ຮູ້ທັນ ກ່ອນຕົກເປັນເຫຍື່ອ! ມິດສາຊີບຕົວະຂາຍເຄື່ອງອອນລາຍ

ໃນຍຸກປັດຈຸບັນ ການຊື້-ຂາຍ ທາງອອນລາຍ ກາຍເປັນເລື່ອງງ່າຍ ແລະ ສະດວກ, ແຕ່ມິດສາຊີບກໍໃຊ້ຊ່ອງທາງນີ້ເພື່ອຕົວະຍົວະຜູ້ບໍລິໂພກຢູ່ສະເໝີ ເຊິ່ງໜຶ່ງໃນເລ່ກົນທີ່ເຮົາມັກພົບເຫັນນັ້ນ ແມ່ນການສ້າງເພຈເຟສບຸກປອມຂຶ້ນມາ ເພື່ອຕົວະຂາຍສິນຄ້າ ໂດຍສ່ວນໃຫຍ່ເຮົາສາມາດຕັ້ງຂໍ້ສັງເກດໄດ້ດັ່ງນີ້:

  1. ເພຈຫາກໍ່ສ້າງຂຶ້ນມາໃໝ່.
  2. ຂໍ້ມູນໃນເພຈ ກັບທີ່ໄດ້ລົມກັນ ຢູ່ຄົນລະບ່ອນ.
  3. ປິດຂໍ້ຄວາມທີ່ມີຄົນຄອມເມັ້ນ ຫຼື mention ເພຈ ເກືອບໝົດ.
  4. ຊ່ອງທາງການຕິດຕໍ່ມີໜ້ອຍ ແລະ ມັກຈະບໍ່ໃຫ້ເບີຕິດຕໍ່ ເພື່ອລົມກັບພະນັກງານຂາຍ.
  5. ຂາຍສິນຄ້າລາຄາຖືກເກີນຈິງ.
  6. ຣີວິວສິນຄ້າເບິ່ງບໍ່ໜ້າເຊື່ອຖື ໃຊ້ພາສາທີ່ແປຈາກອິນເຕີເນັດ ຫຼື ໃຊ້ພາສາແບບຜິດທຳມະຊາດ.
  7. ພະຍາຍາມຍົວະໃຫ້ຊື້ສິນຄ້າ ແລະ ເລັ່ງໃຫ້ໂອນເງິນ ໂດຍອ້າງວ່າສິນຄ້າມີຈຳນວນຈຳກັດ.
  8. ບໍ່ໃຫ້ໃຊ້ບໍລິການເກັບເງິນປາຍທາງ ຫຼື ບໍ່ໃຫ້ເປີດເບິ່ງສິນຄ້າກ່ອນເປີດກ່ອງ.

ສະນັ້ນ, ຜູ້ທີ່ຈະຊື້ຄວນຄຳນຶງວ່າ ການຊື້ສິນຄ້າອອນລາຍມີຄວາມສ່ຽງ ຈຶ່ງຄວນສຶກສາຂໍ້ມູນກ່ອນຊື້ ແລະ ຄວນເລືອກຊື້ສິນຄ້າຈາກຮ້ານຄ້າທີ່ ໜ້າເຊື່ອຖື, ນອກຈາກນັ້ນ ຍັງມີຂໍ້ຄວນລະວັງອື່ນໆ ທີ່ຄວນມີສະຕິທຸກຄັ້ງກ່ອນທີ່ຈະຕັດສິນໃຈຊື້ສິນຄ້າອອນລາຍຄື:

  • ບໍ່ຄວນຄລິກລິ້ງທີ່ບໍ່ຮູ້ຈັກ.
  • ບໍ່ຄວນໃຫ້ຂໍ້ມູນສ່ວນໂຕກັບບຸກຄົນອື່ນ.
  • ບໍ່ຄວນໂອນເງິນກ່ອນໄດ້ຮັບສິນຄ້າ.
  • ຄວນເລືອກຊື້ຈາກຮ້ານຄ້າທີ່ມີຢູ່ຈິງ ຫຼື ມີການກວດສອບທີ່ຕັ້ງ ແລະ ສະຖານທີ່ປະກອບການກ່ອນຊື້.

ຖ້າຫາກສົງໄສວ່າ ຮ້ານຄ້າອອນລາຍເປັນມິດສາຊີບ ຄວນເຕືອນໂຕເອງຢູ່ສະເໝີວ່າ ເງິນ 1000 ກີບ ກໍ-ໍ່ຄວນສ່ຽງໂອນໃຫ້.

#ຮ່ວມກັນປ້ອງກັນການຫຼອກລວງທາງອອນລາຍເພື່ອສັງຄົມອອນລາຍທີ່ປອດໄພ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...