ຫຼາຍສິ່ງທີ່ທ່ານຄວນເຮັດ ກ່ອນຮອດອາຍຸ 30 ປີ.

ໃນຊ່ວງອາຍຸ 20-30 ປີ ເປັນຊ່ວງໄລຍະເວລາທີ່ສຳຄັນຂອງຊີວິດ ໃນການເຂົ້າສູ່ໄວເຮັດວຽກຢ່າງເຕັມໂຕ ມີເງິນເດືອນ, ມີສັງຄົມ ແລະ ເພື່ອຮ່ວມງານກຸ່ມໃໝ່ ເຊິ່ງເປັນຊ່ວງເວລາທີ່ທ້າທາຍ ແລະ ອາດຈະເຮັດໃຫ້ຫຼາຍຄົນຮູ້ສຶກກັງວົນໄປໃນຂະນະດຽວກັນ.

 ໂດຍສິ່ງທີ່ເຮົາຄວນມີ ກ່ອນຮອດອາຍຸ 30 ປີ ອາດຈະບໍ່ແມ່ນພຽງແຕ່ມີເງິນເກັບ ຫຼື ມີຊັບສິນຫຼາຍ, ແຕ່ຍັງລວມໄປເຖິງມຸມມອງຊີວິດ, ປະສົບການລະຫວ່າງການດຳລົງຊີວິດ ແລະ ທັດສະນະຄະຕິທີ່ຈະຊ່ວຍພັດທະນາຕົວເອງ ໃຫ້ເດີນທາງຂ້າມຜ່ານຊ່ວງເວລາເຮົາອາຍຸ 30 ປີ ໄປດ້ວຍດີ.

ຕໍ່ໄປນີ້ ແມ່ນສິ່ງທີ່ທ່ານຄວນເຮັດກ່ອນອາຍຸ 30 ປີ.

  • ຫາປະສົບການໃນການເຮັດວຽກຕ່າງໆ: ນອກຈາກວຽກປະຈຳ ເພື່ອໃຫ້ເຮົາມີທັກສະຕິດໂຕຫຼາຍກວ່າ 1 ຢ່າງ.
  • ເລືອກວຽກທີ່ເຮັດໃຫ້ເຮົາເຕີບໃຫຍ່ໃນສາຍວຽກນີ້ຕໍ່ໄປໄດ້ ແລະ ເໝາະກັບໂຕເອງ.
  • ເກັບກ່ຽວຄວາມຮູ້ຈາກຜູ້ທີ່ມີປະສົບການຫຼາຍກວ່າ: ແລະ ຢ່າອາຍທີ່ຈະສົງໄສດ້ວຍການຮຽນຮູ້ຈາກເພື່ອຮ່ວມງານທີ່ມີປະສົບການໃນດ້ານທີ່ແຕກຕ່າງຈາກໂຕເອງ.
  • ລົງທຶນກັບການຮຽນຮູ້ເດືອນລະເທື່ອ: ອາດຈະເລີ່ມຕົ້ນຈາກຄອຣ໌ດຮຽນຟຣີຂອງ ມະຫາວິທະຍາໄລຕ່າງໆ ຜ່ານທາງອອນລາຍ ເຊິ່ງຈະເຮັດໃຫ້ທ່ານມີຄວາມຮູ້ເພີ່ມຂຶ້ນ.
  • ຕ້ອງ Work Smart ບໍ່ແມ່ນ Work Hard: ການທີ່ເຮົາເຮັດວຽກໜັກຈົນເຮັດໃຫ້ຊີວິດມ່ວນຊື່ນໜ້ອຍລົງ ອາດຈະບໍ່ແມ່ນຄຳຕອບທີ່ດີ ເພາະການຈັດການທຸກຢ່າງໃຫ້ສອດຄ່ອງກັນໄດ້ ຈະຊ່ວຍໃຫ້ເຮົາໃຊ້ຊີວິດໄດ້ມີຄວາມສຸກ.
  • ໃຊ້ເງິນເພື່ອປະສົບການຊີວິດ: ບໍ່ແມ່ນໃຊ້ເພື່ອຊື້ຂອງຟຸມເຟືອຍ.
  • ເລີ່ມທ້ອນເງິນ ເພື່ອກຽມໄວ້ສຳລັບອະນາຄົດ: ທ່ານອາດເລີ່ມຕົ້ນທ້ອນເງິນດ້ວຍອັດຕາສ່ວນນ້ອຍໆ ຈັກ 20% ຂອງເງິ່ນເດືອນ ຖ້າເກັບໄດ້ຈຳນວນໜຶ່ງ ລອງສຶກສາການລົງທຶນທີ່ປອດໄພ ແລະ ໃຫ້ຜົນຕອບແທນດ້ວຍສັດສ່ວນທີ່ເໝາະສົມ ແລະ ຢ່າລືມແບ່ງເງິນເກັບ ຈາກການລົງທຶນບາງສ່ວນໄວ້ຝາກປະຈຳ ເພື່ອສຳຮອງເງິນສົດໄວ້ຍາມສຸກເສີນ.
  • ໃຊ້ເວລາຂອງໂຕເອງໃຫ້ສະຫຼາດຂຶ້ນ: ເຊັ່ນ ຈາກປົກກະຕິທ່ານມັກໄປຊຸມແຊວກັບໝູ່ເກືອບທຸກມື້ ອາດຈະປ່ຽນເປັນ ອາທິດລະຄັ້ງແທນ.
  • ເລືອກຄົນຮັກໃຫ້ດີ ແລະ ຮອບຄອບ: ຖ້າທ່ານມີຄົນຮັກທີ່ບໍ່ເຂົ້າໃຈກັນມີປັນຫາກັນຕະຫຼອດ ສ່ວນນີ້ ອາດຈະເຮັດໃຫ້ຊີວິດເຮົາເມື່ອຍກວ່າເກົ່າ.
  • ເລືອກຄົບໝູ່: ໃຊ້ເວລາກັບຄົນທີ່ມີຄວາມສຳຄັນກັບເຮົາແທ້ໆ ຫຼີກຫຼ່ຽງຄົນທີ່ມັກສ້າງບັນຫາໃຫ້ກັບເຮົາ ແລະ ຄົນອ້ອມຂ້າງ.
  • ຢ່າລືມຫາເວລາອອກກຳລັງກາຍ ແລະ ເບິ່ງແຍງໂຕເອງຕັ້ງແຕ່ອາຍຸຍັງນ້ອຍໆ.
  • ຮຽນຮູ້ທີ່ຈະ “Let It Go” ປ່ອຍສິ່ງຕ່າງໆໃຫ້ມັນຜ່ານໄປ ເພາະຊີວິດເຮົາບໍ່ສາມາດຄວບຄຸມໄດ້ໝົດທຸກຢ່າງ ເຊິ່ງທ່ານຈຳເປັນຕ້ອງປ່ອຍໃຫ້ມັນເປັນໄປແດ່.
  • ລອງເຮັດສິ່ງໃໝ່ໆ: ເປັນຕົ້ນແມ່ນສິ່ງທີ່ທ້າທາຍສຳລັບໂຕເຮົາ ຫຼື ເປັນສິ່ງທີ່ທ່ານເຄີຍຢ້ານທີ່ຈະເຮັດເຊັ່ນ ລອງແພັກເຄື່ອງໄປທ່ຽວຄົນດຽວລອງເບິ່ງ.
  • ວາງເປົ້າໝາຍຊີວິດ: ເບິ່ງວ່າໃນອະນາຄົດຊີວິດໂຕທ່ານເອງຈະຢູ່ຈຸດໃດ ແລະ ຈະໄປເຖິງຈຸດນັ້ນໄດ້ແນວໃດ.
  • ຮຽນຮູ້ທີ່ຈະເປັນຜູ້ໃຫ້ຫຼາຍກວ່າຜູ້ຮັບ: ເພາະສິ່ງນີ້ ຈະຊ່ວຍເຕີມເຕັມຄວາມຮູ້ສຶກເຮົາໄດ້ຫຼາຍກວ່າເປັນຜູ້ຮັບ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...