ຂໍຂອບໃຈນຳຜູ້ສະໜັບສະໜູນ

ຫຼາຍຄົນເບິ່ງວ່າ ວັນວາເລນທາຍ ເປັນວັນແຫ່ງຄວາມສຸກ ບາງຄົນອາດຖືວ່າວັນດັ່ງກ່າວຈະເປັນໂອກາດໃນການບອກສິ່ງທີ່ຢູ່ໃນໃຈໄວ້, ແຕ່ຖ້າຫາກວ່າວັນວາເລນທາຍເປັນວັນແຫ່ງຄວາມຮັກ ເປັນຫຍັງເດືອນກຸມພາ ເດືອນແຫ່ງຄວາມຮັກ ຈຶ່ງເປັນເດືອນທີ່ມີການຢ່າຮ້າງ ແລະ ບອກເລີກ ຫຼາຍທີ່ສຸດ.

ເນື່ອງຈາກຫຼາຍຄົນເບິ່ງເຫັນວັນວາເລນທາຍເປັນວັນສຳຄັນ ຈຶ່ງເກີດມີຄວາມຄາດຫວັງໄປແບບບໍ່ຮູ້ໂຕ ເຊິ່ງອາດຈະເຮັດໃຫ້ຕ້ອງບອກຮັກ ຫຼື ຕ້ອງການຄຳສັນຍາຕ່າງໆ ໂດຍທີ່ຄວາມສຳພັນຍັງບໍ່ຮອດຂັ້ນນັ້ນ ເຊິ່ງຈະເຮັດໃຫ້ເກີດຄວາມໂສກເສົ້າເມື່ອອີກຝ່າຍບໍ່ເຫັນດີນໍາ.

ອີກມຸມມອງໜຶ່ງຂອງວັນວາເລັນທາຍ ຈະມີຄົນທີ່ເສົ້າເສຍໃຈຈາກຄວາມຮັກ ຫຼື ຄົນທີ່ຄາດຫວັງກັບຄວາມຮັກ ເຮົາເອີ້ນວັນດັ່ງກ່າວວ່າ “ວັນວາເລນທາຍບູ ຫຼື Valentine Blues” ເຊິ່ງອາດຖືໄດ້ວ່າເປັນວັນທີ່ເຮົາຕ້ອງຫັນກັບມາທົບທວນຕົວເອງວ່າ ເຮົາຮັກໂຕເອງພໍແລ້ວບໍ່, ເບິ່ງແຍງໂຕເອງດີແລ້ວຫຼືບໍ່ ຫຼື ເຮົາຄາດຫວັງກັບຄວາມຮັກຫຼາຍເກີນໄປ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຈາກການສຶກສາຂອງ Arizona State University ພົບວ່າ ໃນຊ່ວງ 2 ອາທິດກ່ອນວັນວາເລນທາຍ ມີການເລີກກັນຫຼາຍກວ່າປົກກະຕິເຖິງ 2.5 ເທົ່າ ແລະ ຈາກຜົນການສຳຫຼວດຈາກເວັບໄຊ Attorney.com ທີ່ໃຫ້ບໍລິການຄຳປຶກສາດ້ານກົດໝາຍຂອງຕ່າງປະເທດ ມີກໍລະນີຂໍຄຳປຶກສາເລື່ອງຢ່າຮ້າງສູງເຖິງ 38%.

ສຸດທ້າຍແລ້ວ ເຖິງເຮົາຈະຍັງບໍ່ມີແຟນ ຫຼື ຖືກບອກເລີກ ເຮົາກໍຍັງມີຄວາມສຸກໄດ້ດ້ວຍຕົວເອງ ແລະ ຫັນມາທົບທວນໂຕເຮົາເອງ ພ້ອມກັບເບິ່ງແຍງໂຕເອງໃຫ້ຫຼາຍຂຶ້ນ.

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້