Wednesday, October 15, 2025
Kbank Laos โอน รับ จ่าย

DP World ຊື້ກິດຈະການ Savan Logistics ຜູ້ໃຫ້ບໍລິການທ່າບົກໃນ ແຂວງສະຫວັນນະເຂດ

Savan Logistics ດຳເນີນກິດຈະການທ່າເຮືອບົກພາຍໃນ ແຂວງສະຫວັນນະເຂດ ມາຕັ້ງແຕ່ປີ 2016, ການເຂົ້າຊື້ກິດຈະການໃນຄັ້ງນີ້ ເຮັດໃຫ້ DP World ຈະໄດ້ບໍລິຫານພື້ນທີ່ກວ່າ 140,456 ຕາແມັດ ເຊິ່ງລວມເຖິງຄັງສິນຄ້າ ໃນໂຊນ C ຂອງເສດຖະກິດພິເສດສະຫວັນນະເຂດ (SEZ) ເຊິ່ງເປັນເຂດເສດຖະກິດພິເສດແຫ່ງທຳອິດຂອງ ປະເທດລາວ.

ນະຄອນຫຼວງວຽງຈັນ, ປະເທດລາວ, ວັນທີ 6 ພຶດສະພາ 2024: DP World ໄດ້ຮັບສິດໃນການດຳເນີນກິດຈະການໃນແຂວງສະຫວັນນະເຂດໃນເຂດເສດຖະກິດພິເສດສະຫວັນນະເຂດ (SEZ) ໃນ ສປປ.ລາວ ເຊິ່ງເປັນເຂດເສດຖະກິດພິເສດສະຫວັນນະເຂດແຫ່ງທຳອິດຂອງປະເທດລາວ. ໂດຍການເຂົ້າຊື້ກິດຈະການຂອງ Savan Logistics ເຊິ່ງເປັນຜູ້ດຳເນີນກິດຈະການທ່າເຮືອບົກພາຍໃນປະເທດມາຕັ້ງແຕ່ປີ 2016.

ທ່າເຮືອບົກຂະໜາດ 140,456 ຕາແມັດນີ້ຕັ້ງຢູ່ທາງຝັ່ງຕາເວັນຕົກຂອງລະບຽງເສດຖະກິດຕາເວັນອອກ-ຕາເວັນຕົກທີ່ມີຄວາມຍາວ 1,450 ກິໂລແມັດ ເຊິ່ງເຊື່ອມຕໍ່ປະເທດລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ. ພື້ນທີ່ແຫ່ງນີ້ຖືກໃຊ້ປະໂຫຍດໂດຍເຈົ້າຂອງສິນຄ້າ ແລະ ບໍລິສັດໂລຈິສຕິກທີ່ສຳຄັນໃນລະດັບພາກພື້ນ ເພື່ອເຊື່ອມໂຍງຫ່ວງໂຊ້ອຸບປະທານຕ່າງໆຕະຫຼອດແນວລະບຽງເສດຖະກິດ. ນອກຈາກນີ້, ຍັງມີຄັງສິນຄ້າຂະໜາດປະມານ 23,000 ຕາແມັດ ເຊິ່ງລວມເຖິງພື້ນທີ່ປອດອາກອນຂະໜາດ 11,000 ຕາແມັດນຳອີກ.

DP World ບໍ່ໄດ້ພຽງແຕ່ໃຫ້ບໍລິການທ່າບົກ ແລະ ຄັງສິນຄ້າເທົ່ານັ້ນ ແຕ່ຍັງດູແລການຂົນສົ່ງຂ້າມພົມແດນ, ການຂົນສົ່ງສິນຄ້າ ແລະ ໂຊລູຊັ່ນໂລຈິສຕິກແບບຄົບວົງຈອນນຳອີກ.

Glen Hilton ໃນຖານະ CEO & Managing Director, Asia Pacific, DP World ໄດ້ກ່າວວ່າ: “ນີ້ເປັນກ້າວສຳຄັນຂອງພວກເຮົາໃນການຍົກລະດັບຄວາມເຊື່ອມໂຍງຂອງພາກພື້ນນີ້ ພື້ນທີ່ທ່າບົກແຫ່ງນີ້ຕັ້ງຢູ່ໃນທຳເລເຊີງກົນລະຍຸດໃກ້ກັບທ່າເຮືອ ປາຍທາງ ແລະ ສິ່ງອຳນວຍຄວາມສະດວກເທິງຝັ່ງທີ່ມີຢູ່ຂອງພວເຮົາຕາມແນວລະບຽງເສດຖະກິດຕາເວັນອອກ-ຕາເວັນຕົກໃນປະເທດໄທ ແລະ ຫວຽດນາມ ພວກເຮົາຈະນຳຄວາມຊ່ຽວຊານ ແລະ ຊັບພະຍາກອນຂອງ ພວກເຮົາມາພັດທະນາໂຄງສ້າງພື້ນຖານຂອງທ່າບົກແຫ່ງນີ້ ໂດຍອາໄສຂໍ້ໄດ້ປຽບທາງພູມສາດເພື່ອສົ່ງເສີມການຄ້າໃຫ້ກັບລູກຄ້າຂອງພວກເຮົາ ສິ່ງສຳຄັນທີ່ສຸດ ພວກເຮົາຕ້ອງການຍົກລະດັບສະພາບເສດຖະກິດຂອງຊຸມຊົນທີ່ອາໄສເສັ້ນທາງການຄ້າສຳຄັນນີ້ໃນການດຳລົງຊີວິດປະຈຳວັນ”.

ຕາມການຄາດການຂອງ ທະນາຄານພັດທະນາເອເຊຍ (ADB) ເສດຖະກິດຂອງຂອງ ສປປ.ລາວ ມີແນວໂນ້ມຈະເຕີບໂຕຂຶ້ນປະມານ 4% ໃນປີ 2024 ໂດຍແຮງຂັບເຄື່ອນທີ່ສຳຄັນມາຈາກຄວາມຮ່ວມມືທາງກົນລະຍຸດ ແລະ ນະໂຍບາຍທີ່ເອື້ອອຳນວຍຕໍ່ການດຳເນີນທຸລະກິດຂອງພາກລັດ.ນອກຈາກນີ້, ການທີ່ ສປປ.ລາວ ດຳລົງຕຳແໜ່ງປະທານອາຊຽນຈະຊ່ວຍຍົກລະດັບຄວາມສຳພັນລະຫວ່າງປະເທດເທິງເວທີໂລກ ສົ່ງເສີມການລົງທຶນຈາກຕ່າງປະເທດ ແລະ ກະຕຸ້ນຄວາມຮ່ວມມືທາງເສດຖະກິດກັບປະເທດເພື່ອນບ້ານ.

ການພັດທະນາສຳຄັນນີ້ເປັນຄວາມມຸ່ງໝັ້ນຂອງ DP World ໃນການຜັກດັນການຄ້າໃນພາກພື້ນອາຊີປາຊີຟິກ ດ້ວຍການຂະຫຍາຍເຄືອຂ່າຍໄປຍັງພື້ນທີ່ຍຸດທະສາດ ໃນຊ່ວງອາທິດທີ່ຜ່ານມາ ບໍລິສັດໄດ້ປະກາດຄວາມຮ່ວມມືກັບ Sabah Ports Sdn. Bhd ຂອງມາເລເຊຍ ແລະ Asian Terminals Inc (ATI) ເພື່ອບໍລິຫານຈັດການທ່າເຮືອຕູ້ຄອນເທນເນີ້ອ່າວຊາປັງກາໃນມາເລເຊຍຕາເວັນອອກ ແລະ ທ່າເຮືອບາຣ໌ຈທ່າຊາ ໃນຟີລິບປິນຕາມລຳດັບ.

ສຳລັບສື່ມວນຊົນທີ່ຕ້ອງການຕິດຕໍ່ DP World, ກະລຸນາຕິດຕໍ່:

Bigblue Agency Laos

Call: +85620 78911848 (Lath)

E-Mail: ClientServices@bigblueagency.com

 

ກ່ຽວກັບ DP World

ການຄ້າຂາຍແມ່ນຫົວໃຈສຳຄັນຂອງເສດຖະກິດໂລກ ສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງຜູ້ຄົນທົ່ວໂລກ. DP World ມຸ່ງໝັ້ນທີ່ຈະຍົກລະດັບການໄຫຼວຽນຂອງການຄ້າທົ່ວໂລກ ປ່ຽນແປງສິ່ງທີ່ເປັນໄປໄດ້ສຳລັບລູກຄ້າ ແລະ ຊຸມຊົນທີ່ພວກເຮົາໃຫ້ບໍລິການ.

ບໍລິສັດ DP World ມີທີມງານທີ່ມີຄວາມສາມາດ ທຸ່ມເທ ມາຈາກຫຼາຍເຊື້ອຊາດ ແລະ ເປັນມືອາຊີບຫຼາຍກວ່າ 106,500 ຄົນຈາກ 158 ສັນຊາດ ຄວບຄຸມ 74 ປະເທດ ໃນ 6 ທະວີບ, DP World ກຳລັງຜັກດັນການຄ້າໄປສູ່ຫ່ວງໂຊ້ອຸບປະທານທີ່ບໍ່ມີຮອຍຕໍ່ ເໝາະສຳລັບອະນາຄົດໃໝ່​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ, DP World ມີພະນັກງານຫຼາຍກວ່າ 7,000 ຄົນ ແລະ ມີທ່າເຮືອ ແລະ ເທີມີນອລໃນ 19 ແຫ່ງ.

ບໍລິສັດພວກເຮົາກຳລັງປະຕິຮູບ ແລະ ບູລະນາການທຸລະກິດຢ່າງວ່ອງໄວ ບໍ່ວ່າຈະເປັນທ່າເຮືອ ແລະ ເທີມິນອລ ບໍລິການເດີນທະເລ ໂລຈິສຕິກ ແລະ ເຕັກໂນໂລຊີ ໂດຍປະສານໂຄງສ້າງພື້ນຖານລະດັບໂລກເຂົ້າກັບຄວາມຊ່ຽວຊານໃນທ້ອງຖິ່ນ ເພື່ອສ້າງໂຊລູຊັ່ນຫ່ວງໂຊ້ອຸບປະທານແບບຄົບວົງຈອນທີ່ມີປະສິດທິພາບຫຼາຍຂຶ້ນ ເຊິ່ງຈະຊ່ວຍປ່ຽນແປງຮູບແບບການຄ້າລະຫວ່າງປະເທດ.

ບໍ່ພຽງເທົ່ານັ້ນພວກເຮົາຍັງປັບປ່ຽນອະນາຄົດດ້ວຍການລົງທຶນໃນນະວັດຕະກຳຕັ້ງແຕ່ລະບົບການຈັດສົ່ງອັດສະລິຍະໄປຈົນເຖິງການເກັບສິນຄ້າໃນຄັງແບບອັດຕະໂນມັດ ພວກເຮົາຢູ່ໃນແນວໜ້າຂອງເຕັກໂນໂລຊີທີ່ສ້າງຄວາມປ່ຽນແປງ ຫັນພາກທຸລະກິດໄປສູ່ວິທີການຂາຍທີ່ດີກວ່າ ແລະ ຫຼຸດບັນຫາລະຫວ່າງຂະບວນການຜະລິດຈົນເຖິງມືລູກຄ້າ. ພວກເຮົາຂັບເຄື່ອນການຄ້າເພື່ອປ່ຽນແປງສິ່ງທີ່ເປັນໄປໄດ້ສຳລັບທຸກຄົນ.

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.