ຕຳນານ “ພຣະເຈົ້າອົງແສນ” ວັດໜອງສີຄູນເມືອງ 

“ພຣະເຈົ້າອົງແສນ” ທີ່ປະດິດສະຖານຢູ່ທີ່ ວັດໜອງສີມຸງຄຸນ, ນະຄອນ ຫຼວງພຣະບາງ ເປັນພຣະພຸດທະຮູບອົງສັກສິດ ທີ່ຊາວແຂວງ ຫຼວງພຣະບາງ ເຄົາລົບນັບຖືກັນໃນເລື່ອງຂອງການໃຫ້ໂຊກລາບ, ໜ້າທີ່ການງານ ແລະ ເລື່ອງສຸຂະພາບ ຈົນເປັນທີ່ກ່າວຂານກັນຢ່າງກວ້າງຂວາງ.

ພຣະເຈົ້າອົງແສນ ຕຳນານເລົ່າຂານກັນມາໃນເມື່ອກ່ອນທີ່ຈະໄດ້ພຣະພຸດທະຮູບອົງແສນອົງນີ້ ເພຍປົ້ມລົ້ມ ເປັນພໍ່ຄ້າເຂົ້າໄປທາງພາກເໜືອຂອງລາວ ໄປເຫັນພຣະເຈົ້າອົງແສນນີ້ ເພື່ອຢາກໄດ້ມາໄວ້ບ້ານຂອງເພີ່ນ, ບ້ານຂອງເພີ່ນຊື່ບ້ານໂຄມເສລາສະໄໝນັ້ນ, ບໍ່ມີເຮືອຄືປັດຈຸບັນ ຄິດຢາກໄດ້ພຣະພຸດທະຮູບອົງແສນນີ້ມາປະດິດສະຖານໄວ້ບ້ານຂອງເພີນ ຈິ່ງໄດ້ໃສ່ເເພລອງມາຫຼາຍມື້ ຫຼາຍວັນ ພໍມາຮອດໃກ້ທ່າບ້ານຂອງເພີ່ນ ກໍພະຍາຍາມກົ້ມເອົາເເພເຂົ້າຝັ່ງແຕ່ກໍ່ບໍ່ສາມາດເອົາແພນັ້ນເຂົ້າຝັ່ງໄດ້ແພນັ້ນກໍເລີຍໄຫຼລົງມາເວີນຢູ່ທ່າບ້ານວັດໜອງ.

ເມື່ອຊາວບ້ານວັດໜອງ ເຫັນດັ່ງນັ້ນ ຈຶ່ງໄດ້ໃຫ້ເຖົ້າເເກ່ພາກັນໄປຂໍອາລາດທະນາອັງເຊີນພຣະເຈົ້າອົງແສນນີ້ໄວ້ວັດໜອງ, ເມື່ອກ່ອນວັດໜອງນ້ອຍ ຈະມີອາຣາມນ້ອຍ1 ເພີ່ນເລີຍເອົາພະພຸດທະຮູບອົງແສນນີ້ລົງສົງທຸກໆ ປີການເອົາລົງສົງເຮັດໃຫ້ຝົນຕົກທຸກໆປີ ແລະ ມີສັດທາມາຂໍພອນມາບະບົນບະຂວບປີ, ການເງິນ,ໜ້າທີ່-ການງານ,ດ້ານສຸຂະພາບ ມາບະແລ້ວສົມຄວາມປາຖະໜາ.

ພຣະເຈົ້າອົງແສນອົງນີ້ ເປັນພຣະເນື້ອທອງສຳລິດໜ້າຕັກກວ້າງ 90 ຊັງຕີແມັດ, ສູງ 120 ຊັງຕີແມັດ, ນ້ຳໜັກ 120 ກິໂລເປັນພຣະພຸດທະຮູບລາວລ້ານຊ້າງ ສິລະປະລາວລ້ານຊ້າງເກດຫຼໍ່ລຸ້ນສາທຸໃຫຍ່ອຸ່ນເຮືອນແທ່ນຫຼໍ່ຂຶ້ນ ພສ 2479 ຂຶ້ນ 15 ຄ່ຳຈາລືເປັນຕົວທຳໄວ້ເເທ່ນວ່າ ແມ່ສາທຸໃຫຍ່ພູມມີ ພ້ອມດ້ວຍສັດທາຍາດໂຍມທັງຫຼາຍໃນເມືອກ່ອນ.

ປັດຈຸບັນ ສາທຸທອງຂາວ ເປັນເຈົ້າອະທິການວັດໜອງສີຄູນເມືອງແຫ່ງນີ້.

ພຣະເຈົ້າອົງແສນ ຕັ້ງແຕ່ກ່ອນຈົນຮອດປັດຈຸບັນ ບໍ່ເຄີຍເຮັດຫຼຽນມາປະມູນກັນເເບຊະຊາຍ ແຕ່ເພິ່ນເຮັດຂຶ້ນມາ ກໍເພື່ອເເຈກໃຫ້ຍາດໂຍມໄດ້ບູຊາຕາມກຳລັງ ເເລະ ເພື່ອຕອບແທນຍາດໂຍມທີ່ມາກິນມາທານນຳຊື່ໆ ໃຜເຮັດດີກໍຈະເລີນ ແລະ ໂຊກລາບ, ໃຜເຮັດເພື່ອຫວັງລາບລວຍກໍບໍ່ເກີດປະໂຫຍດ ນີ້ຄືປະສົບການທີ່ມີຄົນມາເລົ່າໃຫ້ຟັງວ່າມີຄວາມສັກສິດແທ້, ໃຜທີ່ມາຫຼວງພະບາງ ແມ່ນໄດ້ຮັບອະນຸຍາດກ່ອນເພິ່ນຈິ່ງເປິດປະຕູສິມໃຫ້ກາບໄຫວ້.

ຂໍ້ມູນຈາກ: ສາທຸທອງຂາວ ເຈົ້າອະທິການວັດໜອງສີຄູນເມືອງ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...