Sunday, November 16, 2025
Kbank Laos โอน รับ จ่าย

ມາລອງຫຼິ້ນ Baby AC! ໃຫ້ AI ຈຳລອງໜ້າຕາຂອງລູກເຮົາ

ເຄີຍສົງໄສບໍ່ວ່າ ຖ້າເຮົາມີລູກກັບຄົນທີ່ເຮົາຮັກ ໜ້າຕາຂອງລູກເຮົາຈະຈະເປັນແນວໃດ, ຫຼ້າສຸດ ມີເວັບໄຊ Baby AC ຈາກປະເທດຍີ່ປຸ່ນທີ່ໃຊ້ AI ເພື່ອຈຳລອງໜ້າຕາຂອງລູກ ໂດຍອ້າງອີງຈາກໜ້າຕາຂອງພໍ່ ແລະ ແມ່.

ໂດຍເວັບໄຊ Baby AC ນັ້ນສາມາດວິເຄາະໃບໜ້າຂອງພໍ່ ແລະ ແມ່ ເພື່ອຄາດຄະເນໜ້າຂອງລູກ ເຊິ່ງສີ່ງທີ່ເຮົາຕ້ອງເຮັດຄື ອັບໂຫຼດຮູບພາບຂອງ ຜູ້ເປັນພໍ່ ແລະ ແມ່ ລົງໄປ ຈາກນັ້ນ AI ກໍຈະນໍາພາບທີ່ອ້າງອີງມາປະມວນຜົນ ແລະ ສາມາດເລືອກໄດ້ອີກວ່າ ຢາກໃຫ້ລູກໜ້າຕາ ຄືພໍ່ ຫຼື ຄືແມ່ ຫຼາຍກວ່າກັນ.

ສຳລັບຮູບພາບທີ່ເຮົາອັບໂຫລດເຂົ້າໄປໃນເວັບໄຊ ກໍຈະຖືກລົບອອກຈາກລະບົບພາຍໃນໄລຍະເວລາ 24 ຊົ່ວໂມງ ສິ່ງສຳຄັນແມ່ນໃຊ້ງານຟຣີ ເຮົາເລີຍຢາກເອົາມາແນະນຳໃຫ້ທຸກຄົນໄດ້ລອງຫຼິ້ນ ໃຜສົນໃຈກໍສາມາເຂົ້າໄປລອງໄດ້ທີ່ເວັບໄຊ Baby AC.

ທີ່ມາ: baby-ac.com

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.