Tag: ອາກາດຮ້ອນ

ອາກາດຮ້ອນໆແບບນີ້! ລະວັງເລື່ອງກິນໝາກຖົ່ວລຽນ

“ໝາກຖົ່ວລຽນ” ຂຶ້ນຊື່ເລື່ອງຄວາມແຊບ ແຕ່ຖ້າກິນຖົ່ວລຽນຫຼາຍເກີນໄປ ໃນຊ່ວງອາກາດຮ້ອນຈັດແບບນີ້ ອາດສົ່ງຜົນເສຍຕໍ່ສຸຂະພາບແຖມໃຫ້ອີກ ເນື່ອງຈາກວ່າ ຖົ່ວລຽນ ີເປັນໝາກໄມ້ທີ່ມີລິດຮ້ອນ ການທີ່ເຮົາກິນຫຼາຍເກີນໄປ ອາດເຮັດໃຫ້ເກີດອາການຮ້ອນໃນ, ປາກເປື່ອຍ, ຄໍແຫ້ງ, ເປັນສິວ ອີກທັງຍັງອຸດົມໄປດ້ວຍໃຍອາຫານທີ່ບໍ່ລະລາຍນ້ຳ ຖ້າກິນໃນປະລິມານຫຼາຍເກີນໄປ ອາດເຮັດໃຫ້ເກີດອາການທ້ອງຍື່ງ, ແໜ້ນທ້ອງ ຫຼື ທ້ອງບິດໄດ້ ໂດຍສະເພາະໃນມື້ທີ່ອາກາດຮ້ອນແຮງ ລະບົບຍ່ອຍຕ້ອງເຮັດວຽກໜັກຫຼາຍຂຶ້ນ.

5 ວິທີ ເປີດແອໃຫ້ປະຢັດຄ່າໄຟ

ໃນຊ່ວງນີ້ ຫຼາຍໆຄົນຄົງບໍ່ຢາກອອກໄປທາງນອກພໍປານໃດ ເພາະອາກາດຢູ່ທາງນອກນັ້ນຮ້ອນຫຼາຍ ອີກທັງຍັງເລື່ອງຂອງຝຸ່ນ PM2.5 ອີກ ຂໍເປີດແອນອນຢູ່ເຮືອນດີກວ່າ, ເຖິງວ່າການເປີດແອນອນຢູ່ບ້ານຈະເຢັນສະບາຍ ແຕ່ຄ່າໄຟທ້າຍເດືອນຄົງຈະບໍ່ເຢັນຄືແອເນາະ ດັ່ງນັ້ນ, ເຮົາມີ 5 ວິທີເປີດແອໃນຊ່ວງໜ້າຮ້ອນໃຫ້ປະຢັດຄ່າໄຟ ລອງເອົາໄປນຳໃຊ້ເບິ່ງເດີ້

ຮອດເດືອນເມສາ ມາຫຼຸດຮ້ອນຊ່ວຍເພື່ອນຮັກຂົນຟູນຳກັນ

ອາກາດຮ້ອນໆແບບນີ້ ເປັນອັນຕະລາຍຕໍ່ສັດລ້ຽງ ສຳລັບບ້ານທີ່ບໍ່ມີແອ ຫຼື ພັດລົມມາຊ່ວຍ. ເຖິງແມ່ນວ່າ ສັດຈະມີວິທີ ການປັບຕົວກັບອາກາດຮ້ອນຕາມທຳມະຊາດ ຢູ່ແລ້ວ ແຕ່ຖ້າຫາກຄົນລ້ຽງຊ່ວຍອອກແຮງ ແລະ ຄ່າໃຊ້ຈ່າຍພຽງເລັກນ້ອຍ ກໍຈະເຮັດໃຫ້ ສັດລ້ຽງຂອງເຮົາຢູ່ສະບາຍຍິ່ງຂຶ້ນ, ຫຼຸດຜ່ອນຄວາມສ່ຽງໃນການເຈັບປ່ວຍ ແລະ ຫຼຸດຜ່ອນ ຄ່າປິ່ນປົວໄດ້ຫຼາຍ ສົມຄວນ.

5 ວິທີປ້ອງກັນອັກຄີໄພ ສຳລັບເຮືອນ ແລະ ອາຄານ.

ອັກຄີໄພ ປັນ​ເຫດການ​ຮ້າຍ​ແຮງ​ທີ່​ສາມາດ​ເຮັດ​ໃຫ້​ເສຍ​ທັງ​ຊັບ​ສິນ​ ແລະ​ ຊີວິດ​ຂອງ​ຜູ້​ຢູ່​ອາ​ໄສ. ສະນັ້ນ, ການເຝົ້າລະວັງອັກຄີໄພ ຫຼື ສະກັດກັ້ນອັກຄີໄພແມ່ນສິ່ງສຳຄັນທີ່ເຈົ້າຂອງເຮືອນ ແລະ ເຈົ້າຂອງອາຄານບໍ່ຄວນລະເລີຍ. ເຊິ່ງມື້ນີ້ເຮົາຈະມາແນະນຳ 5 ວິທີປ້ອງກັນອັກຄີທີ່ສາມາດເຮັດໄດ້ກ່ອນທີ່ມັນຈະສາຍເກີນໄປ.

5 ເທັກນິກເພີ່ມຄວາມເຢັນ ໃຫ້ຄອມພິວເຕີ ໃນຊ່ວງທີ່ອາກາດຮ້ອນ

ໃນທຸກຊ່ວງຂອງລະດູຮ້ອນ ສິ່ງທີ່ຄົນຄົ້ນຫາຫຼາຍກ່ຽວກັບຄອມພິວເຕີແມ່ນວິທີການເພີ່ມຄວາມເຢັນຂອງຄອມພິວເຕີ ເພາະຄວາມຮ້ອນເປັນບັນຫາໃຫຍ່ທີ່ເຮັດໃຫ້ອຸປະກອນເສື່ອມເສຍໄວຂຶ້ນ. ເຮົາຈຶ່ງຈະມາແນະນຳວິທີພື້ນຖານທີ່ສາມາດຊ່ວຍຫຼຸດຄວາມຮ້ອນໄດ້ໃນລະດັບໃດໜຶ່ງ ໄປເບິ່ງນໍາກັນເລີຍ.