Monday, March 24, 2025

ວິທີການປ້ອງກັນຜິວຈາກແສງແດດ ໃນ​ໄລ​ຍະ​ຊ່ວງບຸນປີໃໝ່ນີ້.

ແສງແດດແມ່ນສັດຕູທີ່ອັນຕະລາຍທີ່ສຸດຂອງຜິວໜັງ ໂດຍສະເພາະໃນຊ່ວງບຸນຫຼິ້ນນໍ້າແບບນີ້ບວກກັບທີ່ອາກາດຢູ່ລາວເຮົາຮ້ອນຫຼາຍ ແລະ ແດດແຮງ, ການປົກປ້ອງຜິວຈາກແສງແດດຈຶ່ງເປັນສິ່ງສຳຄັນ. ມື້ນີ້ດຮົາເລິຍຈະມາແນະນໍາເທັກນິກປ້ອງກັນຜິວຈາກແສງແດດງ່າຍມາໃຫ້ທຸກຄົນໄດ້ໃຊ້.

  1. ທາຄີມກັນແດດ.

ເຮົາທາຄີມກັນແດດທີ່ມີ SPF 30 ຂຶ້ນໄປ ແລະ PA+++ ທາຊໍ້າທຸກໆ 2 ຊົ່ວໂມງ ຫຼື ຫຼັງຈາກລົງຫຼິ້ນນໍ້າ ເພື່ອປ້ອງກັນຜິວໄໝ້.

  1. ໃສ່ເສື້ອຄຸມ.

ແດງແຮງແບບນີ້ຈໍາເປັນຕ້ອງໃສ່ເສື້ອແຂນຍາວ, ໂສ້ງຂາຍາວ, ໝວກເພື່ອປົກປ້ອງຜິວຈາກແສງແດດ ແຕ່ບໍ່ຄວນໃສ່ເຄື່ອງທິ່ໜາເກີນໄປເພາະອາດຈະຮ້ອນເອົ້າຕື່ມໄດ້ ຄວນໃສ່ເສື້ອແຂນຍາວບາງໆ ເພື່ອປ້ອງກັນແສງແດດ.

  1. ໃຊ້ຄັນຮົ່ມ.

ກາງຄັນຮົ່ມເວລາໄປໃສມາໃສ ເພື່ອເພີ່ມການປົກປ້ອງຜິວຈາກແສງແດດ.

  1. ດື່ມນ້ຳໃຫ້ພຽງພໍ.

ການດື່ມນ້ຳ ຈະເແນການຊ່ວຍຊົດເຊິຍນໍ້າທີ່ເສຍໄປຈາກການລົງຫຼິ້ນນ້ຳ ຫຼືຈາກເຫື່ອທິ່ເສຍໄປ.

  1. ຫຼີກ​ລ້ຽງ​ການ​ຢູ່​ໃນ​ແສງ​ຕາ​ເວັນ.

ຫຼີກ​ເວັ້ນ​ການ​ຢູ່​ໃນ​ແສງ​ສະ​ຫວ່າງ​ເປັນ​ໄລ​ຍະ​ເວ​ລາ​ດົນ​ນານ. ໂດຍສະເພາະ ເວລາ 10:00 ໂມງເຊົ້າ – 16:00 ໂມງແລງ.

  1. ບຳລຸງຜິວຫຼັງລົງນໍ້າ.

ຫຼັງຫຼິ້ນນໍ້າຄວນທາຄຣີມທາຜິວ, ໂລຊັນ, ຫຼື ເຈວວ່ານຫາງແຂ້ ເພື່ອເພີ່ມຄວາມຊຸ່ມຊື່ນໃຫ້ຜິວ.

  1. ສັງເກດຄວາມຜິດປົກກະຕິຂອງຜິວໜັງ.

ສັງເກດຄວາມຜິດປົກກະຕິຂອງຜິວໜັງ ເຊັ່ນ: ຮອຍແດງ, ຜື່ນຄັນ, ບາດແຜ ຖ້າຫາກພົບວ່າມີອາການເຫຼົ່ານີ້ຫຼັງຈາກຜິວຖືກແດດຄວນປຶກສາແພດ.

ອິນໄຊລາວ #Insidelaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.