Monday, March 24, 2025

ຮ້ອນກະທົບເຢັນ ພາໃຫ້ປ່ວຍໄດ້! ຖ້າປັບອຸນຫະພູມຮ່າງກາຍບໍ່ທັນ

ສະພາບອາກາດຊ່ວງນີ້ ຖືວ່າເປັນຊ່ວງທີ່ຮ້ອນທີ່ສຸດ ຄົນສ່ວນຫຼາຍຈະພັກຜ່ອນ ແລະ ເຮັດວຽກຢູ່ໃນຫ້ອງແອ ເມື່ອອອກໄປພາຍນອກອາຄານກໍຈະຮູ້ສຶກຮ້ອນ ແລະ ມີເຫື່ອອອກງ່າຍ ເຊິ່ງເປັນສາເຫດໃຫ້ຄົນສ່ວນຫຼາຍເຈັບປ່ວຍໄດ້ງ່າຍຂຶ້ນ.

ຫຼາຍໆ ຄົນອາດຈະເຄີຍປະສົບກັບເຫດການແບບນີ້ ໂດຍສະເພາຄົນທີ່ເຮັດວຽກຢູ່ໃນຫ້ອງແອ ແລະ ມີການອອກ ເຂົ້າ-ອອກເປັນເວລາຫຼາຍຄັ້ງຕໍ່ມື້ ເຊິ່ງເຮັດໃຫ້ຮ່າງກາຍປະສົບກັບການປ່ຽນແປງອຸນຫະພູມຢ່າງກະທັນຫັນ ບາງຄັ້ງຮ່າງກາຍກໍຍາກທີ່ຈະປັບໂຕ ຈຶ່ງສົ່ງຜົນໃຫ້ເກີດມີອາການເຈັບຫົວ, ເກີດມີຄວາມຜິດປົກກະຕິຕໍ່ລະບົບຫາຍໃຈ, ພູມຄຸ້ມກັນຕໍ່າ ແລະ ເປັນສາເຫດຫຼັກຂອງການເປັນໄຂ້ຫວັດ.

Hand with remote control directed on the conditioner

ດ້ວຍເຫດນີ້ຫຼາຍໆບ່ອນຈຶ່ງມີແນວຄິດສ້າງພື້ນທີ່ໃນການປັບໂຕລະຫວ່າງທາງຍ່າງພາຍນອກ ແລະ ພາຍໃນອາຄານ ເພື່ອໃຫ້ຄົນທີ່ຢູ່ພາຍນອກ ແລະ ພາຍໃນອາຄານໄດ້ມີພື້ນທີ່ໃນການຊ່ວຍໃຫ້ຮ່າງກາຍສາມາດປັບໂຕຕໍ່ກັບສະພາບອາກາດທີ່ແຕກຕ່າງກັນ.  ເຖິງຢ່າງໃດກໍຕາມແນວຄວາມຄິດດັ່ງກ່າວນີ້ຍັງຖືກປ່ອຍປະລະເລີຍຈາກຫ້ອງການ ຫຼື ສຳນັກງານຂະໜາດນ້ອຍ ເນື່ອງຈາກມີພື້ນທີ່ຂ້ອນຂ້າງຈຳກັດ.

ດັ່ງນັ້ນ, ຖ້າຫາກທ່ານເປັນຄົນໜຶ່ງທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງອຸນຫະພູມກະທັນຫັນຄືກັບເຫດການທີ່ກ່າວມາຂ້າເທິງນີ້ ກ່ອນທີ່ຈະເຂົ້າຫ້ອງການຫຼື ສຳນັກງານ ຄວນຫາບ່ອນຮົ່ມເພື່ອຢຸດພັກໃຫ້ຮ່າງກາຍໄດ້ປັບໂຕ ຫຼື ໃສ່ເສື້ອກັນໜາວເມື່ອເຂົ້າໄປໃນຫ້ອງແອ ເພື່ອປ້ອງກັນອາກາດເຢັນຈາກແອທີ່ກະທົບຮ່າງກາຍໂດຍກົງ  ເຊິ່ງວິທີນີ້ກໍສາມາດຊ່ວຍໄດ້ໃນລະດັບໜຶ່ງ.

#ອິນໄຊລາວ #insideLaos ສາລະດີໆ ມີຢູ່ບ່ອນນີ້.

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.