ຂໍຂອບໃຈນຳຜູ້ສະໜັບສະໜູນ

ເຄື່ອງດື່ມເອວກໍຮໍເປັນສິ່ງທີ່ຂາດບໍ່ໄດ້ໃນການສະເຫຼີມສະຫຼອງ ຫຼື ປາຕີ້ ບໍ່ວ່າຈະເທດສະການໃດໆກໍຕ້ອງມີເຄື່ອງດື່ມແອວກໍຮໍ ເພື່ອຊ່ວຍໃຫ້ບັນຍາກາດໃນງານມ່ວນຫຼາຍຍິ່ງຂຶ້ນ ແຕ່ຮູ້ບໍ່ວ່າ ການດື່ມເຄື່ອງດື່ມແອວກໍຮໍໃນປະລິມານທີ່ຫຼາຍ ແລະ ໄວເກີນໄປ ອາດເຮັດໃຫ້ເກີດພາວະແອວກໍຮໍເປັນພິດ ເຊິ່ງມີຄວາມຮຸນແຮງເຖິງຂັ້ນເສຍຊີວິດໄດ້

ມາເບິ່ງອາການ ແລະ ສັນຍານເຕືອນ ຂອງແອວກໍຮໍເປັນພິດ ທີ່ຕ້ອງຮູ້ໄວ້ເພື່ອປ້ອງກັນ ບໍ່ສະນັ້ນອາດເປັນອັນຕະລາຍຕໍ່ໂຕຂອງທ່ານໄດ້.

  • ເລີ່ມກະວົນກະວາຍ ສັບສົນ ເວົ້າບໍ່ຮູ້ເລື່ອງ
  • ບໍ່ສາມາດຊົງໂຕໄດ້ (ຍ່າງເຊ)
  • ນອນຫຼາຍກວ່າປົກກະຕິ
  • ຮູ້ສຶກໂຕແຕ່ບໍ່ສາມາດຕອບສະໜອງໄດ້
  • ຮາກຫຼາຍ
  • ຫາຍໃຈຊ້າລົງ ຫົວໃຈເຕັ້ນໄວກວ່າປົກກະຕິ

ຫາກວ່າມີອາການເຫຼົ່ານີ້ໃນຂະນະທີ່ດື່ມຢູ່ ຄວນຢຸດດື່ມແອວກໍຮໍທັນທີ ຄວນພັກຜ່ອນໃຫ້ດີຂຶ້ນ ຫຼື ຖ້າຮຸນແຮງກໍຄວນໄປຫາໝໍ. ນອກນັ້່ນ, ອົງການອະນາໄມໂລກ World Health Organization (WHO) ຍັງໄດ້ອອກມາເຕືອນອີກວ່າ ການດື່ມແອວກໍຮໍສາມາດເຮັດໃຫ້ເສຍຊີວິດໄດ້ ແລະ ຍັງສົ່ງຜົນຮ້າຍຕໍ່ຄອບຄົວ ການດື່ມແອວກໍຮໍໃຫ້ໜ້ອຍລົງ ຫຼື ຢຸດການດື່ມເລີຍ ຈະເປັນການດີຕໍ່ສຸຂະພາບຂອງໂຕທ່ານເອງ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 31

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້