ໄຫວບໍ່ເຈນ Z! ຜົນສຳຫຼວດເຜີຍ ຄົນເຈນ Z ມີຄວາມຄຽດສະສົມຫຼາຍກວ່າ ຄົນເຈນ X

ຜົນການສຳຫຼວດຈາກອົງກອນ Resolution Foundation (RF) ປະເທດອັງກິດ ໄດ້ເປີດເຜີຍວ່າ: ຄົນເຈນ Z ມີຄວາມຕຶງຄຽດສະສົມຫຼາຍກວ່າ ຄົນເຈນ X ສົ່ງຜົນເຮັດໃຫ້ຂາກວຽກດຸ ແລະ ຮູສຶກວ່າ ບໍ່ປະສົບຜົນສຳເລັດໃນຊີວິດ.

ນອກຈາກນີ້, ໃນລາຍງານທີ່ສະຫຼຸບໂດຍ fortune.com ຍັງໄດ້ສະແດງໃຫ້ເຫັນວ່າ ຄວາມຕຶງຄຽດດັ່ງກ່າວ ສະສົມມາຕັ້ງແຕ່ສະໄໝຮຽນມະຫາວິທະຍາໄລ ໂດຍມີສາຍເຫດມາຈາກຄວາມຕ້ອງການປະສົບຜົນສຳເລັດຂອງຄົນໄວນີ້ ແລະ ພາລະພຄ່າໃຊ້ຈ່າຍດ້ານການສຶກສາທີ່ສູງຂຶ້ນກວ່າແຕ່ກ່ອນ.

ທັງນີ້, ໂດຍທົ່ວໄປ ຈະນັບຊ່ວງເວລາເຈນ Z ຄືຜູ້ທີ່ເກີດໃນທ້າຍກຍຸກ 90 ຈົນເຖິງຕົ້ນຍຸກ 2000 ເຊິ່ງເຕີບໃຫຍ່ຂຶ້ນໃນຍຸກເທັກໂນໂລຢີ ສື່ສັງຄົມອອນລາຍ ແລະ ການປ່ຽນແປງສູ່ສັງຄົມດິຈິຕ້ອນ ໂດຍໃນທາງຮູບປະທຳ ຄືຄົນຈົບໃໝ່ ແລະ ໄວເລີ່ມຕົ້ນເຮັດວຽກທີ່ກຳລັງທະຍອຍສູ່ຕະຫຼາດແຮງງານໃນປັດຈຸບັນ.

ສ່ວນໜຶ່ງຂອງຄວາມຄຽດນີ້, ເນື່ອງຈາກໂດຍພື້ນຖານຂອງຄົນລຸ້ນ Z ເປັນຄົນທີ່ມີຄວາມຄາດຫວັງສູງ ໄດ້ເຫັນຄັົນປະສົບຄວາມສຳເລັດຫຼາຍກວ່າຄົນລຸ້ນກ່ອນ ຈາກສື່ສັງຄົມອອນລາຍ ແລະ ຫາກໍໄດ້ພົບກັບສະພາບການແຂ່ງຂັນໃນໂລກແຫ່ງຄວາມເປັນຈິງ ເຊິ່ງແຕກຕ່າງຈາກສິ່ງທີ່ໄດ້ເຫັນໃນສະໄໝຮຽນຢູ່ມະຫາວິທະຍາໄລຫຼາຍ.

ດັ່ງນັ້ນ, ຈຶ່ງບໍ່ແປກໃຈວ່າ ທີ່ຜົນສຳຫຼວດໄດ້ລະບຸວ່າ ຄົນເຈນ Z ມີທ່າອ່ຽງທີ່ຈະລາປ່ວຍເພາະບັນຫາສຸຂະພາບຈິດ ຫຼາຍກວ່າຄົນເຈນ X ແລະ ແມ່ຍິງເຈນ Z ມີທ່າອ່ຽງ ການເກີດບັນຫາສຸຂະພາບຈິດ ຫຼາຍກວ່າຜູ້ຊາຍເຈນ Z ເຖິງ 1.6 ເທົ່າ.

ຄຳແນະນຳທົ່ວໄປສຳລັບຄົນເຈນ Z ຄື ຄວນໃຊ້ເວລາເພື່ອຄົ້ນຫາຄວາມມັກ ລະ ຄວາມຖະໜັດຂອງໂຕເອງໃຫ້ຫຼາຍຂຶ້ນ ຫຼຸດເວລາອອນລາຍໃຫ້ໜ້ອຍລົງ ແລະ ຫາຫົນທາງສ້າງຄວາມສຳພັນກັບຄົນໃນຄອບຄົວ ຕະຫຼອດຈົນເຖິງການພົບປະສັງສັນ ເພື່ອເວົ້າຈາແລກປ່ຽນຄວາມຄິດເຫັນກັບເພື່ອຮ່ວມງານ ແລະ ຫົວໜ້າຂອງໂຕເອງໃຫ້ຫຼາຍຂຶ້ນ.

ຢ່າງໃດກໍຕາມ ບັນຫາສຸຂະພາບຈິດຂອງຄົນແຕ່ລະຊ່ວງໄວ ໃນແຕ່ລະປະເທດ ອາດແຕກຕ່າງກັນອອກໄປຕາມປັດໃຈດ້ານສະພາບແວດລ້ອມແລະ ສັງຄົມ.

ຄົນເຈນ Z ຫຼື ຜູ້ທີ່ມີພຶດຕິກຳແບບ ເຈນ Z ຈຶ່ງຄວນຫາຄວາມສົມດຸນໃນການກເຮັດວຽກ ໂດຍຫັນມາວາງແຜນ, ຈັດລຳດັບຄວາມສຳຄັນ ແລະ ກຳນົດເວລາດເຮັດວຽກ, ພັກຜ່ອນ ເພື່ອຈັດສົມດຸນໃນຊີວິດ ເຖິງວ່າມັນອາດຈະເລີ່ມຕົ້ນໄດ້ຍາກແດ່ ແຕ່ກໍດີກວ່າການເຂົ້າພົບໝໍຈິດຕະແພດໃນອີກບໍ່ເທົ່າໃດປີຂ້າງໜ້າ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...