ຂໍຂອບໃຈນຳຜູ້ສະໜັບສະໜູນ

ບໍລິສັດ ເບຍລາວ ຈໍາກັດ ໂດຍຜ່ານ ຜະລິດຕະພັນ ນໍ້າດື່ມກາຫົວເສືອ ຜູ້ສະຫນັບສະຫນູນຫຼັກ ງານແລ່ນ ອຸດົມໄຊ ຣາຟມາຣາທອນ 2023 ຊຶ່ງເປີດສາກຂຶ້ນ ໃນຕອນເຊົ້າ ຂອງວັນທີ 11 ກຸມພາ 2023 ໂດຍເປັນງານແລ່ນການກຸສົນ ເພື່ອລະດົມທຶນ ຕ້ານໄພຫນາວຊ່ວຍເຫຼືອນ້ອງນັກຮຽນ ເດັກນ້ອຍຜູ້ທຸກຍາກ ຢູ່ແຂວງອຸດົມໄຊ.

ເຖິງແມ່ນວ່າ ຈັດຂຶ້ນເປັນປີທໍາອິດ ງານແລ່ນ ອຸດົມໄຊ ຣາຟມາຣາທອນ ແມ່ນໄດ້ຮັບຄວາມສົນໃຈ ທັງຈາກ ຄົນທ້ອງຖິ່ນ, ຕ່າງແຂວງ ແລະ ຄົນຕ່າງປະເທດ ທີ່ເດີນທາງມາຮ່ວມງານ ເປັນຈໍານວນຫຼາຍ. ການແລ່ນ ເລີ່ມຈາກ ໜ້າຫ້ອງການສະພາການຄ້າ ແລະ ອຸດສາຫະກໍາ ແຂວງ (ໜ້າສະໜາມບິນ) ໄປຫານໍ້າກັດ ຢໍລະປາ ແບ່ງອອກເປັນ ໄລຍະທາງ 5, 10 ແລະ 21 ກິໂລແມັດ. ນັກແລ່ນ ທຸກຄົນ ທີ່ເຂົ້າຮ່ວມ ແມ່ນໄດ້ຮັບເສື້ອແລ່ນ ພ້ອມຫຼຽນເຂົ້າເສັ້ນໄຊ.

ງານແລ່ນ ອຸດົມໄຊ ຮາຟມາຣາທອນ ໃນຄັ້ງນີ້ ບໍ່ພຽງແຕ່ ເປັນການລະດົມທຶນ ເພື່ອຊ່ວຍເຫຼືອນ້ອງນັກຮຽນ ເດັກນ້ອຍຜູ້ທຸກຍາກ ພຽງຢ່າງດຽວ, ແຕ່ຍັງເປັນການກະຕຸ້ນເສດຖະກິດ ຂອງແຂວງອຸດົມໄຊ ໃຫ້ກັບມາຄຶກຄື້ນອີກຄັ້ງ ພາຍຫຼັງການແຜ່ລະບາດ ຂອງເຊື້ອໂຄວິດ. ບວກໃສ່ກັບ ຄວາມສະດວກສະບາຍ ຈາກການເດີນທາງ ໂດຍນໍາໃຊ້ ຂະບວນລົດໄຟ ລາວຈີນ ຈຶ່ງເຮັດໃຫ້ ການມາຮ່ວມງານ ແລະ ມາທ່ຽວ ແຂວງອຸດົມໄຊ ບໍ່ແມ່ນເລື່ອງຍາກອີກຕໍ່ໄປ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ບໍລິສັດ ເບຍລາວ ຈໍາກັດ ໂດຍຜ່ານ ຜະລິດຕະພັນ ນໍ້າດື່ມກາຫົວເສືອ ເວລາໃດ ກໍ່ໃຫ້ຄວາມສໍາຄັນ ແລະ ຮ່ວມສົ່ງເສີມ ທຸກກິດຈະກໍາສໍາຄັນ ຂອງແຕ່ລະແຂວງ ແລະ ຂອງປະເທດ. ເຫັນໄດ້ຕະຫຼອດໄລຍະທີ່ຜ່ານມາ ບໍລິສັດ ເບຍລາວ ຈໍາກັດ ໄດ້ເປັນຜູ້ໃຫ້ການສະໜັບສະໜູນຫຼັກ ງານແຂ່ງຂັນກິລາແຫ່ງຊາດ, ງານແລ່ນ ຫຼວງພະບາງ ຣາຟມາຣາທອນ, ງານແລ່ນ ວຽງຈັນ ມາຣາທອນ ນານາຊາດ, ໃຫ້ທຶນການສຶກສາ ໃຫ້ແກ່ນ້ອງນັກຮຽນ, ແລະ ຍັງປະກອບສ່ວນ ຈ່າຍອາກອນໃຫ້ກັບປະເທດ ປະມານ 2.000 ຕື້ກີບ ຕໍ່ປີ.

Hits: 10

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້