Saturday, November 15, 2025
Kbank Laos โอน รับ จ่าย

5 ໂຣກຂອງຄົນຕິດໜ້າຈໍ

ການຫຼິ້ນໂຊຊ້ຽວມີເດຍໃນປັດຈຸບັນ ນອກຈາກຈະມີຜົນດີໃນການຊອກຫາຂໍມູນຂ່າວສານຕ່າງໆໄດ້ງ່າຍຂຶ້ນແລ້ວ ມັນຍັງແຝງດ້ວຍໄພຮ້າຍ ທີ່ເຮັດໃຫ້ຄົນເຮົາເສຍສຸຂະພາບໄດ້ ຖ້າຫຼິ້ນຫຼາຍຈົນເກີນໄປ ຕໍ່ໄປນີ້ແມ່ນ 5 ໂຣກຂອງຄົນຕິດໜ້າຈໍ:

1. ໂຣກຊຶມເສົ້າຈາກ facebook (facebook Depression Syndrome): ອາການນີ້ເກີດຂຶ້ນເມື່ອຕິດຢູ່ແຕ່ໜ້າຈໍ ຈິ້ມໆກົດໆ ລົມກັບຄົນໃນໂລກອອນລາຍ ກໍກາຍເປັນການເພີກເສີຍຕໍ່ຄົນໃນໂລກຈິງ ຊຶ່ງອັນນັ້ນກໍເພາະໄດ້ສ້າງຄວາມເປັນຈິງທຽມ ຂຶ້ນມາ ຈາກການໂພດແຕ່ເລື່ອງດີໆ ແຕ່ເກັບ ຫຼື ອຳເລື່ອງບໍ່ດີໄວ້ ເຮົາຈຶ່ງເຫັນແຕ່ຄົນທີ່ມີຊີວິດສົມບູນແບບ ໃນໂລກອອນລາຍ ແລະເມື່ອນຳມາສົມທຽບກັບໂຕເອງ ກໍມັກຈະເກີດຄວາມຮູ້ສຶກ “ໄຮ້ຄ່າ” ຂຶ້ນມາ.

2. ລະເມີແຊັດ (Sleep-Texting): ອາການນີ້ຄື ເຖິງແມ່ນວ່າຈະນອນ ແຕ່ກໍຍັງລຸກຂຶ້ນມາພິມ ຊຶ່ງຄືກັບຄົນລະເມີນັ້ນເອງ. ສາເຫດກໍມາຈາກພຶດຕິກຳຕິດ ສະມາດໂຟນ ເກີນເຫດ ກະທົບມາເຖິງລະບົບການເຮັດວຽກຂອງຮ່າງກາຍ ເຮັດໃຫ້ສະສົມຄວາມຕຶງຄຽດ ສ່ຽງຕໍ່ການເປັນໂລກອ້ວນ, ຝັນຮ້າຍ, ກະທົບຕໍ່ການຮຽນ ແລະການເຮັດວຽກ.

3. ໂຣກວຸ່ນວາຍໃນຕາເສື່ອມ: ຖ້າຫາກເບິ່ງເຫັນຕານ່າງ ຫຼື ເສັ້ນອັນໃດບາງຢ່າງວົນໄປມາຄືຍຸງ ປັດເທົ່າໃດກໍຍັງບໍ່ຖືກ ນີ້ຄື “ໂຣກວຸ່ນວາຍໃນຕາເສື່ອມ”. ປັດຈຸບັນ ພົບວ່າ ຄົນອາຍຸນ້ອຍໆ ເປັນໂຣກນີ້ຫຼາຍຂຶ້ນ ຊຶ່ງສາເຫດຫຼັກໆ ກໍມາຈາກການແຊັດຕະຫຼອດມື້. ວິທີປ້ອງກັນກ່ອນເປັນໂຣກນີ້ກໍຄື ພຽງແຕ່ຮູ້ຈັກພັກສາຍຕາ ເບິ່ງໄປໃນບ່ອນກວ້າງໄກແດ່.

4. ໂນໂມໂຟເບຍ (Nomophobia): ແປຕາມໂຕກໍຄື ໂຣກຢ້ານບໍ່ມີມືຖືໃຊ້. ມັນເປັນໂຣກທາງຈິດປະເພດໜຶ່ງ ທີ່ຈັດຢູ່ໃນກຸ່ມກັງວົນໃຈ ໝົກໝົ້ນຢູ່ກັບການຊັດຂໍ້ຄວາມໃນມືຖື ຫຼືໃຊ້ເວລາໂອ້ລົມກັບເພື່ອນ ໃນໂລກອອນລາຍຫຼາຍກວ່າໝູ່ທີ່ຢູ່ຕໍ່ໜ້າ.

ຖ້າຜູ້ທີ່ມີອາການນີ້ ຕ້ອງລະວັງບັນຫາສຸຂະພາບໃຫ້ດີ ໂດຍສະເພາະນີ້ວລ໊ອກ, ປວດຕາ, ປວດເມື່ອຍຄໍ ແລະບ່າ, ໝອນຮອງກະດູກເສື່ອມກ່ອນໄວອັນຄວນ ເພາະນັ່ງຜິດທ່າເປັນເວລາດົນໆ ລວມທັງອາການນອນບໍ່ຫຼັບ ແລະ ໂຣກອ້ວນທີ່ເກີດຈາກມົວເມົາແຕ່ນັ່ງຫຼິ້ນມືຖືດົນໆ ໂດຍບໍ່ຍອມລຸກໄປໃສ.

5. ໂຣກສະມາດໂຟນເຟດ (Smartphone face): ເກີດຈາກການທີ່ເຮົາກົ້ມລົງເບິ່ງແຕ່ໜ້າຈໍ ເປັນເວລາດົນເກີນໄປ ເຮັດໃຫ້ກ້າມຊີ້ນຄໍເກີດອາການເຄັ່ງຕຶງ ແລະໄປເພີ່ມແຮງກົດບໍລິເວນແກ້ມ. ນອກນີ້ ກ້າມຊີ້ນບໍລິເວນມູມປາກກໍຈະຕົກໄປທາງຄາງອີກດ້ວຍ ຈົນເຮັດໃຫ້ໃບໜ້າອາດເບິ່ງຜິດແປກໄປ.

ຂໍ້ມູນຈາກ: https://www.nationtv.tv/main/content/378424003

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.