Wednesday, July 9, 2025
Kbank Laos โอน รับ จ่าย

“ຜາພຣະ” ບ້ານປາກງາວ ສະຖານທີ່ສັກສິດຄູ່ເມືອງ ຫ້ວຍຊາຍ

“ຜາພຣະ” ບ້ານປາກງາວ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ເປັນອີກສະຖານທີ່ສັກສິດອີກແຫ່ງໜຶ່ງທີ່ ປະຊາຊົນຊາວເມືອງ ຫ້ວຍຊາຍ ນັບຖື ກາບໄຫວ້ ມາຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ແລະ ກໍເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທຳ ຂອງລາວ ທີ່ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເປັນຢ່າງດີ.

ສຳລັບຄວາມເປັນມາຂອງ “ຜາພຣະ” ແຫ່ງນີ້ ເກີດຂຶ້ນໃນສະໄໝ ເຈົ້າອານຸວົງ ຂຶ້ນຄອງລາດ, ໂດຍເຈົ້າອານຸວົງໄດ້ຮັບມອບໝາຍ ຈາກເຈົ້າຊີວິດ ກຸງສີອາຍຸດທະຍາ ໃຫ້ນຳເອົາກອງທັບຂຶ້ນມາຕີກັບກອງທັບພະມ້າ ທີ່ມາຄອງເມືອງຊຽງແສນ ໃນປີ ຄສ 1804 ກ່ອນຈະເຂົ້າຕີ ເມືອງຊຽງແສນ ເຈົ້າອານຸວົງ ໄດ້ມາພັກທັບຢູ່ເຂດ ບ້ານປາກງາວ ໃນປັດຈຸບັນ ເພື່ອຈະໄດ້ສືບຫາສະພາບຂອງ ເມືອງຊຽງແສນ ແລະ ສະພາບຂອງທະຫານພະມ້າໃຫ້ລະອຽດ ເພື່ອຈະໄດ້ກະກຽມວາງແຜນຕີ ເມືອງຊຽງແສນ ໃນໄລຍະພັກທັບຢູ່ນັ້ນ, ລູກສາວເຈົ້າອານຸວົງ ຊຶ່ງເປັນແມ່ທັບມານໍາບິດາໄດ້ລົ້ມປ່ວຍ ແລະ ເສຍຊີວິດ ເຈົ້າອານຸວົງຈຶ່ງຈັດ ພິທີ ສົ່ງສະການ ແລະ ເອົາສົບຂອງລູກສາວໄປຈູດເຜົາ ຢູ່ທີ່ແຄມນໍ້າຂອງ ທາງເບື້ອງເໜືອຂອງ ປາກນໍ້າງາວ.

ຫຼັງຈາກສົ່ງສະການແລ້ວ ດ້ວຍຄວາມອາໄລ ແລະ ລະນຶກເຖິງດວງວິນຍານຂອງລູກສາວ ທີ່ໄດ້ຈາກໄປຢ່າງກະທັນຫັນແບບນີ້, ເຈົ້າອະນຸວົງ ໄດ້ເອົາປາຍດາບຂອງເພິ່ນແກະສະລັກຮູບພາບລູກສາວ ໄວ້ຢູ່ໜ້າຜາຫີນແຄມບ່ອນສົ່ງສະການນັ້ນ. ນອກນັ້ນ, ເພິ່ນຍັງໄດ້ເຈາະໂງ່ນຫີນກາງນໍ້າຂອງ ຊຶ່ງໜ້າກັບຜາພຣະດັ່ງກ່າວຝັງເງິນ, ຄໍາ ແລະ ວັດຖຸມີຄ່າຈໍານວນໜຶ່ງໄວ້ໃຫ້ລູກສາວ ພ້ອມທັງໄດ້ຂຽນ ຕໍາລາຈາລຶກໃສ່ໂງ່ນຫີນນັ້ນໄວ້ວ່າ “ໄປພຽງຕາມາພຽງຕີນ” (ໝາຍຄວາມວ່າ ຈຸດຝັງ ເງິນ-ຄຳ ນັ້ນ ໃນເວລານ້ຳລົງຈະຢູ່ສູງຈາກໜ້ານ້ຳພຽງຕາເຮົາ ຖ້ານ້ຳຂອງຫຼາຍ ຈະຢູ່ສູງພຽງຕີນ) ປັດຈຸຸບັນ ເຄື່ອງມີຄ່າດັ່ງກ່າວໄດ້ຖືກຄົນບໍ່ດີຂຸດຄົ້ນເອົາໄປໝົດແລ້ວ, ເຫຼືອພຽງແຕ່ຮ່ອງຮອຍປະໄວ້ເທົ່ານັ້ນ.

ດ້ານທີ່ຕັ້ງງຂອງ “ຜາພຣະ” ແມ່ນຢູ່ຕິດກັບ ບ້ານປາກງາວ ຫ່າງຈາກຕົວ ເມືອງຫ້ວຍຊາຍ ໄປທາງທິດເໝືອປະມານ 12 ກິໂລແມັດ. ນັບຕັ້ງແຕ່ອາດີດເຖິງປັດຈຸບັນ, ເມື່ອຮອດບຸນປີໃໝ່ລາວ ເດືອນເມສາ ຂອງທຸກໆ ປີ ຊາວພຸດລາວ ທັງຫຼາຍຈະມາຫົດສົງນໍ້າ ຜາພຣະ ຢູາບ້ານປາກງາວ ເປັນຈໍານວນຫຼວງຫຼາຍ ເຊິ່ງຖືວ່າເປັນບ່ອນສັກສິດ ເພື່ອຂໍພອນ ແລະ ບຸນກຸສົນໃຫ້ແກ່ຕົວເອງ ຄອບຄົວ ແລະ ຍາດພີ່ນ້ອງທຸກຄົນ ຈົ່ງມີຄວາມສຸກ ມີໂຊກ ມີໄຊ ແລະ ຢູ່ເຢັນເປັນສຸກຕະຫຼອດໄປ.

ນອກຈາກນັ້ນ, ຍັງມີພໍ່ຄ້າຊາວຂາຍ ແລະ ນັກທ່ອງທ່ຽວທີ່ຂີ່ລົດ, ຂີ່ເຮືອຜ່ານ ໄປ-ມາ ມັກຈະແວ່ລົງໄປກາບໄວ້ ຜາພຣະ ແຫ່ງນີ້ ເພື່ອຂໍພອນໃຫ້ມີຄວາມປອດໄພໃນການເດີນທາງນໍາອີກ.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.