ນາຍົກລັດຖະມົນຕີ ຈະແກ້ໄຂ 4 ບັນຫາເລັ່ງດ່ວນຂອງຊາດ.

ຮູບຈາກ: ໂທລະພາບເເຫ່ງຊາດລາວ ທຊລ 1

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວ່າຈະເລັ່ງແກ້ບັນຫາ 4 ຢ່າງຄື: ແກ້ໄຂບັນຫາເກັບລາຍຮັບໃຫ້ໄດ້ຕາມແຜນ, ຕ້ານການຮົ່ວໄຫຼຂອງງົບປະມານຂອງລັດ, ແກ້ໄຂປັນຫາໜີ້ສິນທີ່ລັດຖະບານກໍ່ໄວ້ ແລະ ຄຸມອັດຕາການແລກປ່ຽນ ບໍ່ເຮັດໃຫ້ເງິນກີບເຟີ້. ເຊິ່ງປັດຈຸບັນ ໃນເດືອນ ພະຈິກ ສປປ ລາວ ຍັງມີອັດຕາເງິນເຟີ້ທີ່ເພີ່ມຂຶ້ນສູງເຖິງ 38,46%.

ໃນປີ 2023 ລັດຖະບານ​ ຈະເລັ່ງແກ້ໄຂສະພາບຄວາມບອບບາງດ້ານເສດຖະກິດມະຫາພາກ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ 4 ດ້ານຄື:

  1. ສຸມໃສ່ການເກັບລາຍຮັບໃຫ້ໄດ້ຕາມແຜນການ ຫຼື ໃຫ້ເກີນແຜນເປັນປີທີ 3 ຕິດຕໍ່ກັນ ເພື່ອມີເງິນມາແກ້ໄຂ ບັນຫາ, ໂດຍຊຸກຍູ້ໃຫ້ມີຖານລາຍຮັບໃໝ່ ແລະ ຍູ້ແຮງການຫັນການເກັບລາຍຮັບເປັນທັນສະໄໝ ໃຫ້ແຂງແຮງ ແລະ ປະກົດຜົນເປັນຈິງຫຼາຍກວ່າເກົ່າ.​
  2. ສຸມໃສ່ສືບຕໍ່ປະຕິບັດບັນດານິຕິກຳທີ່ລັດຖະບານວາງອອກ ທີ່ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການ ຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ, ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ໃຫ້ ເຂັ້ມງວດ ແລະ ເປັນຮູບປະທຳຫຼາຍຂຶ້ນ.
  3. ສຸມໃສ່ສືບຕໍ່ແກ້ໄຂໜີ້ສິນສາທາລະນະ ໂດຍສະເພາະໜີ້ສິນຕໍ່ຕ່າງປະເທດ, ບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊຳລະ ໜີ້ໄດ້, ຄົ້ນຄວ້າ ແລະ ຈັດສັນແຫຼ່ງທຶນເພື່ອມາແກ້ໄຂໜີ້ສິນການລົງທຶນຂອງລັດ ເພື່ອຊ່ວຍຜູ້ຮັບ ເໝົາໂຄງການສາມາດສືບຕໍ່ດຳເນີນທຸລະກິດໄດ້. ນອກນັ້ນ ກໍ່ຈະໄດ້ມີການປັບປຸງປະສິດທິຜົນຂອງການລົງທຶນ ຂອງລັດໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນເພື່ອແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເປັນບູລິມະສິດ.
  4. ສຸມໃສ່ສືບຕໍ່ເອົາໃຈໃສ່ເປັນພິເສດ ຕໍ່ການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ, ປະລິມານເງິນ ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້. ພ້ອມກັນນັ້ນ, ຈະສືບຕໍ່ສຸມໃສ່ແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟໃຫ້ເປັນປົກກະຕິ ດ້ວຍການນຳໃຊ້ມາດຕະການຕ່າງໆ ໂດຍຖືເອົາມາດຕະການເສດຖະກິດ ແລະ ຕາມກົນ ໄກຕະຫຼາດເປັນຕົ້ນຕໍ ໄປຄຽງຄູ່ກັບການສ້າງມາດຕະການແກ້ໄຂໃນໄລຍະກາງ ແລະ ຍາວ.

ເຖິງຢ່າງໃດກໍຕາມ ບັນຫາຫຼັກໆທີ່ປະຊາຊົນໃຫ້ຄວາມສົນໃຈ ແລະ ຢາກໃຫ້ແກ້ໄຂໂດຍໄວ ຄືບັນຫາເງິນເຟີ້ ເພາະມັນກະທົບກັບເສດຖະກິດຫຼາຍໆຢ່າງຂອງປະຊາຊົນ ເຊິ່ງຕາມການລາຍງານຂອງ ສູນສະຖິຕິແຫ່ງຊາດ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ພາຍໃນ 11 ເດືອນ ປີ 2022 ໂດຍນັບຕັ້ງແຕ່ ເດືອນມັງກອນ ຫາ ພະຈິກ 2022 ແມ່ນໄດ້ເພີ່ມຂຶ້ນ ແລະ ຫຼ້າສຸດໃນເດືອນພະຈິກ ຜ່ານມາແມ່ນເພີ່ມຂຶ້ນ 38,46%.

ທີ່ມາ: ກອງປະຊຸມ ສະໄຫມສາມັນ ເທື່ອທີ່ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສູນສະຖິຕິແຫ່ງຊາດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...