ຄວາມແຕກຕ່າງລະຫວ່າງ ໄຂ້ຫວັດໃຫຍ່ ກັບ ໄຂ້ຫວັດທຳມະດາ.

ເລີ່ມປາຍຝົນຕົ້ນໜາວ ເຊິ່ງເປັນອີກໄລຍະໜຶ່ງທີ່ຫຼາຍຄົນມັກເລີ່ມມີອາການເຈັບເປັນ ອັນເນື່ອງມາຈາກທີ່ຮ່າງກາຍຂອງເຮົາປັບຕົວບໍ່ທັນ ແລະ ສົ່ງຜົນໃຫ້ບໍ່ສະບາຍໄດ້ງ່າຍ ເຊິ່ງໂຣກທີ່ຫຼາຍຄົນມັກເປັນ ແລະ ໃກ້ໂຕເຮົາທີ່ສຸດນັ້ນກໍຄື “ໄຂ້” ແຕ່ອາການຂອງແຕ່ລະຄົນຕ່າງກັນອອກໄປ ບາງຄົນອາດເປັນແປບດຽວເຊົາ ຫຼື ບາງຄົນເປັນ 2 ອາທິດກໍຍັງບໍ່ເຊົາ ເຊິ່ງສາເຫດມາຈາກຫຼາຍປັດໄຈ ໜຶ່ງໃນນັ້ນກໍອາດຈະເປັນໄຂ້ຫວັດໃຫຍ່ ທີ່ມີຄວາມຄ້າຍຄືກັນກັບ ໄຂ້ທຳມະດາ.

ໄຂ້ຫວັດທຳມະດາ ຖືເປັນໂຣກພື້ນຖານ ທີ່ເປັນໄດ້ທຸກລະດູການ ແຕ່ລະດູໜາວອາດຈະເປັນໄດ້ງ່າຍກວ່າປົກກະຕິເຖິງ 2 ເທົ່າ ເຊິ່ງໄຂ້ຫວັດເກີດຈາກເຊື້ອໄວຣັສ ທີ່ເຮັດໃຫ້ເກີດໂຣກ ໃນລະບົບຫາຍໃຈ ເຊິ່ງອາການຂອງຜູ້ປ່ວຍມັກຈະມີອາການຄັນດັງ, ມີນ້ຳມູກໄຫຼອອກມາ, ໄອ, ຈາມ, ເຈັບຄໍ ຈາກນັ້ນຈະເລີ່ມມີໄຂ້ , ໜາວສັ່ນ, ເຈັບຫົວ ແລະ ປວດຕາມຕົນໂຕ.

ໄຂ້ຫວັດໃຫຍ່ ຈະມີອາການຄ້າຍຄື ໄຂ້ຫວັດທຳມະດາ ແຕ່ຮຸນແຮງກວ່າ ຫາກປ່ອຍໄວ້ຈົນມີອາການແຊກຊ້ອນ ອາດເຮັດໃຫ້ເສຍຊີວິດໄດ້, ໄຂ້ຫວັດໃຫຍ່ ເກີດຈາກການຕິດເຊື້ອໄວຣັສ “ອິນຟລູເອນຊາ” (Influenza virus) ທາງລະບົບຫາຍໃຈ ຢ່າງໄວວາ ເຮັດໃຫ້ມີອາການໜາວສັ່ນ, ໄຂ້ຂຶ້ນສູງ, ເຈັບຄໍ, ປວດເມື່ອຍກ້າມຊີ້ນ ແລະ ເຈັບຫົວຢ່າງຮຸນແຮງ ແລະ ອາດເຮັດໃຫ້ມີອາການປຸ້ນທ້ອງປວດຮາກ.

ມື້ນີ້ເຮົາເລີຍຈະມາປຽບທຽບຄວາມແຕກຕ່າງລະຫວ່າງ ໄຂ້ຫວັດໃຫຍ່ ກັບ ໄຂ້ຫວັດທຳມະດາ ນໍາກັນ:

1. ອາການໄຂ້

ໄຂ້ຫວັດທຳມະດາ: ເປັນໄຂ້ຕໍ່າບໍ່ຮ້ອນຫຼາຍ ກິນຍາ 1-2 ກໍເຊົາ

ໄຂ້ຫວັດໃຫຍ່: ເປັນໄຂ້ສູງ ເປັນດົນກວ່າ 3-4 ມື້ຂຶ້ນໄປ

2. ປວດຫົວ

ໄຂ້ຫວັດທຳມະດາ: ປວດຫົວໜ້ອຍດຽວ ຫຼື ອາດບໍ່ປວດເລີຍ

ໄຂ້ຫວັດໃຫຍ່: ປວດຫົວຫຼາຍກວ່າປົກກະຕິ

3. ເມື່ອຍຕາມໂຕ

ໄຂ້ຫວັດທຳມະດາ: ເມື່ອຍໜ້ອຍດຽວ

ໄຂ້ຫວັດໃຫຍ່: ເມື່ອຍຫຼາຍ

4. ບໍ່ມີແຮງ

ໄຂ້ຫວັດທຳມະດາ: 1-2 ວັນກໍເຊົາ

ໄຂ້ຫວັດໃຫຍ່: ບໍ່ມີແຮງ ອາດໃຊ້ເວລາເປັນອາທິດ

5. ອາການໄອ

ໄຂ້ຫວັດທຳມະດາ: ໄອບໍ່ຫຼາຍ ໄອແຫ້ງ

ໄຂ້ຫວັດໃຫຍ່: ໄອໜັກ ໄອຕະຫຼອດ ແລະມີຂີ້ກະເທິ

6. ນໍ້າມູກ

ໄຂ້ຫວັດທຳມະດາ: ນໍ້າມູກໃສ ຫຼື ບໍ່ມີເລີຍ

ໄຂ້ຫວັດໃຫຍ່: ນໍ້າມູກຂຸ້ນ ໜຽວ

7. ເຈັບຄໍ

ໄຂ້ຫວັດທຳມະດາ: ເປັນແຕ່ຊ່ວງທຳອິດ

ໄຂ້ຫວັດໃຫຍ່: ອາດບໍ່ມີອາການເຈັບຄໍ ເພາະຈະມີສ່ວນໜ້ອຍເທົ່ານັ້ນທີ່ເປັນ

8. ການປ້ອງກັນ

ໄຂ້ຫວັດທຳມະດາ: ບໍ່ມີການປ້ອງກັນໂດຍກົງ ພຽງແຕ່ອອກກຳລັງກາຍຮັກສາສຸຂະພາບ

ໄຂ້ຫວັດໃຫຍ່: ສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່

ເຖິງຢ່າງໃດກໍຕາມ ວິທີການຫຼີກລ້ຽງການເປັນໄຂ້ຫວັດ ບໍ່ວ່າຈະເປັນຊະນິດໃດກໍຕາມ ຄືການຮັກສາສຸຂະພາບໃຫັແຂງແຮງຢູ່ຕະຫຼອດ ກິນອາຫານທີ່ມີປະໂຫຍດ ພັກຜ່ອນໃຫ້ພຽງພໍ ຖ້າມີອາການຮຸນແຮງ ທາງທີ່ດີທີ່ສຸດຄືການໄປພົບແພດໝໍ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...