Wednesday, October 15, 2025
Kbank Laos โอน รับ จ่าย

ເຈົ້າແຂວງຈຳປາສັກ ເປັນປະທານເປີດຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດໃນປາກເຊ

ເມື່ອວັນທີ 30 ເມສາ 2024 ທ່ານ ປອ. ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາກສັກ ໃຫ້ກຽດເປັນປະທານໃນພິທີເປີດຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດຂອງແຂວງຈຳປາກສັກ ຕັ້ງຢູ່ໃນນະຄອນປາກເຊ ຢ່າງເປັນທາງການ ພາຍໃນບັນຍາກາດແຂກຜູ້ມີກຽດ, ຜູ້ບໍລິຫານລະດັບສູງຈາກໜ່ວຍງານຕ່າງໆ ຂອງແຂວງເຂົ້າຮ່ວມຢ່າງພ້ອມພຽງລວມທັງຜູ້ແທນຈາກພາກສ່ວນລາຊະການຂອງໄທ ນຳໂດຍ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະລັດຖະທູດໄທ ແຫ່ງ ສປປ.ລາວ ແລະ ຄະນະຜູ້ບໍລິຫານບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ຊີພີ ອໍລ໌ ເຊິ່ງນໍາໂດຍ ທ່ານ ທາຕຣີ ຈິຣະບັນຈົງຈິດ Managing Director ໃຫ້ການຕ້ອນຮັບ ແລະ ຮ່ວມຕັດລິບບິ້ນຄັ້ງນີ້ດ້ວຍ.

ທັງນີ້ ຮ້ານເຊເວັ່ນ ອີເລຟເວັ່ນ ສາຂາບ້ານສະໜາມໄຊ ນອກຈາກຈະເປັນຮ້ານສາຂາທຳອິດຂອງແຂວງຈຳປາສັກແລ້ວ ຍັງເປັນຮ້ານສາຂາຕ່າງແຂວງແຫ່ງທຳອິດໃນ  ສປປ.ລາວ ໂດຍເປີດໃຫ້ບໍລິການຊ່ວງທົດລອງກ່ອນໜ້ານີ້ເປັນໄລຍະເວລາປະມານ 1 ເດືອນ ແລະ ໄດ້ຮັບການຕອບຮັບເປັນຢ່າງດີຈາກປະຊາຊົນໃນພື້ນທີ່ ຕະຫຼອດຮອດນັກທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມນະຄອນປາກເຊ ສະແດງໃຫ້ເຫັນເຖິງສັກກະຍະພາບຂອງພື້ນທີ່ໃນຖານະສູນກາງທາງເສດຖະກິດທາງພາກໃຕ້ຂອງ ສປປ.ລາວ ໂດຍສະເພາະແມ່ນດ້ານການທ່ອງທ່ຽວ ເຊິ່ງສອດຄ່ອງກັບນະໂຍບາຍສົ່ງເສີມການທ່ອງທ່ຽວໃນປີທ່ອງທ່ຽວລາວ ຫຼື Visit Laos Year 2024.

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.