ລ້ຽງລູກແນວໃດ ໃຫ້ເປັນຄົນສະຫຼາດ!

ພໍ່ແມ່ ຫຼາຍໆຄົນ ຕ່າງກໍມີວິທີໃນການລ້ຽງລູກຂອງໃຜລາວ ແຕ່ເດັກຈະມີຄວາມສະຫຼາດທາງອາລົມທີ່ດີໄດ້ ກໍຂຶ້ນຢູ່ກັບປັດໄຈການລ້ຽງ ຊຶ່ງມັນກໍມີສ່ວນປະກອບດ້ວຍຫຼາຍປັດໄຈ ດັ່ງນີ້:

  1. ໃຫ້ລູກໄດ້ຮັບນົມແມ່ຄົບຢ່າງໜ້ອຍ 6 ເດືອນ: ເດັກເກີດໃໝ່ ຄວນໄດ້ກິນນົມແມ່ຄົບຖ້ວນຢ່າງໜ້ອຍ 6 ເດືອນ ຫຼັງຈາກນັ້ນລ້ຽງລູກດ້ວຍນົມແມ່ຄວບຄູ່ກັບອາຫານຕາມໄວຕໍ່ອີກ 6 ເດືອນ ແລະສາມາດລ້ຽງດ້ວຍນົມແມ່ຕໍ່ໄປເຖິງ 2 ປີ ຫຼືຫຼາຍກວ່ານັ້ນໄດ້ ເພາະນົມແມ່ສົ່ງເສີມການພັດທະນາດ້ານສະໝອງ ຊຶ່ງສົ່ງຜົນຕໍ່ການພັດທະນາການດ້ານອາລົມ, ຈິດໃຈ ແລະບັນຫາສຸຂະພາບຈິດຂອງເດັກໃນໄລຍະຍາວອີກດ້ວຍ.

2. ໃຫ້ລູກໄດ້ຮັບສຳຜັດທັງ 5:

  • ສຳຜັດທາງກາຍ: ການອູ້ມ ແລະກອດ.
  • ສຳຜັດທາງສຽງ: ການເວົ້າຈາກັບເດັກ, ຮ້ອງເພງ ຫຼື ເປີດເພງເບົາໆ.
  • ສຳຜັດທາງຣົດ: ຣົດຊາດຂອງນຳ້ນົມແມ່.
  • ສຳຜັດທາງກິ່ນ: ເດັກທີ່ໄດ້ຮັບນົມແມ່ຈະຄຸ້ນເຄີຍກັບກິ່ນນຳ້ນົມ ແລະກິ່ນກາຍຂອງແມ່.
  • ສຳຜັດທາງສາຍຕາ: ອູ້ມເດັກໄວ້ໃກ້ໆບໍລິເວນໃບໜ້າ, ເວົ້າຈາ ແລະຈ້ອງເບິ່ງເດັກ, ຫຍັບເໜັງໃບໜ້າໄປ-ມາໃຫ້ເດັກເບິ່ງຕາມ ຫຼືໃຫ້ເດັກຈ້ອງເບິ່ງເຄື່ອງຫຼິ້ນສີສົດໃສ.

3. ອ່ານໜັງສືໃຫ້ລູກຟັງ: ການອ່ານໜັງສືໃຫ້ລູກຟັງ ແລະໃຫ້ເຂົາໄດ້ເບິ່ງຮູບພາບໃນໜັງສືຕັ້ງແຕ່ຍັງເປັນເດັກນ້ອຍໆ ຈະເຮັດໃຫ້ເດັກຮຽນຮູ້ຄວາມຮູ້ສຶກຜ່ອນຄາຍ, ເພີດເພີນ ລວມທັງຍັງເປັນການປູກຝັງນິດໄສໃຫ້ຮັກການອ່ານ ເດັກຈະມັກຟັງນິທານເລື່ອງເກົ່າຊຳ້ໆຫຼາຍຄັ້ງຈົນຈື່ໄດ້ ແລະສາມາດເລົ່າໃຫ້ຄົນອື່ນຟັງໄດ້ອີກ.

4. ດົນຕີສ້າງຄວາມສະຫງົບ: ເມື່ອເດັກຟັງເພງທີ່ມີທຳນອງ ແລະຈັງຫວະຊ້າໆ ເບົາໆ ຈະຮູ້ສຶກສະຫງົບ, ມີສະມາທິ ແລະຈິດໃຈຜ່ອນຄາຍ. ສ່ວນເພງທີ່ມີທຳນອງ ແລະຈັງຫວະໄວກໍຈະມີຜົນເຮັດໃຫ້ເດັກຮູ້ສຶກສົດຊື່ນແຈ່ມໃສ ແລະມີຈິດໃຈລ່າເລີງເບີກບານ.

5. ໃຫ້ລູກເປັນຝ່າຍເລືອກ: ຢ່າພະຍາຍາມຍັດສິ່ງທີ່ເດັກບໍ່ຕ້ອງການ ຫຼືບໍ່ມັກ, ຄວນໃຫ້ເຂົາລອງເລືອກສິ່ງທີ່ເຂົາຕ້ອງການ ຫຼືຢາກເຮັດ ແລ້ວພໍ່ແມ່ຄອຍຊ່ວຍພັດທະນາຈຸດດ້ອຍຂອງລູກໃຫ້ດີຂຶ້ນ ຊຶ່ງອາດໃຫ້ເຂົາລອງເລືອກສິ່ງງ່າຍໆ ເຊັ່ນ ເຄື່ອງນຸ່ງ ຫຼືອາຫານທີ່ເຂົາຕ້ອງການ.

6. ໃຫ້ລູກໄດ້ຫຼິ້ນ: ການຫຼິ້ນຈະເຮັດໃຫ້ເດັກຮູ້ຈັກການຍອມຮັບກົດລະບຽບ ແລະປະຕິບັດຕາມ ພ້ອມທັງເຫັນຄຸນຄ່າຂອງການເຄົາລົບກົດກະຕິກາການຫຼິ້ນ, ເກີດທັກສະການຮຽນຮູ້ຢູ່ຮ່ວມກັນກັບຜູ້ອື່ນ, ຮູ້ຈັກຄວບຄຸມອາລົມ, ການແບ່ງປັນ ແລະການແກ້ບັນຫາ ນອກເໜືອຈາກການຊ່ວຍພັດທະນາດ້ານສະຕິປັນຍາ ແລະຮ່າງກາຍ.

7. ໃຫ້ລູກໄດ້ປະເຊີນບັນຫາ: ເດັກຄວນມີໂອກາດໄດ້ຮຽນຮູ້ວິທີການຈັດການກັບບັນຫາດ້ວຍໂຕເອງ ຊຶ່ງຜູ້ໃຫຍ່ຄອຍເຝົ້າ ແລະໃຫ້ຄຳແນະນຳຢູ່ຫ່າງໆ ເພື່ອຝຶກທັກສະການແກ້ບັນຫາ, ຝຶກຄວາມອົດທົນ ແລະຮັບມືກັບອາລົມຂອງຄວາມຜິດຫວັງເມື່ອສິ່ງຕ່າງໆບໍ່ເປັນໄປຕາມທີ່ຄາດຫວັງ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...