Saturday, April 26, 2025
Kbank Laos โอน รับ จ่าย

Vietjet ວາງເປົ້າໝາຍຮັບຜູ້ໂດຍສານເຖິງ 27 ລ້ານຄົນ ແລະ ຈ່າຍເງິນປັນຜົນ 25% ໃນປີ 2024, ສ້າງລາຍຮັບການຄົມມະນາຄົມ-ຂົນສົ່ງທາງອາກາດຫຼາຍກວ່າ 701 ລ້ານໂດລາ USD ໃນໄຕມາດທີ 1

(ນະຄອນຫຼວງວຽງຈັນ, ວັນທີ 07 ພຶດສະພາ 2024)ບໍລິສັດຫຸ້ນສ່ວນການບິນ Vietjet (HoSE: VJC) ໄດ້ໄຂກອງປະຊຸມໃຫຍ່ຜູ້ຖືຫຸ້ນ (GMS) ປະຈຳປີ 2024 ແລະ ຮັບຮອງເອົາແຜນການດໍາເນີນທຸລະກິດປະຈໍາປີ 2024. ໂດຍມີຈຸດປະສົງໃນການຮັກສາຄວາມເປັນສາຍການບິນຊັ້ນນຳພາຍໃນປະເທດ ແລະ ຂະຫຍາຍຕາໜ່າງການບິນສາກົນຕື່ມອີກ. Vietjet ຍັງ​ໄດ້​ລາຍ​ງານ​ຜົນ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ພົ້ນ​ເດັ່ນ​ໃນ​ໄຕ​ມາດ​ທີ 1 ປະຈໍາປີ 2024, ​ເພື່ອປູ​ທາງ​ໄປສູ່​ຄວາມ​ສຳ​ເລັດ​ໃນປີຕໍ່ໆໄປ.

ຄາດ​ໝາຍ​ການ​ເຕີບ​ໂຕ​ສູງ​ໃນ​ປີ 2024

GMS ຄາດ​ຄະ​ເນ​ລາຍ​ຮັບ​ການ​ຂົນ​ສົ່ງ​ທາງ​ອາກາດ ​ແລະ ລາຍ​ຮັບ​ລວມ​ໃຫ້​ຫຼາຍກວ່າ 59 ພັນຕື້​ດົງ (ປະມານ 2,32 ຕື້ໂດລາ USD) ​ແລະ 65,5 ພັນຕື້ດົງ (ປະມານ 2,57 ຕື້ໂດລາ USD) ຕາມ​ລຳດັບ, ​ເພີ່ມ​ຂຶ້ນ 10% ​ແລະ 12,4% ທຽບໃສ່ປີທີ່ຜ່ານມາຕາມ​ລຳດັບ. ຄາດ​ວ່າ Vietjet ຈະ​ສາມາດໃຫ້ບໍລິການ​ໄດ້ກວ່າ 142,000 ຖ້ຽວ​ ຮັບຜູ້ໂດຍສານໄດ້​ຫຼາຍ​ກວ່າ 27.4 ລ້ານ​ຄົນ. ສະພາຜູ້ບໍລິຫານຂອງ Vietjet ຍັງອະນຸມັດແຜນການກະຈາຍຜົນກຳໄລປີ 2024 ໃນນັ້ນແມ່ນເງິນປັນຜົນ ແລະ ເງິນປັນຜົນລ່ວງໜ້າຈະຖືກຈ່າຍເປັນເງິນສົດ ແລະ ຫຸ້ນໃນອັດຕາສ່ວນສູງສຸດເຖິງ 25%. Vietjet ​ໃນຖານະຜູ້ນຳດ້ານການບິນໃນ​ພາກ​ພື້ນ ຈະ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ຕະ​ຫຼາດພາຍ​ໃນ​ປະ​ເທດ ພ້ອມ​ທັງ​ເສີມ​ຂະ​ຫຍາຍ​ເຄືອ​ຂ່າຍ​ການ​ບິນ​ໄປ​ຍັງ​ປະ​ເທດ​ຕ່າງໆ​ຢູ່​ອາ​ຊີ​ໃຕ້, ອາ​ຊີ​ກາງ, ອົດ​ສຕຣາ​ລີ, ເອີ​ລົບ ແລະ ອື່ນໆ.

ໄຕມາດທີ 1 ປີ 2024: ຜົນງານທີ່ໂດດເດັ່ນ ແລະ ເປັນທ່າແຮງໃຫ້ຄວາມສຳເລັດຕະຫຼອດປີ

​ໃນ​ໄຕ​ມາດ​ທຳອິດ ປີ 2024 ລາຍ​ຮັບ​ຈາກການ​ຂົນ​ສົ່ງ​ທາງ​ອາກາດ​ຂອງ Vietjet ບັນລຸ 17,76 ພັນຕື້​ດົງ (ປະມານ 701 ລ້ານໂດລາ USD) ​ໃນ​ຂະນະ​ທີ່​ກຳ​ໄລ​ຫຼັງ​ເສຍ​ພາສີ​ແມ່ນ 520 ຕື້​ດົງ (ປະມານ 20,5 ລ້ານໂດລາ USD) ​ເພີ່ມ​ຂຶ້ນ 38% ​ແລະ 209% ​ຈາກ​ປີ​ທີ່ຜ່ານມາ. ລາຍຮັບລວມຂອງສາຍການບິນ ແລະ ກໍາໄລຫຼັງພາສີແມ່ນ 17,79 ພັນຕື້ດົງ (ປະມານ 702,4 ລ້ານໂດລາUSD) ແລະ 539 ຕື້ດົງ (ປະມານ 21,3 ລ້ານໂດລາUSD ) ຕາມລໍາດັບ, ເພີ່ມຂຶ້ນ 38% ແລະ 212% ທຽບໃສ່ປີທີ່ຜ່ານມາ ຕາມລໍາດັບ.

​ໃນ​ໄລຍະ 3 ​ເດືອນໃນ​ຕົ້ນ​ປີ, Vietjet ​ໄດ້​ດຳ​ເນີນ​ຖ້ຽວ​ບິນ​ເກືອບ 34,500 ຖ້ຽວ​ຢ່າງ​ປອດ​ໄພ ດ້ວຍ​ຜູ້​ໂດຍສານ 6,3 ລ້ານ​ຄົນ​. ອັດຕາສ່ວນບັນທຸກຜູ້ໂດຍສານ ສະເລ່ຍຂອງສາຍການບິນບັນລຸ 87% ແລະ ຄວາມໜ້າເຊື່ອຖືດ້ານວິຊາການ ສູງເຖິງ 99.6%. ສືບຕໍ່ປະຕິບັດ​ຍຸດ​ທະ​ສາດ​ເພື່ອ​ຜັນ​ຂະຫຍາຍ​ໄປ​ສູ່​ສາກົນ, ການ​ຂົນ​ສົ່ງ​ຜູ້​ໂດຍສານ​ສາກົນ​ຂອງ Vietjet ​ໃນ​ໄຕ​ມາດ​ທຳອິດໄດ້​ຮັບ​ການ​ເຕີບ​ໂຕ​ຫຼາຍ​ກວ່າ 53% ​ແລະ 61% ​ເມື່ອ​ທຽບ​ໃສ່​ປີທີ່ຜ່ານມາ​ຕາມ​ລຳດັບ.

ສາຍ​ການ​ບິນ​ໄດ້​ເປີດ​ຕົວຖ້ຽວບິນ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໃໝ່ 15 ເສັ້ນ​ທາງ​ໃນ​ໄລ​ຍະເວລາ 3 ເດືອນ, ຍົກ​ເສັ້ນ​ທາງ​ການ​ບິນ​ທັງ​ໝົດ​ຂຶ້ນ​ເປັນ 140 ເສັ້ນ​ທາງ. ໃນ​ບັນ​ດາ​ສາຍ​ການ​ບິນ​ສາ​ກົນ​​ທີ່​ໄດ້​​ເລີ່ມໃຫ້ບໍລິການແມ່ນ Phu Quoc – Taipei, Ho Chi Minh City – Chengdu/Xi’an ແລະ ນະຄອນຫຼວງວຽງຈັນ. ນອກນີ້ຍັງມີ Hanoi-Hiroshima ແລະ Sydney/Melbourne. ໂດຍສະເພາະການຂະຫຍາຍເສັ້ນທາງໃໝ່ໃນປີນີ້ ທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີ. ມອບທາງເລືອກໃນລາຄາທີ່ເໝາະສົມທີ່ສຸດ ດ້ວຍການບໍລິການທີ່ທ່ານຕ້ອງປະທັບໃຈ. ​ເຮັດ​ໃຫ້​ທຸກໆ​ຈຸດໝາຍ​ປາຍທາງ​ໃກ້ຊິດ​ກັບນັກ​ທ່ອງ​ທ່ຽວ​ ດ້ວຍ​​ເສັ້ນທາງການບິນ​ຂອງ Vietjet.

ມາຮອດວັນທີ 31 ມີນາ 2024, ມູນຄ່າຊັບສິນທັງໝົດຂອງ Vietjet ບັນລຸ ກວ່າ 85,82 ພັນຕື້ດົງ (ປະມານ 3,38 ຕື້ໂດລາUSD). ອັດຕາສ່ວນໜີ້ສິນຕໍ່ຫຸ້ນຂອງບໍລິສັດຢູ່ທີ່ 1.9 ໃນຂະນະທີ່ອັດຕາສ່ວນສະພາບຄ່ອງຢູ່ທີ່ 1.3;ເຊິ່ງທັງສອງແມ່ນຢູ່ໃນຂອບເຂດທີ່ດີຂອງອຸດສາຫະກໍາການບິນ.

Vietjet, ນອກ​ເໜືອ​ຈາກ​ການ​ເຊື່ອມ​ຕໍ່​ຫວຽດ​ນາມ​ກັບ​ໂລກ​ຜ່ານ​ເຄືອ​ຂ່າຍ​ການ​ບິນ​ຂອງ​ຕົນ, ຍັງ​ໄດ້​ນຳ​ຕົນ​ເອງ​ເຂົ້າ​ໃກ້​ເວ​ທີ​ໂລກ​ຜ່ານ​ບັນ​ດາ​ໂຄງ​ການ​ຄົ້ນ​ຄ້​ວາ ​ແລະ ​ການ​ລົງ​ທຶນ​ເຕັກ​ໂນ​ໂລ​ຊີ​ສາ​ກົນອີກດ້ວຍ.

ຊ່ອງທາງການຕິດຕໍ່:

Bigblue Agency Laos

Call: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.