ສ້າງລາຍໄດ້ 370 ລ້ານກີບຕໍ່ປີ! ຈາກການເຮັດກະສິກຳ ປູກຝັງ-ລ້ຽງສັດ


ປັດຈຸບັນການປູກຝັງ-ລ້ຽງສັດ ເພື່ອຂາຍເປັນສິນຄ້າ, ແມ່ນອີກທາງເລືອກໜຶ່ງສໍາລັບປະຊາຊົນ ແລະ ເປັນປັດໃຈສຳຄັນໃຫ້ແກ່ການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ສາມາດສ້າງລາຍຮັບໄດ້ເປັນກອບເປັນກຳ.

ດັ່ງຄອບຄົວຂອງນາງ ພົມມາ ແສງສຸລິຍາ, ໄວ 31 ປີ, ສະມາຊິກສະຫະພັນແມ່ຍິງຢູ່ ບ້ານດົງວຽງ, ເມືອງວຽງພູຄາ, ແຂວງຫຼວງນ້ຳທາ ທີ່ມີລາຍຮັບຈາກການເຮັດກະສິກຳ ປູກຝັງ-ລ້ຽງສັດ ບໍ່ຕ່ຳກວ່າ 370 ລ້ານກີບຕໍ່ປີ.

ນາງ ພົມມາ ແສງສຸລິຍາ ກ່າວວ່າ: ຄອບຄົວຂອງເພິ່ນມີອາຊີບເປັນຊາວນາ ແລະ ເຫັນວ່າຄອບຄົວ ຕົນເອງມີຄວາມຫຍຸ້ງຍາກ ພຽງແຕ່ກຸ້ມຢູ່ກຸ້ມກິນ, ລາຍຮັບຍັງຕ່ຳ, ມາຮອດປີ 2014 ໄດ້ມີແນວຄິດລິເລີ່ມ ດ້ວຍຄວາມເຫັນດີເປັນເອກະພາບພາຍໃນຄອບຄົວ, ຄວາມດຸຫມັ່ນຂະຫຍັ່ນພຽນຈິ່ງຕັດສິນໃຈຫັນມາເຮັດການກະເສດ, ປູກຝັງ-ລ້ຽງສັດ ສ້າງລາຍຮັບເຂົ້າໃນຄອບຄົວ, ເປັນຕົ້ນແມ່ນ ການປູກໝາກແຕງ, ໝາກເຂືອ, ໝາກເພັດ, ສາລີຫວານ, ໝາກນໍ້າເຕົ້າ, ໝາກອຶ່, ຜັກຫອມ ແລະ ອື່ນໆ ຂາຍເປັນອາຊີບ ເຊິ່ງມີເນື້ອທີ່ການປູກພືດໝູນວຽນ 3000 ຕາແມັດ ແລະ ລ້ຽງລັດ ປະເພດ ງົວ, ໝູ, ສັກປີກ, ມີໜອງປາ 1 ໜອງ, ຂາຍເຂົ້າ, ແລະ ອື່ນໆ.

“ຈາກການຍຶດຖືອາຊີບປູກຝັງລ້ຽງສັດຂາຍເປັນສິນຄ້າເຮັດໃຫ້ຄອບຄົວ ມີຖານະດີຂຶ້ນກວ່າເກົ່າ, ຊີວິດການເປັນຢູ່ໄດ້ຮັບການປັບປຸງຮອບດ້ານ ເສດຖະກິດຂອງຄອບຄົວມີບາດກ້າວຂະຫຍາຍຕົວຢາງຕໍ່ເນືອງ” ນາງພົມມາ ກ່າວ.

ຫຼັງຈາກນັ້ນ, ເພິ່ນກໍໄດ້ກາຍເປັນບຸກຄົນ ແລະ ຄອບຄົວແບບຢາງທີ່ດີໃຫ້ແກ່ສະມາຊິກສະຫະພັນແມ່ຍິງ ຫຼາຍໆຄອບຄົວພາຍໃນບ້ານໄດ້ຮຽນຮູ້ເອົາປະສົບການ ແລະ ມູນເຊື້ອອັນດຸໝັນຂະຍັນພຽນຂອງເພີ່ນ ໄປພັດທະນາເສດຖະກິດຄອບຄົວຂອງຕົນໃຫ້ມີຢູ່ມີກິນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ນາງພົມມາ ກ່າວວ່າ: ນອກຈາກຄວາມດຸໝັ່ນຂະຫຍັນພຽນແລ້ວ ການເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກໍເປັນອີກສິ່ງໜຶ່ງທີ່ເຮັດໃຫ້ເສດຖະກິດຄອບຄົວດີຂຶ້ນ ຕາມແນວທາງອັນຖືກຕ້ອງຂອງພັກ ແລະ ລັດ.

ໂດຍ: ຄໍາປິງ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...