Friday, March 21, 2025

ຮັກໃຜກໍຮັກໄດ້ແຕ່ຢ່າລືມຮັກຕົນເອງນຳເດີ

ຈາກການສອບຖາມຄົນໂສດຈຳນວນໜຶ່ງໄດ້ໃຫ້ຮູ້ວ່າ:  ຊີວິດໂສດບໍ່ໄດ້ເຫງົາສະເໝີໄປ ເພາະຄວາມສຸກຫຼືຄວາມທຸກ ບາງເທື່ອກໍເກີດຈາກຕົວເຮົາເອງ ບໍ່ຫວັງຫຼາຍກໍບໍ່ເຈັບຫຼາຍ ແລະ ໃນປັດຈຸບັນກໍເຫັນຄົນທີ່ເປັນໂສດຫຼາຍບໍ່ວ່າຈະເປັນໂສດແບບຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍຕາມ ເພາະຄວາມສຸກສ້າງຂຶ້ນໄດ້ດ້ວຍຕົວເຮົາເອງ ແລະ ການໃຫ້ຄວາມຮັກກັບຕົນເອງເປັນສິ່ງທີ່ດີທີ່ສຸດ.

ນາງ ຈັນສີ ເວົ້າວ່າ: ເຖິງຈະບໍ່ມີຄູ່ ຫຼື ຮູ້ສຶກເຫງົາໃນບາງເທື່ອ ກໍສາມາດໃຊ້ຊີວິດຢ່າງມີຄວາມສຸກໄດ້ ໂດຍການບອກຮັກຄົນຮອບຂ້າງ ແລະ ຄົນໃນຄອບຄົວ ແລ້ວທີ່ສຳຄັນກໍຕ້ອງບອກຮັກໂຕເອງນຳ ໂດຍການເບິ່ງແຍງເອົາໃຈໃສ່ໃນແຕ່ລະມື້ຂອງເຮົາ ໃຫ້ເຕັັມໄປດ້ວຍຄວາມສຸກ ຜ່ານກິດຈະກຳຕ່າງໆເຊັ່ນ: ການຊື້ເຄື່ອງໃຫ້ໂຕເອງ, ເບິ່ງໜັງຟັງເພງ, ເຮັດອາຫານ, ອອກກຳລັງກາຍ, ລ້ຽງໝາແມວ ຫຼື ປູກຕົ້ນໄມ້.

ສ່ວນ ທ້າວ ສຸກສະຫວັນ ເວົ້າວ່າ: ວັນເລນທາຍປີນີ້ ຖືກກັບມື້ເຮັດວຽກ ກໍຈະເຮັດວຽກຕາມປົກກະຕິ ຫຼັງຈາກກັບຫ້ອງ ກໍຈະຫຼິ້ນເກມເພື່ອແກ້ເຫງົາ ແລະ ເບິ່ງໜັງຕະຫຼົກ ຫຼື ໜັງທີ່ສ້າງຄວາມມ່ວນຊື່ນໃຫ້ກັບເຮົາໄດ້, ບາງເທື່ອກໍຊວນໝູ່ທີ່ເປັນໂສດຄືກັນ ໄປສ້າງສັນຊຸມແຊວເຫຼັກນ້ອຍ, ສຳລັບຂ້ອຍແລ້ວ ວັນທີ່ 14 ກຸມພາ ກໍຄືມື້ທົ່ວໆໄປທີ່ຜ່ານມາ ຍ້ອນບໍ່ມີແຟນ ຫຼື ແນວໃດກໍບໍ່ເຂົ້າໃຈຕົນເອງ ເພາະບໍ່ຄ່ອຍອິນກັບວັນແບບນີ້ປານໃດ, ເຖິງວ່າວັນວາເລນທາຍ ຈະມີຫຼາຍໆຄົນ ໃຫ້ຄວາມສຳຄັນກັບຄົນຮັກ, ແຕ່ເຮົາຈະມີຄູ່ ຫຼື ບໍ່ມີຄູ່ ກໍຕ້ອງຮັກຕົນເອງກ່ອນ ເພາະຖ້າຫາກຮັກໂຕເອງເປັນ, ເບິ່ງແຍງຕົນເອງໄດ້ ແລ້ວການທີ່ມີຄົນເຂົ້າມາເຕີມເຕັມ ກໍຈະເຮັດໃຫ້ຊີວິດມີຄວາມສຸກຂຶ້ນ.

ສຳລັບຄົນໂສດທີ່ຍັງບໍ່ມີແຟນໃນວັນວາເລນທາຍປີນີ້ ກໍຢ່າງລືມບອກຮັກຕົນເອງ, ບອກຮັກພໍ່ແມ່ ແລະ ຄົນຮອບຂ້າງກັນນຳເດີ ເພາະວ່າຄວາມຮັກເປັນສິ່ງທີ່ດີທີ່ເຮົາສາມາດມອບໃຫ້ກັບທຸກຄົນໄດ້ ບໍ່ສະເພາະແຕ່ແຟນເທົ່ານັ້ນ, ສ່ວນໃຜທີ່ຢູ່ຫ່າງຈາກຄອບຄົວກໍສາມາດ ບອກຮັກຄົນໄກຜ່ານຂໍ້ຄວາມ ຫຼື ສາມາດໂທບອກຮັກກັນໄດ້ ຢ່າລືມບອກຮັກກັນໃນວັນວາເລນທາຍເດີ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່