Thursday, March 20, 2025

ອາຫານທີ່ບໍ່ຄວນກິນຫຼາຍເກີນໄປ

ທ່ານຮູ້ບໍ່ວ່າ ອາຫານທີ່ເຮົາມັກກິນເປັນປະຈຳນັ້ນ ເຖິງວ່າຈະມີຄວາມແຊບກໍຕາມ ແຕ່ມັນກໍອາດສົ່ງຜົນຕໍ່ສຸຂະພາບ ຂອງເຮົາ ຖ້າຫາກກິນຫຼາຍເກີນໄປ ເຊິ່ງ 10 ອາຫານຕໍ່ໄປນີ້ ເປັນປະເພດອາຫານທີ່ເຮົາບໍ່ຄວນກິນຫຼາຍເກີນໄປ.

ພາບປະກອບ
  1. ໄຂ່ຍ່ຽວມ້າ: ໄຂ່ຍ່ຽວມ້າມີສ່ວນປະກອບຂອງສານຕະກົ່ວ ການກິນໄຂ່ຍ່ຽວມ້າປະລິມານຫຼາຍໆ ແລະກິນເລື້ອຍໆ ອາດເກີດພິດຈາກສານຕະກົ່ວ. ນອກນັ້ນ ຍັງເຮັດໃຫ້ການດູດຊຶມແຄວຊຽມຫຼຸດໜ້ອຍລົງ, ເກີດພາວະຂາດແຄວຊຽມ ແລະເຮັດໃຫ້ກະດູກຜ່ອຍໄດ້.

2. ເຂົ້າໜົມຄູ່: ຂະບວນການເຮັດເຂົ້າໜົມຄູ່ມີການໃຊ້ສານສົ້ມເປັນສ່ວນປະກອບ ແລະໃນສານສົ້ມມີສ່ວນປະກອບຂອງສານຕະກົ່ວ, ການກິນເຂົ້າໜົມຄູ່ທຸກມື້ຈະເຮັດໃຫ້ໄຂ່ຫຼັງເຮັດວຽກໜັກໃນການຂັບສານຕະກົ່ວ ຊຶ່ງເປັນພິດຕໍ່ສະໝອງ ແລະ ຈຸລັງປະສາດ, ເຮັດໃຫ້ເສື່ອມໄວ, ເປັນໂຣກຄວາມຈຳເສື່ອມ ນອກຈາກນີ້ຍັງເຮັດໃຫ້ຄໍແຫ້ງ, ເຈັບຄໍ ໂດຍສະເພາະຄົນທີ່ມີອາການຮ້ອນໃນງ່າຍ.

3. ຊີ້ນປີ້ງ: ຊີ້ນປະເພດຕ່າງໆທີ່ຖືກຄວັນເປັນຕົ້ນແມ່ນໄຟ ຈະເກີດສານເບນໂຊໄພຣິນ ຊຶ່ງເປັນສານກໍ່ມະເຮັງຊະນິດນຶ່ງ.

4. ຜັກດອງ: ການກິນຜັກດອງ ຫຼື ຂອງໝັກໃສ່ເກືອເປັນເວລາດົນ ຈະເກີດການສະສົມຂອງທາດເກືອ ເຮັດໃຫ້ຫົວໃຈເຮັດວຽກໜັກ, ເກີດໂຣກຄວາມດັນເລືອດສູງ ແລະໂຣກຫົວໃຈໄດ້ງ່າຍ. ນອກຈາກຂອງໝັກຂອງດອງແລ້ວ ຍັງມີສານກໍ່ມະເຮັງ ແລະແອມໂມນຽມໄນໄຕຣ.

5. ຕັບໝູ: ໃນຕັບໝູ 1 ກິໂລ ມີຄໍເລດສະເຕີຣອນຫຼາຍກວ່າ 400 ມີລີກຣາມ, ການກິນອາຫານທີ່ມີຄໍເລດສະເຕີຣອນປະລິມານສູງຫຼາຍເປັນເວລາດົນຈະເຮັດໃຫ້ຫຼອດເລືອດແຂງໂຕ, ມີຄວາມສ່ຽງຕໍ່ໂຣກຫົວໃຈ ແລະໂຣກຫຼອດເລືອດທາງສະໝອງລວມເຖິງໂຣກມະເຮັງອີກດ້ວຍ.

6. ຜັກຫົມ, ຜັກປວຍເລ້ງ: ມີສານອາຫານອຸດົມສົມບູນ ແຕ່ມີກົດອອກຊາເລດຫຼາຍ ຈະເຮັດໃຫ້ມີການຂັບສັງກະສີ ແລະແຄວຊຽມອອກຈາກຮ່າງກາຍຫຼາຍ, ເກີດພາວະຂາດແຄນແຄວຊຽມ ແລະສັງກະສີ.

iinstant ramen noodles are called ‘Kappu-ramen’

7. ໝີ່ສຳເລັດຮູບ: ໝີ່ຫຼາຍຊະນິດມີສານກັນບູດ, ສານປຸງແຕ່ງຣົດທີ່ບໍ່ມີປະໂຫຍດຕໍ່ຮ່າງກາຍ. ການກິນໝີ່ສຳເລັດຮູບເລື້ອຍໆຈະເຮັດໃຫ້ຂາດສານອາຫານ ແລະເກີດການສະສົມສານພິດໃນຮ່າງກາຍ.

8. ແກ່ນຕາເວັນ: ມີສ່ວນປະກອບຂອງກົດໄຂມັນບໍ່ອີ່ມໂຕ, ການກິນແກ່ນຕາເວັນໃນປະລິມານຫຼາຍ ຈະເຮັດໃຫ້ລະບົບເມຕາບໍລິຊຶມ ຂອງໄຂມັນຜິດປົກກະຕິ ເຮັດໃຫ້ມີການສະສົມໄຂມັນທີ່ຕັບ ແລະໄຂ່ຫຼັງ; ເປັນອັນຕະລາຍຕໍ່ອະໄວຍະວະອີກດ້ວຍ.

9. ເຕົ້າຮູ້ໝັກ, ເຕົ້າຮູ້ຕ່ອນ: ຂະບວນການໝັກເຕົ້າຮູ້ ມີໂອກາດປົນເປື້ອນເຊື້ອໂຣກໄດ້ງ່າຍ ນອກຈາກນີ້ຍັງມີສານຍ່ອຍສະຫຼາຍໂປຣຕິນ, ໄຮໂດຣເຈນຊັນໄຟ ຊຶ່ງເປັນອັນຕະລາຍຕໍ່ຮ່າງກາຍ.

10. ແປ້ງນົວ: ຄົນເຮົາບໍ່ຄວນກິນແປ້ງນົວເກີນກວ່າ 6 ກຣາມຕໍ່ມື້ ເພາະຈະເຮັດໃຫ້ກົດກລູຕາມິກໃນເລືອດສູງ ຊຶ່ງມີຜົນຕໍ່ການເຮັດວຽກຂອງແຄວຊຽມ ແລະແມັກນີຊຽມ, ເກີດອາການເຈັບຫົວ, ໃຈສັ່ນ ແລະປຸ້ນທ້ອງ. ນອກຈາກນີ້ ຍັງມີຜົນເສຍຕໍ່ອະໄວຍະວະສືບພັນອີກດ້ວຍ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່