HyperOS ຄູ່ແຂ່ງໃໝ່ ຂອງລະບົບປະຕິບັດການ IOS ແລະ Android

ຖ້າເວົ້າເຖິງລະບົບປະຕິບັດການໃນໂທລະສັບມືຖືທີ່ຄົນລາວໃຊ້ ເຮົາຈະຄິດເຖິງ Android ກັບ IOS ແຕ່້ມື່ອບໍ່ດົນມານີ້ Xiaomi ໄດ້ປະກາດເປີດໂຕລະບົບປະຕິບັດການໂຕໃໝ່ທີ່ເອີ້ນວ່າ HyperOS ໂດຍ Xiaomi ຢັ້ງຢືນວ່າຈະວາງຈຳໜ່າຍໃນທົ່ວໂລກ ແລະ ເປີດໂຕໃນ Xiaomi 14 Series.

ເຊິ່ງລະບົບ HyperOS ຈະຄ່ອຍໆເຂົ້າມາແທນທີ່ລະບົບປະຕິບັດການທີ່ໃຊ້ໃນປັດຈຸບັນເຊັ່ນ MIUI ຂອງ Xiaomi, HyperOS ຖືກປ່ອຍອອກມາເພື່ອຮອງຮັບກຸ່ມຜະລິດຕະພັນທີ່ຫຼາກຫຼາຍຂອງ Xiaomi ແລະ ຈະເຊື່ອມໂຍງລະບົບທັງໝົດ (ecosystem) ຂອງຜະລິດຕະພັນທັງໝົດ 200 ກວ່າໝວດໝູ່ ບໍ່ວ່າຈະເປັນ ອຸປະກອນສະມາດໂຮມ, ລົດໃຫຍ່ ແລະ ອື່ນໆ ເຂົ້າກັນ ເຊິ່ງຕ່າງຈາກລະບົບ MIUI ທີ່ຮອບຮັບແຕ່ໃນໂທລະສັບ ແລະ ແທັບເລັດ.

Lei Jun ຊີອີໂອຂອງ Xiaomi ໄດ້ອະທິບາຍໂດຍໂພສໃນ Weibo ວ່າ: HyperOS ນັ້ນ ເປນັລະບົບປະຕິບັດການທີ່ມີ Android ເປັຮພື້ນຖານທີ່ພັດທະນາເຂົ້າກັບລະບົບ Vela ທີ່ Xiaomi ພັດທະນາຂຶ້ນເອງ ແລະ ຂຽນໂຄງສ້າງພື້ນຖານຂຶ້ນໃໝ່ທັງໝົດສຳລັບອຸປະກອນ IoT ເປັນໝື່ນລ້ານເຄື່ອງ ແລະ ຈະຮອງຮັບການເຊື່ອມຕໍ່ອຸປະກອນອີກໝື່ນລ້ານຂຶ້ນ ໃນອະນາຄົດ.

HyperOS ຈະຖືກໂຫລດໄວ້ລ່ວງໜ້າໃນໂທລະສັບ Xiaomi 14 Series ແຕ່ Xiaomi ກໍບໍ່ໄດ້ສະແດງໃຫ້ເຫັນວ່າ OS ດັ່ງກ່າວຈະມີລັກສະນະເປັນແນວໃດ ແລະ ຍັງບໍ່ມີລາຍລະອຽດກ່ຽວກັບຟີເຈີໃໝ່ໃດໆເລີຍ ຄາດວ່າ Xiaomi ຈະເປີດເຜີຍຂໍ້ມູນ HyperOS ເພີ່ມເຕີມພ້ອມກັບການເປີດໂຕໂທລະສັບໂຕໃໝ່ໃນໄວໆນີ້.

ທີ່ມາ: Android Authority

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...