Wednesday, October 29, 2025
Kbank Laos โอน รับ จ่าย

ນ້ຳແອດ-ພູເລີຍ ແຂວງຫົວພັນ! ແຫຼ່ງທ່ອງທ່ຽວທຳມະຊາດຂອງແທ້.

ຫຼາຍຄົນມັກຄິດວ່າ “ການທ່ອງທ່ຽວ” ຄືການໄປເບິ່ງນ້ຳຕົກຕາດ, ໄປເບິ່ງວັດວາອາຮາມ ແລະ ຮີດຄອງປະເພນີ. ແຕ່ວ່າ ໂຄງການ ທ່ອງທ່ຽວແບບອະນຸລັກ ຢູ່ປ່າສະຫງວນ ນ້ຳແອດ-ພູເລີຍ ມີຫຼາຍກວ່ານັ້ນ ຄື ເອົາຂຸມຊັບທາງທຳມະຊາດ ມາເປັນຈຸດຂາຍ ແລະ ເພີ່ມການອະນຸລັກທຳມະຊາດ ໄປໃນຕົວ.

ນ້ຳແອດ-ພູເລີຍ ແມ່ນຊື່ຂອງປ່າສະຫງວນແຫ່ງຊາດ ຂອງ ລາວ ຕັ້ງຢູ່ທາງຕາເວັນອອກສຽງເໜືອ, ເປັນປ່າສະຫງວນໃຫຍ່ລຳດັບ 1 ຂອງປະເທດ, ເນື້ອທີ່ 410,720 ເຮັກຕາ, ກວມເອົາ 9 ເມືອງ ໃນ ສາມແຂວງ ຄື ຫົວພັນ, ຊຽງຂວາງ ແລະ ຫຼວງພະບາງ. ອານາເຂດ ດັ່ງກ່າວ ມີປະຊາກອນອາໄສຢູ່ຫຼາຍກວ່າ 30,000 ຄົນ ຈາກ 98 ບ້ານ ແລະ ບ້ານໃນເຂດນີ້ ຍັງຖືວ່າ ທຸກຍາກຫຼາຍ. ແຕ່ວ່າ ປ່າທີ່ເຂົາເຈົ້າອາໄສຢູ່ນັ້ນ ອຸດົມສົມບູນໄປດ້ວຍສັດປ່າ ທີ່ໃກ້ຈະສູນພັນ ເຊັ່ນ: ເສືອໂຄ່ງ, ເສືອດາວ, ເສືອລາຍເມກ, ທະນີແກ້ມຂາວຖິ່ນເໜືອ, ເໝືອຍ, ນົກກົກຄຳ ແລະ ຊະນິດອື່ນໆ ປະມານ 20 ຊະນິດ (ນົກ ມີປະມານ 300 ຊະນິດ). ພ້ອມນັ້ນ ປ່າສະຫງວນດັ່ງກ່າວ ຍັງມີ ປະຫວັດອັນຍາວນານ ກ່ຽວກັບການຕັ້ງຖີ່ນຖານຂອງມະນຸດ ອີກດ້ວຍ.

ນັບແຕ່ປີ 2003 ມາຮອດປັດຈຸບັນ ອົງການອະນຸລັກສັດປ່າ ໄດ້ປະກອບສ່ວນຊ່ວຍເຫຼືອ ດ້ານເຕັກນິກວິຊາການ ໃຫ້ແກ່ ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ. ໃນໄລຍະຜ່ານມາ ອົງການອະນຸລັກສັດປ່າ ແລະ ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ ມີປະສົບການ ແລະ ບົດຮຽນອັນລ້ຳຄ່າຫຼາຍດ້ານ ໃນການສົ່ງເສີມການທ່ອງທ່ຽວ ແບບອະນຸລັກ ຄຽງຄູ່ກັບການ ສຳຫຼວດສັດປ່າ, ປ່າໄມ້ ແລະ ປະເມີນໄພຂົ່ມຂູ່.

ການທ່ອງທ່ຽວແບບອະນຸລັກ ຢູ່ ປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ ໄດ້ຮັບການສ້າງຕັ້ງ ແລະ ພັດທະນາຂຶ້ນ ເພື່ອເປັນໂອກາດ ໃຫ້ແກ່ຄົນທ້ອງຖິ່ນ ທີ່ຍັງທຸກຍາກ ໄດ້ມີສ່ວນຮ່ວມ ໃນການບໍລິການ ການທ່ອງທ່ຽວ ດ້ວຍຕົວເຂົາເຈົ້າເອງ, ເປັນການເຊື່ອມໂຍງ ລະຫວ່າງການອະນຸລັກ ກັບ ການທ່ອງທ່ຽວ, ລາຍຮັບທີ່ໄດ້ຈາກການທ່ອງທ່ຽວ ເປັນການກະຕຸ້ນ ໃຫ້ຄົນທ້ອງຖິ່ນ ມີຄວາມກະຕືລືລົ້ນ ໃນການປົກປັກຮັກສາ ແລະ ຫວງແຫນຊັບສົມບັດເຂົາເຈົ້າຫຼາຍຂຶ້ນ.

ທ່ານ ນາງ ຈານິນາ ບິໂກວາ (Janina Bikova) ພະນັກງານ ອົງການອະນຸລັກສັດປ່າ (Wildlife Conservation Society) ທີ່ໄດ້ຊ່ວຍໂຄງການ ການທ່ອງທ່ຽວແບບອະນຸລັກ ໃນເຂດປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ ຈົນໄດ້ຮັບລາງວັນອັນຊົງກຽດລະດັບ ໂລກ 2 ປີຊ້ອນ (2013 ແລະ 2014) ຄື “ລາງວັນການທ່ອງທ່ຽວ ທີ່ມີຄວາມຮັບຜິດຊອບ”, ກ່າວວ່າ: ຈຸດປະສົງຕົ້ນຕໍ ຂອງການທ່ອງທ່ຽວ ແບບອະນຸລັກ ຢູ່ ນ້ຳແອດ-ພູເລີຍ ກໍຄື:

1) ສ້າງລາຍຮັບທີ່ຍືນຍົງໃຫ້ແກ່ຄົນທ້ອງຖິ່ນ ຜ່ານການມີສ່ວນຮ່ວມ ໃນການອະນຸລັກ,

2) ສ້າງກອງທຶນທີ່ໝັ້ນຄົງ ໃຫ້ແກ່ການຄຸ້ມຄອງປ່າສະຫງວນ,

3) ເພີ່ມທະວີ ຈິດສຳນຶກ ຂອງຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ ຕໍ່ຄວາມໝາຍຄວາມສຳຄັນ ຂອງວຽກງານອະນຸລັກ.

ກິດຈະກຳ ຂອງ ການທ່ອງທ່ຽວແບບອະນຸລັກ ຢູ່ ນ້ຳແອດ-ພູເລີຍ ມີ 2 ຢ່າງ ຄື:

  1. ການທ່ອງທ່ຽວ ລ່ອງເຮືອເບິ່ງສັດປ່າຍາມກາງຄືນ ທີ່ສາຍນ້ຳເນີນ ໄດ້ເລີ່ມເປີດໃຫ້ບໍລິການມາແຕ່ປີ 2009: ເປັນລາຍການທ່ອງທ່ຽວ 2 ມື້ 1 ຄືນ, ນັກທ່ອງທ່ຽວຈະໄດ້ຂີ່ເຮືອ ເຂົ້າໄປໃນເຂດຫວງຫ້າມ ຂອງປ່າສະຫງວນ ແຫ່ງຊາດ ນ້ຳແອດ-ພູເລີຍ. ຈຸດເດັ່ນອີກຢ່າງໜຶ່ງ ກໍແມ່ນ ການຂີ່ເຮືອຍາມກາງຄືນ ໂດຍໃຊ້ເຮືອຫາງຍາວ ຂີ່ລ່ອງລົງຕາມສາຍນ້ຳເນີນ ເພື່ອເບິ່ງສັດປ່າທີ່ຫາຍາກ. ນອກນີ້ ຍັງມີກິດຈະກຳ ການເບິ່ງນົກ, ເບິ່ງສັດປ່າ ແລະ ຍ່າງປ່າ ໄລຍະສັ້ນໃນຕອນເຊົ້າ. ນັກທ່ອງທ່ຽວ ຈະມີໂອກາດໄດ້ນອນເຮືອນພັກພື້ນເມືອງ ທີ່ສ້າງ ແລະ ຄຸ້ມຄອງໂດຍຊຸມຊົນ.
  2. ການທ່ອງທ່ຽວຍ່າງປ່າ: ເປີດໃຫ້ບໍລິການໃນປີ 2016, ໃຊ້ເວລາຍ່າງປ່າ 2-5 ມື້, ກິດຈະກຳ ກໍແມ່ນ “ນອນເຮືອນຮັງນົກ” ແລະ “ທ່ຽວພູເລີຍ ປ່າໝອກເບິ່ງສັດປ່າ”. ການທ່ອງທ່ຽວຍ່າງປ່າ ໄດ້ສ້າງຜົນປະໂຫຍດໃຫ້ແກ່ 12 ບ້ານ ທີ່ອາໄສຢູ່ໃກ້ຄຽງ ແລະ ໄດ້ເຮັດໃຫ້ນັກທ່ອງທ່ຽວ ມີໂອກາດທີ່ຈະເຫັນ ແລະ ໄດ້ຕິດຕາມສັດປ່າທີ່ຫາຍາກ ເຊັ່ນ: ເສືອລາຍເມກ, ໝີຄວາຍ, ເໝືອຍ ແລະ ໝາໄນ ຈາກກ້ອງດັກຖ່າຍ ທີ່ຕັ້ງຢູ່ຕາມເສັ້ນທາງຍ່າງ ແຫຼ່ງທ່ອງທ່ຽວ ແລະ ນັກທ່ອງທ່ຽວ ຈະໄດ້ຮັບໂອກາດເປັນຜູ້ຕິດຕັ້ງ ກ້ອງດັກຖ່າຍສັດປ່າ. ຂໍ້ມູນສັດປ່າ ທີ່ໄດ້ຮັບຈາກກ້ອງດັກຖ່າຍນີ້ ຈະຖືກນຳໄປປ້ອນເຂົ້າໃສ່ລະບົບ ການກວດກາຕິດຕາມ ຂອງປ່າສະຫງວນ.

ປັດຈຸບັນ ມີ 26 ບ້ານ (ຫຼາຍກວ່າ 2,000 ຄົວເຮືອນ) ໄດ້ເຂົ້າຮ່ວມກິດຈະກຳ ການທ່ອງທ່ຽວອະນຸລັກ ແລະ ມີ 4 ບ້ານ ທີ່ໃຫ້ບໍລິການ ການທ່ອງທ່ຽວໂດຍກົງ. ໃນ 7 ປີທຳອິດ, ການຂີ່ເຮືອເບິ່ງສັດປ່ານຳ້ເນີນ ສ້າງລາຍຮັບໃຫ້ແກ່ກຸ່ມ ບໍລິການຂອງບ້ານ ຫຼາຍກວ່າ 100,000 ໂດລາ.

ເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບ ປ່າສະຫງວນແຫ່ງຊາດນ້ຳແອດ-ພູເລີຍ ໄດ້ທີ່: www.NamEt.org ຫຼື facebook: Nam Et-Phou Louey National Protected Area.

ພາບຈາກ: ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ Nam Et-Phou Louey National Park Ecotourism

More from author

Related posts

Latest posts

ສາຍການບິນ Vietjet ໄດ້ສ່ອງແສງໃນຖານະທີເປັນສາຍການບິນຊັ້ນນໍາຂອງອາຊີດ້ານປະສົບການລູກຄ້າ ໃນງານ World Travel Awards 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ຕຸລາ 2025) – Vietjet ໄດ້ຢືນຢັນຕໍາແໜ່ງຂອງຕົນອີກເທື່ອໜຶ່ງ ໃນຖານະສາຍການບິນຄື້ນລູກໃໝ່ຊັ້ນນຳຂອງອາຊີ, ຄວ້າລາງວັນອັນຊົງກຽດ “ສາຍການບິນຊັ້ນນຳຂອງອາຊີ - ປະສົບການລູກຄ້າ 2025” ທີ່ພິທີມອບລາງວັນ World Travel Awards (WTA) ອັນມີຊື່ສຽງ ຈັດຂຶ້ນທີ່ຮ່ອງກົງ.

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.