Friday, March 29, 2024
Lenovo

ໄຫວບໍ່ກັບລາຄາດອກໄມ້ທີ່ຈະຂຶ້ນເກືອບເທົ່າຕົວຂອງປີກາຍ

ເດືອນກຸມພາເປັນເດືອນ ທີ່ເຕັມໄປດ້ວຍຄວາມສຸກຂອງການສະແດງຄວາມຮັກ, ຄວາມຫ່ວງໃຍຂອງຄົນທີ່ປາຖະໜາດີ ແລະ ຢາກໃຫ້ເຂົາມີຄວາມສຸກ ເຊິ່ງກໍເປັນທີ່ຮັບຮູ້ກັນດີຢູ່ແລ້ວວ່າ ວັນທີ່ 14 ກຸມພາ ເປັນວັນແຫ່ງຄວາມຮັກ ແລະ ຫຼາຍຄົນກໍສະແດງຄວາມຮັັກ ດ້ວຍການມອບດອກໄມ້ໃຫ້ແກ້ຄົນທີ່ເຮົາຮັກ ແຕ່ຈະໄຫວບໍ່ກັບລາຄາດອກໄມ້ທີ່ຈະຂຶ້ນເກືອບເທົ່າຕົວຂອງປີກາຍ.

ຈາກການສອບຖາມແມ່ຄ້າຂາຍດອກໄມ້ສົດ ທີ່ຮັບຈັດກະຕ່າດອກໄມ້, ຊໍດອກໄມ້ ແຖວຖະໜົນດົງປາຍນາ ບ້ານໂພນສະຫວັນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ເວົ້າວ່າ: ລາຄາດອກໄມ້ໃນປີນີ້ ໜ້າຈະສູງກວ່າປີກາຍຫຼາຍ ເພາະອັດຕາແລກປ່ຽນເງິນຂຶ້ນສູງ ຈຶ່ງເຮັດໃຫ້ດອກໄມ້ທີ່ເຮົານຳເຂົ້າມາ ຈາກປະເທດເພື່ອນບ້ານມີລາຄາສູງຂຶ້ນເປັນເທົ່າຕົວ ເຊິ່ງປີນີ້ລາຄາຈະຢູ່ທີ່ເທົ່າໃດນັ້ນຍັງບໍ່ສາມາດກຳນົດໄດ້ເທື່ອ, ແມ່ຄ້າຍັງເວົ້າອີກວ່າ: ປັດຈຸບັນຍັງຢູ່ທີ່ລາຄາ 100.000 – 300.000ກີບ ແຕ່ໃນຊ່ວງມີວັນທີ່ 13-14 ກຸມພາຈະມີລາຄາສູງຂຶ້ນ ເຊິ່ງປີກາຍນີ້ຈະຢູ່ທີ່ 100.000-700.000 ກີບ.

ດອກໄມ້ທີ່ໄດ້ຂາຍດີ ໃນຊ່ວງວັນແຫ່ງຄວາມຮັກນີ້ຈະເປັນ ດອກກຸຫຼາບແດງ ເພາະດອກກຸຫຼາບແດງ ເປັນຕົວແທນແຫ່ງຄວາມຮັກ, ຄວາມງົດງາມ ແລະ ຄວາມໂຣແມນຕິກ ອີກທັງຍັງເຊື່ອມໂຍງກັບເທບພະເຈົ້າແຫ່ງຄວາມຮັກ ຈຶ່ງເຮັດໃຫ້ຄົນສ່ວນໃຫຍ່ ນິຍົມມອບດອກກຸຫຼາບແດງ ໃຫ້ກັບຄົນຮັກ ເພື່ອສື່ເຖິງຄວາມໃນໃຈ.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ລວມມາໃຫ້ແລ້ວ! ເວັບໄຊສ້າງໂລໂກ້ຟຣີ ງ່າຍໆ.

ໃນຍຸກດິຈິຕອນ ມັນເປັນສິ່ງສໍາຄັນທີ່ຈະມີໂລໂກ້ທີ່ສວຍງາມ ແລະ ໂດດເດັ່ນ ເປັນສິ່ງສໍາຄັນຫຼາຍສໍາລັບທຸລະກິດ ແລະ ຜະລິດຕະພັນ, ແຕ່ຖ້າເຮົາຢາກໄດ້ໂລໂກ້ ແລະ ຈ້າງຜູ້ອອກແບບໂລໂກ້ມືອາຊີບ ອາດຈະມີຄ່າໃຊ້ຈ່າຍສູງ ມື້ນີ້ພວກເຮົາເລີຍມາແນະນຳເວັບໄຊທີ່ສ້າງໂລໂກ້ຟຣີ ງ່າຍ​ທີ່​ຈະ​ນໍາ​ໃຊ້ ບໍ່ຕ້ອງເສຍເງິນຈັກກີບ.

Vietjet ມອບໂປໂມຊັ່ນ Friday Sale ມອບປີ້ຍົນລາຄາປະຢັດໄປຫວຽດນາມ ແລະ ອີກຫຼາຍປະເທດຕະຫຼອດປີ

(ນະຄອນຫຼວງວຽງຈັນ, ວັນທີ 28 ມີນາ 2024) - Vietjet ມີຄວາມຕື່ນເຕັ້ນ ທີ່ຈະໄດ້ມອບໂປຣໂມຊັ່ນປີ້ຍົນຕ່າງປະເທດໃນທຸກໆວັນສຸກ! ປີນີ້ເປັນໂອ​ກາດ​ທີ່​ດີສໍາ​ລັບ​ນັກທ່ອງທ່ຽວຈາກ​ທົ່ວ​ໂລກ ​ໃນ​ການ​ເດີນ​ທາງຕາມທີ່​ຝັນ ​ດ້ວຍ​ລາ​ຄາ​ສ່ວນ​ຫຼຸດ​ສຸດພິ​ເສດ​.

ນ້ຳແອດ-ພູເລີຍ ແຂວງຫົວພັນ! ແຫຼ່ງທ່ອງທ່ຽວທຳມະຊາດຂອງແທ້.

ຫຼາຍຄົນມັກຄິດວ່າ “ການທ່ອງທ່ຽວ” ຄືການໄປເບິ່ງນ້ຳຕົກຕາດ, ໄປເບິ່ງວັດວາອາຮາມ ແລະ ຮີດຄອງປະເພນີ. ແຕ່ວ່າ ໂຄງການ ທ່ອງທ່ຽວແບບອະນຸລັກ ຢູ່ປ່າສະຫງວນ ນ້ຳແອດ-ພູເລີຍ ມີຫຼາຍກວ່ານັ້ນ ຄື ເອົາຂຸມຊັບທາງທຳມະຊາດ ມາເປັນຈຸດຂາຍ ແລະ ເພີ່ມການອະນຸລັກທຳມະຊາດ ໄປໃນຕົວ.