ອາກາດຮ້ອນໆແບບນີ້! ລະວັງເລື່ອງກິນໝາກຖົ່ວລຽນ

“ໝາກຖົ່ວລຽນ” ຂຶ້ນຊື່ເລື່ອງຄວາມແຊບ ແຕ່ຖ້າກິນຖົ່ວລຽນຫຼາຍເກີນໄປ ໃນຊ່ວງອາກາດຮ້ອນຈັດແບບນີ້ ອາດສົ່ງຜົນເສຍຕໍ່ສຸຂະພາບແຖມໃຫ້ອີກ ເນື່ອງຈາກວ່າ ຖົ່ວລຽນ ີເປັນໝາກໄມ້ທີ່ມີລິດຮ້ອນ ການທີ່ເຮົາກິນຫຼາຍເກີນໄປ ອາດເຮັດໃຫ້ເກີດອາການຮ້ອນໃນ, ປາກເປື່ອຍ, ຄໍແຫ້ງ, ເປັນສິວ ອີກທັງຍັງອຸດົມໄປດ້ວຍໃຍອາຫານທີ່ບໍ່ລະລາຍນ້ຳ ຖ້າກິນໃນປະລິມານຫຼາຍເກີນໄປ ອາດເຮັດໃຫ້ເກີດອາການທ້ອງຍື່ງ, ແໜ້ນທ້ອງ ຫຼື ທ້ອງບິດໄດ້ ໂດຍສະເພາະໃນມື້ທີ່ອາກາດຮ້ອນແຮງ ລະບົບຍ່ອຍຕ້ອງເຮັດວຽກໜັກຫຼາຍຂຶ້ນ.

ດັ່ງນັ້ນ, ຈຶ່ງຄວນບໍລິໂພກຖົ່ວລຽນໃນປະລິມານພໍສົມຄວນ ໂດຍຄຳແນະນຳສຳລັບຜູ້ໃຫຍ່ທີ່ມີສຸຂະພາບແຂງແຮງ ຄືຄວນບໍລິໂພກນວນຖົ່ວລຽນປະມານ 1-2 ຂີດຕໍ່ມື້ ແລະ ຄວນດື່ມນ້ຳລ້າ ໃຫ້ພຽງພໍຮ່ວມນຳ, ເພື່ອຊ່ວຍລະບົບຍ່ອຍອາຫານໃຫ້ເຮັດວຽກໄດ້ຢ່າງສະດວກ.

ນອກຈາກນີ້ ຖົ່ວລຽນ ຍັງມີນ້ຳຕານ ແລະ ໂພແທສຊຽມສູງ ຜູ້ປ່ວຍໂຣກເບົາຫວານ ແລະ ຜູ້ປ່ວຍຄວາມດັນເລືອດສູງ ຄວນປຶກສາແພດ ເພື່ອໃຫ້ແນ່ໃຈກ່ອນ, ແຕ່ທັງນີ້ ປະລິມານທີ່ແນະນຳ ອາດຫຼາຍກວ່າ ຫຼື ໜ້ອຍກວ່ານີ້ ຕາມແຕ່ປັດໄຈຮ່າງກາຍຂອງແຕ່ລະຄົນ.

ສຳລັບຄົນທີ່ນິຍົມຊື້ຖົ່ວລຽນ ແລ້ວມາຮັບປະທານເລີຍ ສາມາດຄຳນວນປະລິມານຂອງນວນຖົ່ວລຽນໄດ້ຄ້າວໆ ຄື ຖົ່ວລຽນ 1 ກິໂລ ຈະມີນວນຖົ່ວລຽນປະມານ 5-6 ຂີດ (ຫຼືອາດໜ້ອຍກວ່ານັ້ນ) ດັ່ງນັ້ນ, ຖ້າຊື້ຖົ່ວລຽນຂະໜາດກາງ ທີ່ນ້ຳໜັກປະມານ 3 ກິໂລ ກໍຈະໄດ້ນວນຖົ່ວລຽນປະມານ 1,5-1,8 ກິໂລ ເຊິ່ງອາດຈະຫຼາຍເກີນໄປສຳລັບຄົນໜຶ່ງຄົນ ທີ່ຈະຮັບປະທານໃຫ້ໝົດພາຍໃນ 3-4 ມື້. ດັ່ງນັ້ນ, ຈຶ່ງຄວນຫາທາງເລືອກອື່ນປະກອບໄວ້ນຳ ເພື່ອທີ່ຈະໄດ້ທັງຄວາມແຊບ ແລະ ສຸຂະພາບທີ່ດີ ຈາກສານອາຫານອັນອຸດົມສົມບູນຂອງລາຊາແຫ່ງໝາກໄມ້ຊະນິດນີ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...