Friday, July 11, 2025
Kbank Laos โอน รับ จ่าย

ໄພຮ້າຍຈາກອາຫານໝັກດອງ

ການນຳອາຫານດິບສົດໆມາໝັກດອງ ບໍ່ວ່າຈະເປັນພືດຜັກ ຫຼືື ຊີ້ນສັດຕ່າງໆ ຖືເປັນການຖະໜອມອາຫານທີ່ເປັນພູມປັນຍາຂອງຄົນບູຮານ, ແຕ່ກ່ອນນັ້ນມີການໝັກດອງເພື່ອເຮັດໃຫ້ອາຫານທີ່ຫາມານັ້ນ ສາມາດເກັບໄວ້ໄດ້ດົນ ຊຶ່ງສ່ວນໃຫຍ່ແມ່ນເຮັດໄວ້ກິນເອງພາຍໃນຄອບຄົວ.

ແຕ່ວ່າສະໄໝນີ້ ອາຫານໝັກດອງກາຍມາເປັນການຄ້າຫຼາຍຂຶ້ນ ເພາະມີຄົນຕ້ອງການກິນຫຼາຍຂຶ້ນ ເພາະຣົດຊາດທີ່ແຊບຊ້ອຍ ບໍ່ວ່າຈະເປັນໝາກໄມ້, ໜໍ່ໄມ້ ຫຼື ອື່ນໆ ເຮັດໃຫ້ພໍ່ຄ້າແມ່ຄ້າບາງຄົນຫົວໃສ ໂດຍໃສ່ສານເຄມີທີ່ເປັນອັນຕະລາຍຕໍ່ສຸຂະພາບຄົນ ປະສົມເຂົ້າໄປ ເພື່ອເພີ່ມລົດຊາດ ຫຼື ເຮັດໃຫ້ໜ້າຕາຂອງອາຫານນັ້ນໆ ເປັນຕາຢາກກິນ ຫຼື ບາງຄັ້ງກໍໃສ່ເພື່ອຍືດອາຍຸອາຫານໃຫ້ຢູ່ດົນຫຼາຍຂຶ້ນໄປອີກ.

ສຳນັກຂ່າວໄທ ລາຍງານວ່າ: ຕົວຢ່າງສານເຄມີ ຫຼື ສານພິດຕ່າງໆ ທີ່ເຄີຍມີການກວດພົບຕາມຕະຫຼາດ ແມ່ນລວມມີ ໃນໝາກໄມ້ດອງ, ໝາກໄມ້ແຊ່ ພົບສານຊັດຄາຣິນ ໃນປະລິມານຫຼາຍເກີນກວ່າທີ່ກຳນົດ ໂດຍທີ່ສານດັ່ງກ່າວ ເປັນວັດຖຸໃຫ້ຄວາມຫວານແທນນຳ້ຕານ ໃຫ້ຄວາມຫວານກວ່ານໍ້າຕານ 300 ທົບ ຊຶ່ງປົກກະຕິແລ້ວ ຢູ່ຕ່າງປະເທດ ຜູ້ໃຊ້ຕ້ອງຮັບອະນຸຍາດຈາກສຳນັກງານຄະນະກຳມະການ ອາຫານ ແລະ ຢາ (ອຢ) ສາກ່ອນ ເພາະມັນເປັນສານກໍ່ມະເຮັງ, ແລະຫຼາຍປະເທດກໍໄດ້ມີການອອກປະກາດຫ້າມໃຊ້ແລ້ວ.

ສ່ວນໃນໜໍ່ໄມ້ປິບ, ໜໍ່ໄມ້ດອງ, ຜັກກາດດອງ ກໍເຄີຍກວດພົບສານກັນເຊື້ອລາ ຫຼື ສານກັນບູດ, ຖ້າກິນເຂົ້າໄປຫຼາຍ ຈະໄປທຳລາຍເຫຍື່ອບຸກະເພາະອາຫານ ແລະລຳໄສ້ ເຮັດໃຫ້ເປັນບາດແຜໃນກະເພາະອາຫານ ແລະ ລຳໄສ້, ຄວາມດັນເລືອດຕຳ່ ຈົນເກີດອາການຊ໊ອກ, ບາງຄົນອາດເກີດອາການແພ້, ເປັນຜື່ນຕາມໂຕ, ຮາກ, ຫູອື້ ຫຼື ມີໄຂ້.

ບາງຄັ້ງ ຖ້າທ່ານເລືອກກິນຜັກ, ໝາກໄມ້ດອງ ເຖິງແມ່ນວ່າຈະບໍ່ໄດ້ໃສ່ສານພິດອື່ນໆລົງໄປ ແຕ່ອາດມີການຕົກຄ້າງຢູ່ ຂອງຢາຂ້າແມງໄມ້ ເນື່ອງຈາກການເຮັດກະສິກຳບາງຄົນນັ້ນ ໃຊ້ໃນປະລິມານຫຼາຍເກີນໄປ ຈຶ່ງເກີດການຕົກຄ້າງຫຼາຍກັບຜັກ, ໝາກໄມ້ ກ່ອນນຳມາດອງ. ການໄດ້ຮັບຢາຂ້າແມງໄມ້ເຂົ້າໄປຫຼາຍໆໃນຄັ້ງດຽວ ຈະເຮັດໃຫ້ເກີດພິດແບບໄວວາ ເຊັ່ນ ເຮັດໃຫ້ກ້າມຊີ້ນສັ່ນ, ຊັກ ແລະເໝິດສະຕິ. ແຕ່ການໄດ້ຮັບສານພິດແບບສະສົມເທື່ອລະເລັກລະໜ້ອຍ ມັນກໍສາມາດທຳຮ້າຍຮ່າງກາຍເຮົາໄດ້ຄືກັນ ໂດຍສະເພາະແມ່ນຈະເຮັດໃຫ້ເກີດມະເຮັງຕ່າງໆ.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.