Monday, February 10, 2025

ຄົນເຮັດວຽກກະຍາວ ສ່ຽງສະໝອງເສື່ອມ

ນັກວິໄຈ ໄດ້ເຕືອນຜູ້ທີ່ເຮັດວຽກເປັນກະ (ຊ່ວງເວລາເຮັດວຽກ) ໝູນວຽນໄປ ແບບບໍ່ຕາຍໂຕ ວ່າ ໃນໄລຍະເວລາຍາວ ອາດຈະເຮັດໃຫ້ຄວາມຈື່ຈຳ ແລະ ສະຕິປັນຍາເສື່ອມໂຊມລົງໄດ້.

ການເຮັດວຽກເປັນກະ ອາດຈະເຮັດໃຫ້ໂມງຊີວະພາບໃນໂຕເຮົາ ໄດ້ຮັບຄວາມກະທົບກະເທືອນແບບດຽວກັບ ອາການເມົາຈາກການເດີນທາງດ້ວຍຍົນ ເນື່ອງຈາກການປ່ຽນແປງເວລາກາງເວັນ ເປັນກາງຄືນ ຫຼື ກາງຄືນເປັນກາງເວັນຢ່າງໄວວາ.

ນັກວິທະຍາສາດ ຈາກ ມະຫາວິທະຍາໄລ ຕູລູສ ແລະສະວອນຊີ ໄດ້ສຶກສາຄົນທີ່ເຮັດວຽກຢູ່ໃນ ຝຣັ່ງ 3,000 ຄົນ ທີ່ເຮັດວຽກແບບບໍ່ມີການຄົງທີ່ ມາເປັນເວລາ 10 ປີ ໄດ້ພົບວ່າ ພວກເຂົາລ້ວນແລ້ວແຕ່ມີສະຕິປັນຍາເສື່ອມໄປຕາມໆກັນ ລວມທັງສະໝອງກໍແກ່ລົງໄປອີກ 6 ປີ ຊຶ່ງບໍ່ສາມາດຮັບຮູ້ແນ່ນອນວ່າ ການເຮັດວຽກເປັນກະ ຈະກະທົບກະເທືອນກັບການເຮັດວຽກຂອງສະໝອງ ໜັກໜາເທົ່າໃດ.

ແນວໃດກໍດີ ນັກວິໄຈກໍໄດ້ພົບເຊັ່ນກັນວ່າ ຖ້າຫາກຜູ້ທີ່ເຮັດວຽກເປັນກະ ປ່ຽນການເຮັດວຽກມາເປັນເວລາປົກກະຕິເມື່ອໃດ ສະຕິປັນຍາ ກໍອາດຈະກັບມາຄືນດີໃໝ່ໄດ້ ພຽງແຕ່ວ່າ ອາດກິນເວລາດົນຕັ້ງແຕ່ 5 ປີ ຈຶ່ງຈະເຫັນຜົນ.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: