Friday, March 21, 2025

ວິທີແກ້ອາການເມົາຄ້າງ ໃຫ້ລຸກຂຶ້ນໄປເຮັດວຽກຕໍ່ໄດ້.

ກິນລ້ຽງໜັກແລ້ວຕື່ນເຊົ້າມາມີອາການເມົາຄ້າງ ບໍ່ຢາກລຸກອອກຈາກບ່ອນ ແຕ່ຕ້ອງລຸກຂຶ້ນໄປເຮັດວຽກ ຄວນ​ເຮັດ​ແນວ​ໃດ? ມື້ນີ້ເຮົາ​ມີ 5 ວິທີ​ແກ້​ອາການ​ເມົາ​ຄ້າງ ທີ່ຈະຊ່ວຍໃຫ້ທ່ານກຽມພ້ອມທີ່ຈະໄປເຮັດວຽກໄດ້.

  1. ດື່ມນ້ຳ.

ເຕີມນ້ຳໃຫ້ຮ່າງກາຍ ຊ່ວຍໃຫ້ຄວາມຊຸ່ມຊື່ນ ຫຼຸດຜ່ອນອາການເຈັບຫົວ.

  1. ກິນອາຫານເຊົ້າ.

ເພີ່ມພະລັງງານ ແລະ ຊ່ວຍໃຫ້ຮ່າງກາຍຮູ້ສຶກດີຂຶ້ນ.

  1. ອອກກຳລັງກາຍເບົາໆ.

ອອກກຳລັງກາຍເພື່ອກະຕຸ້ນການໄຫຼວຽນຂອງເລືອດ ຊ່ວຍໃຫ້ທ່ານຮູ້ສຶກສົດຊື່ນ.

  1. ອາບນໍ້າເຢັນ.

ນໍ້າເຢັນຈະຊ່ວຍກະຕຸ້ນຮ່າງກາຍ ຊ່ວຍໃຫ້ທ່ານຮູ້ສຶກຕື່ນຕົວ.

ເຖິງຢ່າງມດກໍຕາມ ອາການເມົາຄ້າງເປັນສັນຍານເຕືອນວ່າທ່ານໄດ້ບໍລິໂພກເຫຼົ້າຫຼາຍເກີນໄປ. ສະນັ້ນ, ທ່ານຄວນຫຼຸດຜ່ອນປະລິມານການດື່ມ ບໍ່ຄວນດື່ມເຫຼົ້າກ່ອນເຮັດວຽກ ແລະ ລອງ​ໃຊ້ວິທີ​ທີ່ກ່າວມາຂ້າງເທິງນີ້​ເພື່ອ​ຊ່ວຍ​ແກ້​ອາການ​ເມົາ​ຄ້າງ ແລ້ວລຸກຂຶ້ນໄປເຮັດວຽກຢ່າງມີປະສິດທິພາບ.

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່