ໃນວັນທີ 14 ມີນາ 2019 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນຮ່ວມກັບທະນະຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ), ຄະນະນໍາອໍານາດການປົກຄອງນະຄອນ ຫຼວງວຽງຈັນ ເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ ປະຈໍາປີ 2019 ຂຶ້ນໂດຍການເຂົ້າຮ່ວມຂອງ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສີລິລາດ ທົງສິນທອງເພັງ ຫົວໜ້າສ່ວຍສາອາກອນ...
ຢູ່ເທິງບ້ານຊຽງແມນຝັ່ງຂວາຂອງແມ່ນ້ຳຂອງຕໍ່ໜ້ານະຄອນຫລວງພະບາງ ຍັງມີພູສອງໜ່ວຍທີ່ມີຮູບປະພັນສັນ ຖານເໝືອນມະນຸດນອນຫງາຍຢ່າງໜ້າອັດສະຈັນ. ໜ່ວຍໃຕ້ຮຽກວ່າພູພຸດທະເສນໜວ່ຍເໜືອຮຽກວ່າພູນາງກັງຮີຮຽກກັນຫຍໍ້ໆວ່າ ພູທ້າວ ແລະ ພູນາງ.
ນິທານຫຍໍ້ກ່ຽວກັບພູສອງໜ່ວຍນີ້ບູຮານໄດ້ເລົ່າສືບກັນມາວ່າ: ແຕ່ກ່ອນຢູ່ບໍລິເວນອິນທະປັດຖາ ມີຄົນຕັດຟືນຜູ້ໜຶ່ງທຸກໄຮ້ເຂັນໃຈທີ່ສຸດ. ຊາຍທຸກຂະຕະຜູ້ນັ້ນມີເມຍຜູ້ໜຶ່ງ ແລະ ມີລູກສາວສິບສອງຄົນ. ດ້ວຍຄວາມທຸກຍາກຫາອັນປຽບບໍ່ໄດ້ ຊາຍຕັດຟືນຜູ້ນັ້ນຈິ່ງເອົາລູກໄປໂຜດທີ່ປ່າເສຍນາງທັງ 12 ຄົນນັ້ນກໍດັ້ນດອນຊອນປ່າໄປຈຶ່ງໄປພົບນາງຍັກຕົນຫນຶ່ງຊື່ວ່າ ສຸນທະລາ ມີລູກສາວຄົນໜຶ່ງຊື່ວ່າ ນາງກັງຮີ. ນາງຍັກແມ່ໝາຍໄດ້ເອົານາງສິບສອງນັ້ນໄປຢູ່ໃນພະລາດຊະວັງເພື່ອໃຫ້ຢູ່ກິນກັບລູກສາວຂອງຕົນ.
ນາງທັງສິບສອງໄດ້ຢູ່ໃນວັງກັບນາງຍັກແມ່ໝ້າຍເປັນເວ ລາຫຼາຍປີຈົນໃຫຍ່ຂຶ້ນມາພໍສອນສາວ. ວັນໜຶ່ງນາງທັງສິບສອງຄົນພາກັນລັກໜີ. ນາງຍັກກໍຕິດຕາມໄປຈວນຈະພົບແລ້ວນາງສິບສອງກໍເຂົ້າໄປລີ້ຢູ່ໃນປາກພະຍາງົວຕົວໜຶ່ງ. ເມື່ອຍັກກັບຄືນແລ້ວນາງສິບສອງຈຶ່ງອອກເດີນທາງຕໍ່ໄປ....
ເຄັດລັບງ່າຍໆທີ່ຈະເຮັດໃຫ້ການສຶກສາ ຫຼື ການພິມເອກະສານ ງ່າຍຂຶ້ນຈາກ Google ເຊິ່ງເຄັດລັບດັ່ງກ່າວຄາດວ່າຫຼາຍຄົນອາດບໍ່ຮູ້ ດັ່ງນັ້ນເຮົາເລີຍຈະວິທີມາບອກໄປເບິ່ງເລີຍ
ໂຄວິດ-19 ກຳລັງລະບາດໃນຫຼາຍປະເທດ ລວມທັງ ສປປ ລາວ ເຮົາ, ທີ່ຫາກໍ່ພົບຜູ້ຕິດເຊື້ອ 2 ຄົນທຳອິດ ແລະ ການຫຼຸດຄວາມສ່ຽງໄດ້ຫຼາຍທີ່ສຸດ ແມ່ນການຢູ່ຫ່າງກັນຂອງຄົນໃນສັງຄົມ (Social Distancing)
ມື້ນີ້ອິນໄຊລາວ ເລີຍນຳເອົາຂໍ້ດີຂອງການຫ່າງກັນຊົ່ວຄາວຂອງຄູ່ຮັກຫຼື ຄົນທີ່ເປັນແຟນກັນມາຝາກບ່າວໆສາວໆ ທີ່ຈະຕ້ອງຢູ່ຫ່າງກັນໃນຊ່ວງນີ້. ມາເບິ່ງນຳກັນເລີຍວ່າຂໍ້ດີຂອງການຢູ່ຫ່າງກັນມີຫຍັງແດ່ ?
1. ຈະເຮັດໃຫ້ຮູ້ຈັກກັນດີຂຶ້ນ ເຖິງວ່າຄູ່ຮັກຈະທີ່ຢູ່ຫ່າງກັນ ຈະມີໂອກາດໄດ້ລົມກັນໜ້ອຍທີ່ສຸດ, ແຕ່ການລົມກັນນັ້ນ ແມ່ນມີຄວາມໝາຍແລະ ຊ່ວຍພັດທະນາຄວາມສຳພັນໄດ້ຫຼາຍຂຶ້ນ
2. ມີໂອກາດນ້ອຍທີ່ຈະຮັກກັນພຽງເພາະຫລົງໃນກາມມະລົມ, ຄວາມຮັກໄລຍະໄກ ມີພື້ນມາຈາກຄວາມຮູ້ສຶກ ຄວາມລຶ້ງເຄີຍ ຫຼາຍກວ່າຄວາມຮູ້ສຶກທາງກາຍ
3. ໄລຍະຫ່າງເປັນເຄື່ອງທົດສອບຄວາມເຊື່ອໃຈ, ຄວາມຮັກໄລຍະໄກ ຈະເຮັດໃຫ້ຮູ້ຈັກການປະເຊີນໜ້າກັບຄວາມບໍ່ໝັ້ນຄົງ ເຊິ່ງມັນຈະເຮັດໃຫ້ໄດ້ຝຶກ ຄວາມເຊື່ອໃຈ ແລະ ຊື່ສັດໃນຄວາມຮັກ
4. ຈະໄດ້ຮຽນຮູ້ວິທີການສື່ສານ ແລະ ການແກ້ບັນຫາຄວາມຂັດແຍ່ງໄດ້ດີ, ຄວາມຮັກໄລຍະໄກ ສິ່ງທີ່ເຈົ້າເຮັດສ່ວນໃຫ່ຍແມ່ນການສື່ສານເຊິ່ງຂະບວນການນີ້ ເຈົ້າຈະໄດ້ຝຶກການສົນທະນາກັນແບບເລິກເຊິ່ງ ສ້າງທັກສະໃນການສື່ສານ ແຕ່ເຖິງຈະລົມກັນດີປານໃດ ກໍ່ອາດຈະມີຜິດຖຽງກັນແດ່ ເຊິ່ງທັກສະການສື່ສານນັ້ນຈະເຮັດໃຫ້ເຈົ້າແກ້ໄຂບັນຫາຕ່າງໆໄດ້
5. ຈະເຫັນຄຸນຄ່າຂອງການໃຊ້ເວລາຮ່ວມກັນ ການທີ່ເຈົ້າໄດ້ມີໂອກາດພົບເຫັນກັນໄດ້ນ້ອຍ ຈະເຮັດໃຫ້ເຈົ້າໄດ້ເຫັນຄຸນຄ່າຂອງການໃຊ້ເວລາຢູ່ຮ່ວມກັນ ເຈົ້າຈະໄດ້ຮຽນຮູ້ທີ່ຈະເຫັນຄຸນຄ່າຂອງທຸກໆເວລາທີ່ໃຊ້ຮ່ວມກັບຄົນຮັກ ແລະ ສິ່ງນີ້ຈະເປັນສິ່ງທີ່ຊ່ວຍໃຫ້ຄວາມຮັກຍາວນານ
6. ຈະໄດ້ສ້າງຄວາມຊົງຈຳທີ່ພິເສດ ເຖິງວ່າບາງເລື່ອງຈະເປັນເລື່ອງເລັກໆນ້ອຍໆກໍ່ຕາມ ເຊິ່ງຄວາມຊົງຈໍາເຫຼົ່ານີ້ຈະເປັນພະລັງທີ່ສໍາຄັນແລະ ຍິ່ງໃຫ່ຍໃນຄວາມຮັກຂອງເຈົ້າ
7. ຈະໄດ້ຝຶກຄວາມອົດທົນ ຄວາມຮັກທີ່ມີໄລຍະ ແມ່ນຖືກອອກແບບມາເພື່ອຄວາມອົດທົນ ເຊິ່ງຄວາມອົດທົນເປັນທັກສະຂອງຊີວິດທີ່ດີແລະ ມີປະສິດຕິພາບ ແລະ ເມື່ອເຈົ້າມີຄວາມອົດທົນແລ້ວ ມັນບໍ່ພຽງແຕ່ຊ່ວຍເລື່ອງຄວາມອົດທົນເທົ່ານັ້ນ ແຕ່ຍັງຊ່ວຍພັດທະນາທຸກໆດ້ານຂອງໂຕເຈົ້າອີກດ້ວຍ
8. ຈະມີເວລາຫຼາຍຂຶ້ນ ເພື່ອເຮັດໃນສິ່ງທີ່ສົນໃຈ, ໃນຄວາມຮັກໄລຍໄກ ຈະເຮັດໃຫ້ເຈົ້າມີເວລາຫຼາຍຂຶ້ນ ມີອິດສະຫຼະ ທີ່ຈະໃຊ້ເວລາ ໃນການອ່ານໜັງສື ເບິ່ງຮູບເງົາທີ່ມັກ ຫຼື ຮຽນຮູ້ໃນສິ່ງທີ່ສົນໃຈ ພຽງແຕ່ສິ່ງທີ່ເຈົ້າເຮັດນັ້ນ ບໍ່ເປັນການທໍລະຍົດຕໍ່ຄົນຮັກ
9. ຈະໄດ້ພັດທະນາທັກສະການເບິ່ງແຍງໂຕເອງ, ເຈົ້າຈະສາມາດຊ່ວຍເຫຼືອໂຕເອງໄດ້ ບໍ່ວ່າຈະເປັນເລື່ອງໃດ, ແຕ່ຖ້າເຈົ້າຮູ້ສຶກບໍ່ໄຫວຕອນນັ້ນຈະເຮັດໃຫ້ເຈົ້າເຫັນຄຸນຄ່າຂອງຄູ່ຮັກ
10. ຈະກາຍເປັນຄົນທີ່ຫມັ້ນຄົງ ຄູ່ຮັກຫຼາຍໆຄູ່ ຕ້ອງພະຍາຍາມຢ່າງໜັກ ເພື່ອປະເຊີນໜ້າກັບບັນຫາຕ່າງໆນຳກັນ ເຮັດໃຫ້ເຫັນເຖິງຄວາມສຳຄັນຂອງກັນແລະກັນ ສ້າງຄວາມສຳພັນທີ່ແໜ້ນແກ່ນ ແລະ ໝັ້ນຄົງ
ນອກຈາກນີ້ແລ້ວ, ການຢູ່ຫ່າງກັນຂອງຄົນໃນສັງຄົມ ບໍ່ວ່າຈະເປັນແຟນກັນ ເປັນຫມູ່ກັນ ຫຼື ເພື່ອນຮ່ວມງານກັນ ຈະຊ່ວຍໃຫ້ຫຼຸດຜ່ອນຄວາມສ່ຽງທີ່ຈະຕິດພະຍາດໂຄວິດ-19 ແລະ ຍັງໄດ້ສ້າງຄວາມສຳພັນອັນດີຂຶ້ນອີກດ້ວຍ