ຂໍຂອບໃຈນຳຜູ້ສະໜັບສະໜູນ

ສັດນໍາໂຊກ ນົກແອ່ນ ເປັນສັດປະເພດໜຶ່ງທີ່ມີຖິ່ນອາໄສຢູ່ແຂວງ ຊຽງຂວາງ ເປັນຈຳນວນຫຼວງຫຼາຍມາແຕ່ດຶກດຳບັນ ເຊິ່ງກາຍເປັນສັນຍາລັກປະຈຳແຂວງ ຊຽງຂວາງ, ຖ້າເຮົາໄປແຂວງ ແຊວງຂວາງ ກໍຈະເຫັນຊາວບ້ານເຂດນັ້ນ ເອົານົກແອ່ນໄປເປັນສັນຍາລັກຕົກແຕ່ງເອ້ບ້ານ, ເອ້ເມືອງ ເພາະມັນເປັນສັດທີ່ສວຍງາມ ຈົນກາຍເປັນສັດຄູ່ບ້ານ ແລະ ຄູ່ເມືອງ ທັງມີຄ່ານິຍົມທີ່ຊາວຊຽງຂວາງ ນໍາເອົານົກນາງແອ່ນໄປເຮັດເປັນອາຫານ ຫຼື ທີ່ເຮົາພາກັນເອີ້ນວ່າ ນົກແອນຕຸ້ງ.

ຊຽງຂວາງ ໄດ້ມີການວາງແຜນຈະນໍາໃຊ້ ກາຕູນນົກແອ່ນ ເປັນສັດນໍາໂຊກ ມາຕັ້ງແຕ່ປີ 2020 ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ແຕ່ກໍຖືກເລື່ອນຍ້ອນໂຄວິດ-19 ແລະ ມານໍາໃຊ້ໃນປີ 2022 ທີ່ຈະເປິດສາກຢ່າງເປັນທາງການໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ລະຫວ່າງວັນທີ 13-22 ທັນວາ 2022 ນີ້.

ກາຕຸນນົກແອ່ນ ແມ່ນມີໃບໜ້າຍິ້ມແຍ້ມແຈ່ມໃສ ຕ້ອນຮັບແຂກຕ່າງດ້າວທ້າວຕ່າງແດນ, ແວວຕາສົດໃສຊື່ນຊົມ, ມີມາລະຍາດອ່ອນນ້ອມ, ທັດສະນະທ່າທີເຂັ້ມແຮງ, ອາດຫານ, ກ້າແກ່ນ ມືຂວາຖືິທວນໄຟສີນໍ້າເງິນ ທີ່ມີແປວໄຟສວຍງາມ ສະງ່າຜ່າເຜີຍ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສວມໃສ່ເສື້ອສີແດງກໍ່າ ໝາຍເຖິງຄວາມພິລະອາດຫານ, ຄວາມອົງອາດກ້າແກ່ນ ໃນສະໝໍລະພູມ, ຍອມເສຍສະຫຼະເລືອດເນື້ອເພື່ອຊາດ ເພື່ອປະປະຊາຊົນຂອງແຂວງ ຊຽງຂວາງ.

ໂສ້ງແພນໍ້ານິນສີນໍ້າຫ້ອມ ໝາຍເຖິງເອກະລັກຂອງຊາວແຂວງ ຊຽງຂວາງ ທີ່ມີຄວາມດຸໝັ້ນໃນການຜະລິດແຜ່ນແພ ແລະ ຍ້ອມດ້ວຍສີທໍາມະຊາດ ເພື່ອນໍາມາເປັນເຄື່ອງນຸ່ງຫົ່ມ ແລະ ປາຍຕີນນົກຢືນຢູ່ໃນທ່າກຽມພ້ອມສູ່ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11.

Hits: 26

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້