜ້າດ້ວຍນ້ຳເຢັນທີ່ສະອາດ. ໝາກເຫຼັ່ນ ຈະເຮັດໃຫ້ຜິວໜ້າຂອງສາວໆ ໃສຂຶ້ນ ພ້ອມທັງໃຫ້ຄວາມຊຸ່ມຊື່ນຂຶ້ນມາຈາກໝາກແຕງ ແລະນົມສົດ. ຖ້າສາວໆ ເຮັດເລື້ອຍໆ ຜິວໜ້າຈະນຽນນຸ່ມ ແລະ ມີນ້ຳມີນວນ.

ພາບປະກອບ
  • ນ້ຳເຜິ້ງ+ໄຂ່ແດງ: ສຳລັບສາວໆ ທີ່ມີບັນຫາໜ້າລອກເປັນຂຸຍ ບໍ່ຕ້ອງກັງວົນໃຈ ພຽງແຕ່ນຳເອົານ້ຳເຜິ້ງ 1 ບ່ວງ ແລະ ໄຂ່ແດງ 1 ໜ່ວຍ ມາປະສົມເຂົ້າກັນ ແລ້ວນຳມາໝັກໜ້າປະໄວ້ 10-15 ນາທີ ແລ້ວລ້າງອອກ, ຈາກໜ້າທີ່ລອກເປັນຂຸຍ ເມື່ອເບິ່ງແລ້ວຈະນຽນນຸ່ມຊຸ່ມຊື່ນຂຶ້ນມາທັນທີ. ຖ້າເຮັດເລື້ອຍໆ ຈະຊ່ວຍໃຫ້ໜ້າອ່ອນເຍົາລົງອີກດ້ວຍ.

  • ໝາກແຕງ+ໂຢເກິດ: ນຳເອົາໝາກແຕງ 1 ໜ່ວຍມາປອກເປືອກລ້າງໃຫ້ສະອາດ ແລ້ວຊອຍເປັນປ່ຽງ ຈາກນັ້ນນຳໄປປະສົມກັບໂຢເກິດຣົດທຳມະຊາດ 2 ບ່ວງ ຄົນໃຫ້ເຂົ້າກັນ. ເມື່ອສຳເລັດແລ້ວ ໃຫ້ນຳມາໝັກໜ້າປະໄວ້ປະມານ 20-30 ນາທີ ແລ້ວລ້າງໜ້າໃຫ້ສະອາດດ້ວຍນ້ຳເຢັນ. ສູດນີ້ ຈະຊ່ວຍບຳລຸງໃຫ້ຜິວໜ້າມີຄວາມຊຸ່ມຊື່ນຫຼາຍຂຶ້ນ. ຖ້າໃຜທີ່ມີບັນຫາຜິວໜ້າແຫ້ງ ແລະລອກ ລວມທັງຜິວໜ້າມີຄວາມໝອງກ່ຳ ແລະ ຈຸດດ່າງດຳ ລອງເຮັດສູດນີ້ລອງເບິ່ງເດີ.

  • ອະໂວກາໂດ+ນ້ຳເຜິ້ງ+ໂຢເກິດ: ນຳເອົາອະໂວກາໂດ 1 ໜ່ວຍ ມາຜ່າເຄິ່ງ, ຈາກນັ້ນຈົກເອົາແຕ່ນວນອະໂວກາໂດອອກມາປັ່ນລວມກັບນ້ຳເຜິ້ງ 2 ບ່ວງ ແລະໂຢເກິດຣົດທຳມະຊາດ 1/2 ຖ້ວຍ, ປັ່ນໃຫ້ເຂົ້າກັນຈົນເປັນເນື້ອດຽວ, ຈາກນັ້ນໃຫ້ນຳມາໝັກໜ້າປະໄວ້ 10-15 ນາທີ ແລ້ວລ້າງອອກ. ເຮັດແບບນີ້ ຕໍ່ເນື່ອງຢ່າງໜ້ອຍ 1-2 ຄັ້ງຕໍ່ອາທິດ ຈາກຜິວໜ້າທີ່ເຄີຍແຫ້ງ ແລະລອກ ຈະກາຍເປັນຜິວທີ່ນຽນນຸ່ມໜ້າສຳຜັດ, ຊ່ວຍເຮັດໃຫ້ຮູຂຸມຂົນຮັດເຂົ້າ ແລະຊ່ວຍຫຼຸດຮ່ອງຮອຍຕ່າງໆເທິງໃບໜ້າໄດ້ດີ.

  • ກ້ວຍຫອມ+ນົມສົດ: ນຳເອົາກ້ວຍຫອມ 1 ໜ່ວຍ ປອກເປືອກອອກແລ້ວນຳໄປບົດໃຫ້ລະອຽດ, ຈາກນັ້ນປະສົມນົມສົດ 1/2 ຖ້ວຍລົງໄປ ຄົນໃຫ້ເຂົ້າກັນເປັນເນື້ອດຽວ ເມື່ອແລ້ວໆ ນຳມາໝັກໜ້າປະໄວ້ 15-20 ນາທີ ລ້າງໜ້າໃຫ້ສະອາດ. ສູດນີ້ ຈະຊ່ວຍເຕີມຄວາມຊຸ່ມຊື່ນໃຫ້ຜິວໄດ້ດີທີ່ສຸດ ເໝາະສຳລັບສາວໆທີ່ມີບັນຫາຜິວໜ້າລອກຕະຫຼອດ ລວມເຖິງຜິວແຫ້ງ ກໍຈະຊ່ວຍຟື້ນບຳລຸງຜິວໃຫ້ນຽນນຸ່ມ, ໃສ, ເຄັ່ງຕຶງ ແລະ ຮັດແໜ້ນຂຶ້ນ.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.